# ຍ້ອນຫຍັງພຣະຢາເວໄດ້ກ່າວວ່າມີພຽງແຕ່ອາໂຣນ, ລູກຊາຍ, ແລະເຊື້ອສາຍຂອງບັນພະບຸລຸດເທົ່ານັ້ນທີ່ຈະຕ້ອງຮັບຜິດຊອບ? ພຣະຢາເວໄດ້ກ່າວກັບອາໂຣນວ່າ, ລາວ, ກັບພວກລູກຊາຍຂອງລາວ, ແລະ ເຊື້ອສາຍຂອງບັນພະບູລຸດຂອງເຈົ້າຈະຮັບຜິດຊອບຕໍ່ການເຮັດບາບທັງຫມົດ ທີ່ເຮັດຕໍ່ສະຖານນະມັດສະການ. # ພຣະເຈົ້າໄດ້ກ່າວວ່າໃຜຈະຮັບຜິດຊອບຕໍ່ບາບທັງຫມົດທີ່ໃຜຜູ້ຫນຶ່ງເຮັດໃນຖານະປະໂລຫິດ? ແຕ່ສະເພາະອາໂຣນກັບພວກລູກຊາຍຂອງລາວເທົ່ານັ້ນ ທີ່ຮັບຜິດຊອບຕໍ່ການເຮັດບາບທັງຫມົດທີ່ເຮັດໂດຍຄົນທີ່ຢູ່ໃນຕຳແຫນ່ງປະໂລຫິດ. # ເຜົ່າໃດທີ່ຈະຊ່ວຍອາໂຣນແລະລູກຊາຍຂອງລາວເມື່ອພວກເຂົາຮັບໃຊ້ຢູ່ຫນ້າຫໍເຕັນຫີບພັນທະສັນຍາພຣະບັນຊາ? ເຜົ່າເລວີ, ເປັນເຜົ່າບັນພະບຸລຸດຂອງອາໂຣນທີ່ຈະຊ່ວຍອາໂຣນ ແລະ ລູກຊາຍຂອງລາວເມື່ອພວກເຂົາຮັບໃຊ້ຢູ່ຫນ້າຫໍເຕັນຫີບພັນທະສັນຍາພຣະບັນຊາ.