# ໂປໂລທ້າທາຍຫຍັງໃຫ້ແກ່ຄົນຢິວເຫລົ່ານັ້ນທີ່ເພິ່ງພາກົດບັນຍັດແລະສອນຄົນອື່ນ? ໂປໂລທ້າທາຍພວກເຂົາວ່າຖ້າພວກເຂົາສອນຄົນອື່ນກ່ຽວກັບກົດບັນຍັດ, ພວກເຂົາກໍ່ຄວນສອນຕົວເອງເຊັ່ນກັນ. # ຄວາມບາບໃດທີ່ໂປໂລກ່າວເຖິງວ່າຜູ້ນຳຊາວຢິວທີ່ສອນເລື່ອງກົດບັນຍັດ ຄວນຈະຢຸດເຮັດ? ໂປໂລກ່າວເຖິງຄວາມບາບຂອງການລັກຊັບ, ການຫລິ້ນຊູ, ແລະການປຸ້ນວິຫານ.