# ຫລັງຈາກພຣະເຢຊູເວົ້າຂໍ້ຄວາມເຫລົ່ານີ້ແລ້ວພຣະອົງໄປໃສ? ພຣະ­ອົງສະ­ເດັດອອກໄປກັບພວກສາ­ວົກຂອງພຣະ­ອົງຂວ້າມຫ້ວຍກິດ­ໂຣນ, ໄປເຖິງສວນແຫ່ງຫນຶ່ງ ພຣະ­ອົງສະ­ເດັດເຂົ້າໄປໃນສວນນັ້ນກັບພວກສາວົກ. # ຢູດາຮູ້ຈັກສວນໄດ້ແນວໃດ? ຢູດາ, ຜູ້ທີ່ຈະທໍ­ຣະຍົດພຣະ­ອົງກໍຮູ້­ຈັກບ່ອນນັ້ນເຫມືອນກັນ, ເພາະ­ວ່າພຣະ­ເຢຊູກັບພວກສາ­ວົກເຄີຍມາພົບກັນທີ່ນັ້ນ ຫລາຍເທື່ອແລ້ວ. # ມີໃຜອີກແດ່ທີ່ເຂົ້າມາໃນສວນດ້ວຍໂຄມໄຟ, ແລະອາວຸດ? ຢູ­ດາພາພວກທະ­ຫານ­ທີ່ມາຈາກພວກຫົວຫນ້າປະໂລຫິດ ແລະພວກຟາ­ຣີ­ຊາຍແລະພວກເຈົ້າຫນ້າທີ່ ພວກເຂົາຖືໂຄມ, ຖືກະ­ບອງ, ແລະອາ­ວຸດໄປທີ່ນັ້ນ.