# ໂມເຊໄດ້ເຕືອນຊາວອິດສະຣາເອນທຸກຄົນກ່ຽວກັບຫຍັງ? ໂມເຊໄດ້ເຕືອນປະຊາຊົນອິດສະຣາເອນທຸກຄົນກ່ຽວກັບທຸກສິ່ງທີ່ພຣະຢາເວໄດ້ເຮັດຕໍ່ຫນ້າຕໍ່ຕາຂອງພວກເຂົາໃນແຜ່ນດິນອີຢີບຕໍ່ຟາໂລ, ຕໍ່ບັນດາຜູ້ຮັບໃຊ້ ແລະ ທົ່ວແຜ່ນດິນຂອງເຂົາ. # ເປັນຫຍັງໂມເຊຈຶ່ງເວົ້າວ່າປະຊາຊົນອິດສະຣາເອນຕ້ອງໄດ້ຄຳນຶງເຖິງຄວາມທຸກທໍລະມານອັນໃຫຍ່ຫລວງທີ່ຕາຂອງພວກເຂົາໄດ້ເຫັນ, ຫມາຍສຳຄັນແລະສິ່ງມະຫັດສະຈັນເຫລົ່ານັ້ນ? ໂມເຊໄດ້ກ່າວວ່າຈົນເຖິງມື້ນີ້ພຣະຢາເວບໍ່ໄດ້ໃຫ້ຫົວໃຈທີ່ຈະຮູ້, ຕາທີ່ຈະເບິ່ງ, ຫລືຫູທີ່ຈະໄດ້ຍິນກ່ຽວກັບສິ່ງເຫລົ່ານັ້ນ.