# ຄົນເລວີບໍ່ສາມາດໄປບ່ອນໃດເມື່ອພວກເຂົາຮັບໃຊ້ອາໂຣນແລະຫໍເຕັນປະຊຸມ? ພວກເລວີຕ້ອງບໍ່ເຂົ້າມາໃກ້ສິ່ງໃດໃນສະຖານທີ່ບໍຣິສຸດ ຫລືສິ່ງທີ່ໃຊ້ກັບແທ່ນບູຊາ. # ຈະມີຫຍັງເກີດຂື້ນຖ້າຫາກຄົນເລວີເຂົ້າມາໃກ້ໃນສະຖານທີ່ບໍຣິສຸດ ຫລືສິ່ງທີ່ໃຊ້ກັບແທ່ນບູຊາ? ຖ້າຫາກຄົນເລວີເຂົ້າມາໃກ້ໃນສະຖານທີ່ບໍຣິສຸດ ຫລື ສິ່ງທີ່ໃຊ້ກັບແທ່ນບູຊາ, ພວກເຂົາ ແລະ ອາໂຣນຈະຕາຍ. # ແມ່ນໃຜທີ່ບໍ່ສາມາດເຂົ້າມາໃກ້ອາໂຣນ? ຄົນຕ່າງຊາດບໍ່ສາມາດເຂົ້າມາໃກ້ອາໂຣນ. # ສຳລັບພວກເລວີຈະຮັບຜິດຊອບຫຍັງ? ພວກເລວີຕ້ອງຮ່ວມກັນກັບອາໂຣນຮັບຜິດຊອບຫໍເຕັນປະຊຸມ, ເພາະວຽກທັງຫມົດກ່ຽວກັບຫໍເຕັນນັ້ນ. # ເປັນຫຍັງອາໂຣນແລະພວກລູກຊາຍຂອງລາວຕ້ອງໄດ້ເບິ່ງແຍງສະຖານທີ່ບໍຣິສຸດແລະແທ່ນບູຊາ? ອາໂຣນແລະພວກລູກຊາຍຂອງລາວຕ້ອງໄດ້ເບິ່ງແຍງສະຖານທີ່ບໍຣິສຸດແລະແທ່ນບູຊາ ເພື່ອທີ່ຄວາມໂກດຮ້າຍຂອງພຣະຢາເວຈະບໍ່ລົງມາເຫນືອຄົນອິດສະຣາເອນອີກ.