# ໂປໂລຢ້ານທີ່ຈະພົບຫຍັງເມື່ອທ່ານກັບມາຫາໄພ່ພົນຊາວເມືອງໂກຣິນໂທ? ໂປໂລຢ້ານວ່າທ່າມກາງພວກເຂົາເພິ່ນຈະພົບການຜິດຖຽງກັນ, ການອິດສາກັນ, ການຄຽດແຄ້ນຕໍ່ກັນ, ການເຫັນແກ່ຕົວ,ການຊຸບຊິບນິນທາກັນ, ຄວາມຍິ່ງຈອງຫອງ, ແລະການເກະກະວຸ່ນວາຍກັນ. # ໂປໂລຢ້ານພຣະເຈົ້າຈະເຮັດຫຍັງກັບເພິ່ນ? ໂປໂລຢ້ານວ່າພຣະເຈົ້າຈະເຮັດໃຫ້ເພິ່ນຖ່ອມຕົວລົງ ລະອາຍໃຈຕໍ່ໜ້າໄພ່ພົນຊາວເມືອງໂກຣິນໂທ. # ດ້ວຍເຫດອັນໃດທີ່ໂປໂລຄິດວ່າເພິ່ນອາດຈະເປັນທຸກຍ້ອນໄພ່ພົນຊາວເມືອງໂກຣິນໂທທີ່ເຄີຍເຮັດບາບມາກ່ອນ? ໂປໂລຢ້ານວ່າພວກເຂົາອາດຈະບໍ່ກັບໃຈຈາກການຊົ່ວຮ້າຍແລະການຜິດສິນລະທຳທາງເພດແລະຄວາມໂລພາຕັນຫາທີ່ພວກເຂົາເຄີຍເຮັດມາກ່ອນ.