# ໃນສະໄຫມນັ້ນມີຫຍັງເກີດຂື້ນກັບເຮເຊກິຢາ? ເຮເຊກິຢາ ໄດ້ເຈັບປ່ວຍຈົນເຖິງຂັ້ນໃກ້ຈະເສຍຊີວິດ. # ເອຊາຢາໄດ້ບອກເຮເຊກິຢາວ່າແນວໃດ? ເອຊາຢາໄດ້ບອກເຮເຊກິຢາ ວ່າ,“ ພຣະຢາເວກ່າວວ່າ, 'ຈົ່ງຈັດການບ້ານເຮືອນຂອງເຈົ້າໃຫ້ຮຽບຮ້ອຍ; ເພາະວ່າເຈົ້າຈະຕາຍ, ເຈົ້າຈະບໍ່ມີຊີວິດຢູ່."' # ເຮເຊກິຢາໄດ້ເຮັດຫຍັງຫລັງຈາກໄດ້ຮັບຂໍ້ຄວາມຂອງພຣະຢາເວຜ່ານເອຊາຢາ? ລາວໄດ້ອະທິຖານຕໍ່ພຣະຢາເວ ຂໍຊົງໂຜດລະນຶກເຖິງການທີ່ຂ້ານ້ອຍໄດ້ດຳເນີນຕໍ່ພະພັກພຣະອົງຢ່າງສັດຊື່ດ້ວຍສຸດໃຈຂອງຂ້ານ້ອຍ, ແລະ ການທີ່ຂ້ານ້ອຍໄດ້ເຮັດສິ່ງທີ່ດີ ໃນສາຍພຣະເນດຂອງພຣະຢາເວ. ແລ້ວເຮເຊກິຢາໄດ້ຮ້ອງໄຫ້ຢ່າງແຮງ.