# ພຣະຢາເວກ່າວວ່າຈະມີຫຍັງເກີດຂື້ນກັບໂມເຊຢູ່ເທິງພູ? ພຣະຢາເວກ່າວວ່າໂມເຊຈະຕາຍເທິງພູດັ່ງທີ່ອາໂຣນໄດ້ຕາຍຢູ່ເທິງພູໂຮເຣ ແລະ ຖືກລວບລວມຢູ່ກັບຜູ້ຄົນຂອງລາວ. # ເປັນຫຍັງພຣະຢາເວຈຶ່ງເວົ້າວ່າໂມເຊຈະຕາຍເທິງພູ? ໂມເຊກຳລັງຈະຕາຍເທິງພູເຂົາເພາະວ່າລາວບໍ່ສັດຊື່ຕໍ່ພຣະຢາເວທີ່ນໍ້າສ້າງທີ່ເມືອງເມຣີບາໃນແຜ່ນດິນກາເດັດ ແລະ ຍ້ອນວ່າໂມເຊບໍ່ໄດ້ປະຕິບັດຕໍ່ພຣະຢາເວດ້ວຍກຽດ ແລະ ເຄົາລົບນັບຖືໃນບັນດາປະຊາຊົນອິດສະຣາເອນ. # ພຣະຢາເວໄດ້ກ່າວວ່າໂມເຊຈະເຫັນຫຍັງກ່ອນທີ່ລາວຈະຕາຍ? ພຣະຢາເວກ່າວວ່າໂມເຊຈະໄດ້ເຫັນແຜ່ນດິນທີ່ພຣະຢາເວກຳລັງປະທານໃຫ້ປະຊາຊົນອິດສະຣາເອນແຕ່ລາວເອງບໍ່ໄດ້ໄປທີ່ນັ້ນ.