# ແມ່ນໃຜທີ່ພຣະຢາເວຊົງກ່າວວ່າ ເປັນຄົນຂອງພຣະອົງ ແລະ ແມ່ນໃຜຈະຖືກແຍກ? ພຣະຢາເວຊົງກ່າວວ່າ ຄືຜູ້ທີ່ຢຳເກງເຮົາ ແລະ ນັບຖືນາມຂອງເຮົາ ກໍເປັນກຳມະສິດອັນລ້ຳຄ່າຂອງເຮົາ ແລະ ໄດ້ຮັບຊີວິດ. # ໃນວັນນັ້ນທີ່ເຮົາເຮັດພະລະກິດ, ຈະເກີດຫຍັງຂຶ້ນ? ຊາວອິດສະຣາເອນຈະແຍກແຍະ ລະຫວ່າງ ຄົນຊອບທຳ ກັບຄົນຊົ່ວຮ້າຍ, ແລະລະຫວ່າງຄົນທີ່ນະມັດສະການພຣະເຈົ້າ ກັບຄົນທີ່ບໍ່ນະມັດສະການພຣະອົງ.