# ໃນອະດີດພຣະເຈົ້າໄດ້ກ່າວແບບແນວໃດ? ໃນອະດີດພຣະເຈົ້າໄດ້ກ່າວຜ່ານທາງຜູ້ທຳນວາຍໃນຫລາຍຄັ້ງແລະໃນຫລາຍວິທີຕ່າງໆ. # ພຣະເຈົ້າໄດ້ກ່າວແນວໃດໃນຄາວສຸດທ້າຍ? ພຣະເຈົ້າໄດ້ກ່າວໃນຄາວສຸດທ້າຍນີ້ຜ່ານທາງພຣະບຸດ? # ໂລກຈັກກະວານໄດ້ຖືກສ້າງຂຶ້ນຜ່ານທາງໃຜ? ໂລກຈັກກະວານໄດ້ຖືກສ້າງຂຶ້ນຜ່ານທາງພຣະບຸດຂອງພຣະເຈົ້າ. # ທຸກຢ່າງຍືນຍົງໄດ້ແນວໃດ? ທຸກສິ່ງຍືນຍົງໄດ້ໂດຍຖ້ອຍຄຳອັນຊົງຣິດອຳນາດຂອງພຣະອົງພຣະບຸດຂອງພຣະເຈົ້າ. # ພຣະບຸດສະແດງພຣະສະຫງ່າຣາສີ,ແລະສະພາບທີ່ແທ້ຈິງຂອງພຣະເຈົ້າແນວໃດ? ພຣະບຸດເປັນແສງສະທ້ອນພຣະສະຫງ່າຣາສີຂອງພຣະເຈົ້າ,ແລະມີສະພາບເປັນພຣະລັກສະນະທີ່ແທ້ຈິງຂອງພຣະເຈົ້າ,