# ພຣະບິດາເຈົ້າໄດ້ຊົງອວຍພຣະພອນໃຫ້ເເກ່ຜູ້ທີ່ເຊື່ອໃນສິ່ງໃດເເດ່? ພຣະບິດາເຈົ້າໄດ້ຊົງໂຜດປະທານພຣະພອນໃຫ້ເຮົາ ດ້ວຍພຣະພອນຝ່າຍວິນຍານທຸກປະການໃນສະຫວັນສະຖານໃນພຣະຄຣິດເຈົ້າ. # ພຣະບິດາເຈົ້າໄດ້ຊົງເລືອກບັນດາຜູ້ທີ່ເຊື່ອໃນພຣະຄຣິດຕັ້ງເເຕ່ເມື່ອໃດ? ພຣະເຈົ້າໄດ້ຊົງເລືອກພວກເຮົາໄວ້ໃນພຣະອົງ ຕັ້ງແຕ່ກ່ອນການເນລະມິດສ້າງໂລກ. # ພຣະເຈົ້າໄດ້ຊົງເລືອກເອົາບັນດາຜູ້ທີ່ເຊື່ອເພື່ອຫຍັງ? ພຣະເຈົ້າໄດ້ຊົງເລືອກບັນດາຜູ້ທີ່ເຊື່ອເພື່ອເຮົາຈະໄດ້ເປັນຄົນບໍຣິສຸດ ແລະ ປາສະຈາກຂໍ້ຕິຕຽນຕໍ່ ພຣະພັກພຣະອົງ.