# ດົນນານປານໃດທີ່ໂມເຊໄດ້ລໍຖ້າກ່ອນທີ່ລາວຈະຂຽນບົດເພງທີ່ພຣະຢາເວບອກໃຫ້ລາວຂຽນ? ໂມເຊໄດ້ຂຽນບົດເພງໃນມື້ດຽວກັນທີ່ພຣະຢາເວສັ່ງໃຫ້ລາວຂຽນແລະຫລັງຈາກນັ້ນລາວໄດ້ສອນເພງນັ້ນໃຫ້ຊາວອິດສະຣາເອນໃນມື້ດຽວກັນ. # ພຣະຢາເວໄດ້ໃຫ້ ຄຳສັ່ງຫຍັງແກ່ໂຢຊວຍ, ລູກຊາຍຂອງນູນ? ພຣະຢາເວໄດ້ສັ່ງໂຢຊວຍໃຫ້ເຂັ້ມແຂງແລະມີຄວາມກ້າຫານ. # ເປັນຫຍັງພຣະຢາເວສັ່ງໂຢຊວຍໃຫ້ມີຄວາມເຂັ້ມແຂງແລະມີຄວາມກ້າຫານ? ພຣະຢາເວໄດ້ບອກໂຢຊວຍໃຫ້ມີຄວາມເຂັ້ມແຂງແລະມີຄວາມກ້າຫານເພາະວ່າໂຢຊວຍຈະນຳຊາວອິດສະຣາເອນເຂົ້າໄປໃນແຜ່ນດິນທີ່ພຣະຢາເວໄດ້ສັນຍາໄວ້ກັບພວກເຂົາ ແລະ ພຣະຢາເວ ໄດ້ບອກໂຢຊວຍວ່າພຣະອົງຈະຢູ່ກັບໂຢຊວຍ.