# ເອຊາຢາໄດ້ຍິນສຽງຂອງອົງພຣະຜູ້ເປັນເຈົ້າຖາມຫຍັງ? ອົງພຣະຜູ້ເປັນເຈົ້າກ່າວວ່າ, "ເຮົາຈະໃຊ້ຜູ້ໃດໄປ; ຜູ້ໃດຈະໄປແທນພວກເຮົາໄດ້?" # ເອຊາຢາໄດ້ທູນຕອບແນວໃດຕໍ່ສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ຖາມ? ເອຊາຢາໄດ້ທູນວ່າ, "ຂ້າ​ພະ​ອົງຢູ່​ທີ່​ນີ້ ຂໍຊົງໃຊ້ຂ້າ​ພະ​ອົງໄປເຖີດ." # ອົງພຣະຜູ້ເປັນເຈົ້າໄດ້ບອກຫຍັງໃຫ້ເອຊາຢາບອກປະຊາຊົນ? ອົງພຣະຜູ້ເປັນເຈົ້າໄດ້ບອກເອຊາຢາໃຫ້ບອກກັບປະຊາຊົນວ່າ ຈົ່ງຟັງ, ແຕ່ບໍ່ເຂົ້າໃຈ; ຈົ່ງເບິ່ງ, ແຕ່ຈະເບິ່ງບໍ່ເຫັນ.