# ມີຫຍັງເກີດຂື້ນກັບທຸກໆຄົນໃນຄອບຄົວ? ພວກເຂົາແລະທຸກຄົນໃນຄອບຄົວຂອງພວກເຂົາກໍລົງໄປສູ່ແດນຄົນຕາຍທັງເປັນ, ແຜ່ນດິນກໍປົກປິດພວກເຂົາໄວ້, ແລະ ໃນເຫດການນີ້ພວກເຂົາກໍດັບສູນໄປຈາກທ່າມກາງຊຸມຊົນນີ້. # ຄົນອິດສະຣາເອນທຸກຄົນໄດ້ເຮັດຫຍັງແລະພວກເຂົາຢ້ານຫຍັງ? ຄົນອິດສະຣາເອນທັງຫມົດທີ່ຢູ່ອ້ອມແອ້ມ ກໍແລ່ນຫນີເພາະພວກເຂົາຢ້ານແຜ່ນດິນນີ້ຈະກືນພວກເຮົາເຂົ້າໄປດ້ວຍ. # ມີຫຍັງເກີດຂື້ນກັບຜູ້ຊາຍ 250 ຄົນທີ່ໄດ້ຖວາຍເຄື່ອງຫອມແດ່ພຣະຜູ້ເປັນເຈົ້າ? ໄຟຈາກພຣະຢາເວ ກໍລົງມາເຜົາຜານຄົນ 250 ຄົນທີ່ຖວາຍເຄື່ອງຫອມນັ້ນ.