# ພຣະຢາເວສັ່ງໃຫ້ໂມເຊຂຽນຊື່ຜູ້ໃດຢູ່ເທິງໄມ້ເທົ້າຄົນເລວີ? ພຣະຢາເວສັ່ງໃຫ້ໂມເຊຂຽນຊື່ອາໂຣນ ເທິງໄມ້ເທົ້າຂອງເຜົ່າເລວີ. # ໂມເຊເຮັດຫຍັງກັບໄມ້ເທົ້າສິບສອງອັນ? ໂມເຊຕ້ອງວາງໄມ້ເທົ້າເຫລົ່ານັ້ນໄວ້ໃນເຕັນປະຊຸມ ໃນຕໍ່ຫນ້າຫີບພັນທະສັນຍາພຣະບັນຊາ. # ພຣະຢາເວກ່າວຫຍັງທີ່ຈະເກີດຂື້ນກັບໄມ້ເທົ້າຂອງຜູ້ຊາຍທີ່ ພຣະຢາເວເລືອກ? ໄມ້ເທົ້າຂອງຄົນທີ່ພຣະຢາເວເລືອກກໍຈະແຕກຫນໍ່. # ຈະເກີດຫຍັງຂຶ້ນເມື່ອພຣະຢາເວເຮັດໃຫ້ໄມ້ເທົ້າແຕກຫນໍ່? ພຣະຢາເວຈະເຮັດໃຫ້ຄຳຈົ່ມຈາກຄົນອິດສະຣາເອນ, ທີ່ພວກເຂົາເວົ້າຕໍ່ຕ້ານໂມເຊຢຸດໄປ.