# ໂປໂລບອກຟີລິບໃຫ້ເຮັດຫຍັງຢູ່ສະ ເໝີ? ໂປໂລບອກພວກເຂົາໃຫ້ຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າຕະຫລອດເວລາ. # ແທນທີ່ຈະກັງວົນໃຈ, ໂປໂລບອກໃຫ້ເຮັດຫຍັງ? ໂປໂລບອກວ່າຢ່າທຸກຮ້ອນໃຈໃນສິ່ງໃດເລີຍແຕ່ຈົ່ງທູນຂໍເລື່ອງທຸກສິ່ງດ້ວຍການພາວັນນາອະທິຖານ ແລະ ດ້ວຍການອ້ອນວອນຂໍ, ດ້ວຍການຂອບພຣະຄຸນໃຫ້ພຣະເຈົ້າຊົງຊາບການຮ້ອງຂໍຂອງພວກທ່ານ. # ຖ້າພວກເຮົາເຮັດສິ່ງນີ້, ສິ່ງໃດຈະປົກປ້ອງຫົວໃຈແລະຄວາມຄິດຂອງພວກເຮົາ? ຖ້າພວກເຮົາເຮັດສິ່ງນີ້ແລ້ວສັນຕິສຸກຂອງພຣະເຈົ້າ ຊຶ່ງເກີນຄວາມເຂົ້າໃຈທັງຫມົດຈະເຝົ້າຮັກສາຈິດໃຈ ແລະ ຄວາມຄິດຂອງພວກທ່ານທັງຫລາຍໄວ້ໃນພຣະເຢຊູຄຣິດເຈົ້າ.