# ມື້ນັ້ນກຳລັງມາເຖິງ, ຊຶ່ງຈະເຜົາຜານເຫມືອນໄຟໃນເຕົາໄຟ, ຈະເກີດຫຍັງຂຶ້ນກັບຄົນອວດອ້າງ ແລະ ຄົນທີ່ເຮັດຊົ່ວຮ້າຍທັງຫມົດ? ຄົນອວດອ້າງ ແລະ ຄົນທີ່ເຮັດຊົ່ວຮ້າຍທັງຫມົດຈະເປັນເຫມືອນຕໍເຟືອງ ຊຶ່ງຖືກເຜົາໄຫມ້ຫມົດ. # ດວງຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາຈະຂຶ້ນມາສຳລັບໃຜ? ດວງຕາເວັນແຫ່ງຄວາມຊອບທຳຈະຂຶ້ນມາເພື່ອຜູ້ທີ່ຢຳເກງພຣະນາມຂອງພຣະຢາເວ. # ຜູ້ທີ່ຢຳເກງພຣະນາມຂອງພຣະຢາເວຈະເຮັດຫຍັງໃນມື້ທີ່ພຣະຢາເວຊົງກະທຳການ? ພວກເຈົ້າຈະກະໂດດໂລດເຕັ້ນເຫມືອນລູກງົວທີ່ອອກຈາກຄອກ ແລະ ທຳລາຍຄົນຊົ່ວຮ້າຍລົງ.