# ກະສັດສອງຄົນໃດໄດ້ພົບກັບອັບຣາມໃນເວລາທີ່ລາວກັບມາ? ກະສັດຂອງເມືອງໂຊໂດມ ແລະ ເມນຄີເຊເດັກ, ກະສັດຂອງເມືອງຊາເລັມ, ໄດ້ພົບກັບອັບຣາມເມື່ອລາວກັບຄືນມາ. # ຄວາມສຳພັນຂອງເມນຄີເຊເດັກກັບພຣະເຈົ້າມີຄືແນວໃດ? ເມນຄີເຊເດັກເປັນປະໂລຫິດຂອງພຣະເຈົ້າອົງສູງສຸດ. # ເມນຄີເຊເດັກໄດ້ນຳຫຍັງມາກັບລາວເມື່ອລາວພົບກັບອັບຣາມ? ເມນຄີເຊເດັກໄດ້ເອົາເຂົ້າຈີ່ ແລະ ເຫລົ້າອະງຸ່ນມາກັບລາວເມື່ອລາວພົບກັບອັບຣາມ.