# ໂປໂລແລະເພື່ອນຮ່ວມງານຂອງເພິ່ນຂໍຮ້ອງບໍ່ໃຫ້ຊາວເມືອງໂກຣິນໂທເຮັດຫຍັງ? ພວກເພິ່ນຂໍຮ້ອງບໍ່ໃຫ້ຊາວເມືອງໂກຣິນໂທຮັບແຕ່ພຣະຄຸນຂອງພຣະເຈົ້າເທົ່ານັ້ນໂດຍບໍ່ເກີດປະໂຫຍດຫຍັງເລີຍ. # ເວລາໃດທີ່ແມ່ນຄາວແຫ່ງຄວາມກະຣຸນາ? ມື້ໃດແມ່ນວັນແຫ່ງຄວາມພົ້ນ? ເວລານີ້ແມ່ນຄາວແຫ່ງຄວາມກະຣຸນາ. ມື້ນີ້ແມ່ນວັນແຫ່ງຄວາມພົ້ນ. # ເປັນຫຍັງໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ? ພວກເພິ່ນບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ, ເພາະວ່າພວກເພິ່ນບໍ່ຕ້ອງການໃຫ້ການທີ່ພວກເພິ່ນຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.