# ພຣະບິດາໄດ້ມອບຫຍັງໃຫ້ພຣະເຢຊູ? ພຣະ­ອົງຊົງຮູ້ວ່າພຣະ­ບິ­ດາໄດ້ມອບທຸກສິ່ງໄວ້ໃນພຣະ­ຫັດຂອງພຣະ­ອົງ # ພຣະເຢຊູມາຈາກໃສແລະພຣະອົງໄປໃສ? ພຣະ­ອົງຊົງມາຈາກພຣະ­ເຈົ້າ ແລະກຳລັງຈະສະ­ເດັດກັບໄປຫາພຣະ­ເຈົ້າ. # ພຣະເຢຊູໄດ້ເຮັດຫຍັງເມື່ອພຣະອົງຂຶ້ນຈາກການຮັບປະທານອາຫານ? ພຣະ­ອົງຊົງລຸກ­ຂຶ້ນຈາກໂຕະອາຫານຂອງພຣະອົງ, ແລະຖອດເຄື່ອງທົງຊັ້ນນອກຂອງພຣະອົງອອກ. ພຣະອົງຊົງຈັບເອົາຜ້າເຊັດຕົວແລະຮັດແອວພຣະ­ອົງໄວ້. ແລ້ວພຣະ­ອົງຊົງຖອກນ້ຳໃສ່ອ່າງນໍ້າແລະເລີ່ມລ້າງຕີນຂອງພວກສາ­ວົກຂອງພຣະອົງ ແລະເຊັດດ້ວຍຜ້າທີ່ພຣະອົງຊົງຮັດແອວໄວ້ນັ້ນ.