# ພຣະເຈົ້າໄດ້ບອກບາລາອາມເຮັດຫຍັງກ່ຽວກັບການໄປກັບຜູ້ສົ່ງຂ່າວສານແລະການສາບແຊ່ງຊາວອິດສະຣາເອນ? ພຣະເຈົ້າໄດ້ບອກບາລາອາມວ່າເຈົ້າຢ່າໄປກັບຄົນເຫລົ່ານັ້ນ. ເຈົ້າຢ່າສາບແຊ່ງຄົນອິດສະຣາເອນ. # ບາລາອາມໄດ້ບອກຜູ້ນຳຂອງບາຫລາກໃນຕອນເຊົ້າວ່າແນວໃດ? ບາລາອາມໄດ້ບອກຜູ້ນຳຂອງບາຫລາກຈົ່ງກັບໄປຍັງດິນແດນຂອງພວກທ່ານເຖີດ ເພາະພຣະຢາເວຊົງປະຕິເສດທີ່ຈະໃຫ້ຂ້ອຍໄປກັບພວກເຈົ້າ. # ພວກຜູ້ນຳໄດ້ບອກຫຍັງກັບບາຫລາກເມື່ອພວກເຂົາກັບໄປຫາລາວ? ພວກຜູ້ນຳໄດ້ບອກກັບບາຫລາກວ່າບາລາອາມປະຕິເສດທີ່ຈະໄປກັບພວກເຂົາ.