# ຊາຍຄົນນັ້ນເວົ້າວ່າຫ້ອງທາງເຫນືອ ແລະ ໃຕ້ຢູ່ຕໍ່ຫນ້າເດີ່ນທາງຊັ້ນນອກນັ້ນໄດ້ໃຊ້ສຳລັບຫຍັງ? ຫ້ອງເຫລົ່ານັ້ນເປັນຫ້ອງບໍ­ຣິ­ສຸດ ບ່ອນປະ­ໂລຫິດຈະຮັບປະ­ທານຂອງຖວາຍອັນບໍ­ລິ­ສຸດທີ່ສຸດ, ແລະວາງສິ່ງຂອງຖວາຍອັນບໍ­ລິ­ສຸດທີ່ສຸດນັ້ນ ໄວ້ບ່ອນນັ້ນ. # ສິ່ງທີ່ສັກສິດທີ່ສຸດຂອງພວກປະໂລຫິດແມ່ນຫຍັງ? ສິ່ງທີ່ສັກສິດທີ່ສຸດຂອງພວກປະໂລຫິດແມ່ນເຄື່ອງບູຊາພືດຜົນ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາໄຖ່ຄວາມຜິດ. # ຊາຍຄົນນັ້ນເວົ້າວ່າຫ້ອງທາງເຫນືອ ແລະ ທາງໃຕ້ແມ່ນຫຍັງ? ຊາຍຄົນນັ້ນກ່າວວ່າຫ້ອງທາງທິດເຫນືອ ແລະ ທາງໃຕ້ແມ່ນຫ້ອງບໍຣິສຸດ. # ພວກປະໂລຫິດຕ້ອງເຮັດຫຍັງກ່ອນຈະໄປໃກ້ປະຊາຊົນ? ພວກປະໂລຫິດຕ້ອງນຸ່ງເຄື່ອງແຕ່ງກາຍອື່ນໆກ່ອນຈະໄປໃກ້ປະຊາຊົນ.