# ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຄວາມໝັ້ນໃຈຫຍັງໃນພຣະເຈົ້າຜ່ານທາງພຣະຄຣິດ? ໂປໂລແລະເພື່ອນຮ່ວມງານຂອງເພິ່ນບໍ່ໄດ້ມີຄວາມໝັ້ນໃຈໃນຄວາມສາມາດຂອງພວກເພິ່ນເອງ ແຕ່ໝັ້ນໃຈໃນຄວາມພຽງພໍທີ່ພຣະເຈົ້າຊົງຈັດຕຽມໃຫ້ພວກເຂົາ. # ແມ່ນຫຍັງທີ່ເປັນພື້ນຖານຂອງພັນທະສັນຍາໃໝ່ທີ່ພຣະເຈົ້າໄດ້ໃຫ້ໂປໂລແລະເພື່ອນຮ່ວມງານຂອງເພິ່ນມີຄຸນສົມບັດທີ່ຈະເປັນຜູ້ຮັບໃຊ້? ພັນທະສັນຍາໃໝ່ແມ່ນອີງໃສ່ພຣະວິນຍານທີ່ໃຫ້ຊີວິດ, ບໍ່ແມ່ນຕາມຕົວໜັງສືທີ່ເຮັດໃຫ້ພວກເຮົາຕ້ອງຖືກຂ້າຕາຍ.