# ໃນຄອບຄົວຂອງພຣະເຈົ້າສ້າງຂຶ້ນຢູ່ເທິງຮາກຖານອັນໃດ? ໃນຄອບຄົວຂອງພຣະເຈົ້າໄດ້ຖືກສ້າງຂຶ້ນເທິງຮາກຖານ ຊຶ່ງພວກອັກຄະສາວົກ ແລະ ພວກຜູ້ປະກາດພຣະທັມ, ພຣະເຢຊູຄຣິດເຈົ້າເອງ ຊົງເປັນຫີນເສົາເອກ. # ຣິດອໍານາດຂອງພຣະເຢຊູໄດ້ກະທໍາສິ່ງອັນໃດໃນການສ້າງວິຫານຂອງຄອບຄົວພຣະອົງ? ຣິດອໍານາດຂອງພຣະອົງໄດ້ກະທໍາໃຫ້ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະຫນິດກັນດີ ແລະ ຈະເຣີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. # ວິຫານຂອງຄອບຄົວພຣະເຈົ້າເປັນວິຫານລັກ​ສະ​ນະເເບບໃດ? ວິຫານຂອງຄອບຄົວພຣະເຈົ້າເປັນວິຫານທີ່ຖືກຕັ້ງໄວ້ເປັນຂອງອົງພຣະຜູ້ເປັນເຈົ້າ. # ພຣະເຈົ້າຊົງສະຖິດຝ່າຍວິນຍານຢູ່ໃສ? ພຣະເຈົ້າຊົງສະຖິດໃນຝ່າຍພຣະວິນຍານພາຍໃນຜູ້ທີ່ເຊື່ອ.