# ພຣະເຈົ້າເຮັດວຽກຮ່ວມກັບຜູ້ທີ່ຮັກພຣະເຈົ້າແລະໄດ້ຮັບການຊົງເອີ້ນຕາມພຣະປະສົງຂອງພຣະເຈົ້າແນວໃດ? ພຣະອົງຊົງເຮັດວຽກຮ່ວມກັບຄົນທັງຫລາຍທີ່ຮັກພຣະອົງ ເພື່ອໃຫ້ເກີດຜົນດີໃນທຸກສິ່ງ ຄືຄົນທັງປວງທີ່ພຣະອົງໄດ້ຊົງເອີ້ນຕາມພຣະປະສົງຂອງພຣະອົງ. # ຈຸດໝາຍປາຍທາງທີ່ພຣະເຈົ້າຊົງກຳນົດໄວ້ສຳລັບຜູ້ທີ່ພຣະອົງໄດ້ຮູ້ລ່ວງໜ້າແມ່ນຫຍັງ? ພຣະອົງຊົງກຳນົດໄວ້ກ່ອນ ເພື່ອໃຫ້ເປັນໄປຕາມແບບລັກສະນະແຫ່ງພຣະບຸດຂອງພຣະອົງ. # ພຣະເຈົ້າຊົງເຮັດຫຍັງອີກແດ່ສຳລັບຜູ້ທີ່ພຣະອົງກຳນົດໄວ້ກ່ອນ? ຜູ້ທີ່ພຣະອົງຊົງກຳນົດໄວ້ແລ້ວນັ້ນ, ພຣະອົງກໍ່ຊົງເອີ້ນມາ, ຊົງຖືວ່າເປັນຜູ້ຊອບທຳ, ແລະໄດ້ຮັບສະຫງ່າຣາສີຮ່ວມກັບພຣະອົງ.