# ພຣະຢາເວໄດ້ເຮັດຫຍັງກັບຊີໂຫນແລະໂອກ, ກະສັດຂອງອາໂມຣິດ? ພຣຢາເວໄດ້ທໍາລາຍພວກເຂົາແລະແຜ່ນດິນຂອງພວກເຂົາ. # ພຣະຢາເວກ່າວວ່າພຣະອົງຈະເຮັດຫຍັງແກ່ອິດສະຣາເອນເມື່ອພວກເຂົາປະເຊີນກັບຊົນຊາດຕ່າງໆໃນການສູ້ຮົບ? ພຣະຢາເວກ່າວວ່າທ່ານຈະໃຫ້ອິດສະຣາເອນເອົາຊະນະພວກເຂົາເມື່ອອິດສະຣາເອນປະເຊີນຫນ້າກັບພວກເຂົາໃນການສູ້ຮົບ. # ໂມເຊໄດ້ໃຫ້ຄຳສັ່ງຫຍັງແກ່ຊາວອິດສະຣາເອນ? ໂມເຊບອກພວກເຂົາໃຫ້ມີຄວາມເຂັ້ມແຂງ, ມີຄວາມກ້າຫານ, ບໍ່ໃຫ້ຢ້ານກົວແລະບໍ່ຢ້ານກົວຊົນຊາດຕ່າງໆນັ້ນເພາະວ່າພຣະຢາເວ ຈະໄປກັບພວກເຂົາແລະຈະບໍ່ພ່າຍແພ້ຫລືປະຖິ້ມພວກເຂົາ.