# ຈະເປັນແນວໃດເກີດຂຶ້ນກັບຄົນເຫລົ່ານັ້ນທີ່ຫມິ່ນປະຫມາດພຣະຢາເວ? ຜູ້ຄົນທີ່ຫມິ່ນປະຫມາດພຣະຢາເວ ຈະບໍ່ໄດ້ເຫັນແຜ່ນດິນ ທີ່ພຣະຢາເວໄດ້ສັນຍາໄວ້ກັບບັນພະບູລຸດຂອງພວກເຂົາຢ່າງແນ່ນອນ. # ກາເລັບ ໄດ້ເຮັດຫຍັງເພາະວ່າລາວມີວິນຍານແຕກຕ່າງ, ແລະມັນຈະເກີດຫຍັງຂຶ້ນກັບກາເລັບ? ກາເລັບມີວິຍານແຕກຕ່າງສະນັ້ນເຂົາໄດ້ຕິດຕາມເຮົາຢ່າງສຸດໃຈ; ດັ່ງນັ້ນເຂົາຈະເຂົ້າສູ່ແຜ່ນດິນທີ່ເຂົາໄດ້ໄປສອດແນມມານັ້ນ. ເຊື້ອສາຍຂອງເຂົາຈະໄດ້ແຜ່ນດິນເປັນກຳມະສິດ. # ພຣະຢາເວບອກຜູ້ຄົນໄປບ່ອນໃດມື້ຕໍ່ໄປ? ພຣະຢາເວບອກຜູ້ຄົນໃນມື້ອື່ນຈົ່ງກັບຄືນ ແລະ ໄປຍັງຖິ່ນທຸລະກັນດານຕາມທາງໄປທະເລແດງ.