# ເນເຫມີຢາໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບສະພາບຂອງເຢຣູຊາເລັມ? ລາວໄດ້ນັ່ງຮ້ອງໄຫ້ ແລະ ຮ້ອງໄຫ້, ແລະເປັນເວລາຫລາຍມື້ລາວໄດ້ສືບຕໍ່ທຸກໂສກ ແລະ ອົດອາຫານ ແລະອະທິຖານ. # ເນເຫມີຢາໄດ້ຮ້ອງຂໍຫຍັງໃນຂະນະທີ່ອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ? ລາວໄດ້ຮຽກຮ້ອງໃຫ້ພຣະຢາເວຊົງຮັບຟັງຄຳອະທິຖານຂອງລາວ; ວ່າພຣະຢາເວຈະລະນຶກເຖິງຖ້ອຍຄຳທີ່ພຣະອົງໄດ້ສັ່ງໂມເຊ, ໂດຍສັນຍາວ່າຈະເຕົ້າໂຮມຊົນຊາດອິດສະຣາເອນ ທີ່ກະແຈກກະຈາຍຖ້າພວກເຂົາກັບມາພຣະອົງ ແລະ ເຊື່ອຟັງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ, ແລະວ່າພຣະຢາເວຈະຊົງປະທານຜົນສຳເລັດ ແລະ ໃຫ້ຄວາມເມດຕາຕໍ່ລາວ.