# ຜູ້ໃດຈະຖືກບັນດານໃຫ້ເປັນຄືນມາ ແລະຖືກນຳມາຢູ່ໃນທີ່ປະ​ທັບຂອງພຣະອົງຜູ້ທີ່ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມາ? ໂປໂລແລະເພື່ອນຮ່ວມງານພ້ອມທັງໄພ່ພົນຊາວເມືອງໂກຣິນໂທຈະຖືກນຳຕົວເຂົ້າໄປຢູ່ທີ່​ປະ​ທັບຂອງພຣະອົງ ຜູ້ທີ່ໄດ້ຊົງບັນດານໃຫ້ອົງພຣະເຢຊູເຈົ້າເປັນຄືນມານັ້ນ. # ແມ່ນຫຍັງຈະເກີດຂຶ້ນເມື່ອພຣະຄຸນມາເຖິງຄົນຈຳນວນຫລວງຫລາຍ? ໃນຂະນະທີ່ພຣະຄຸນມາເຖິງຄົນຈຳນວນຫລວງຫລາຍ, ກໍຈະມີການໂມທະນາຂອບພຣະຄຸນຫລາຍຂຶ້ນ ເພື່ອເປັນການຖວາຍພຣະກຽດຕິຍົດແດ່ພຣະເຈົ້າ.