# ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍສະບັບນີ້ເໝືອນກັບຈົດໝາຍສະບັບກ່ອນທີ່ທ່ານຂຽນເຖິງຄຣິສຕະຈັກເມືອງໂກຣິນໂທ? ໂປໂລໄດ້ຂຽນຈົດໝາຍສະບັບນີ້ເໝືອນທີ່ເພິ່ນເຄີຍຂຽນເພື່ອວ່າເມື່ອເພິ່ນມາຢ້ຽມຢາມພວກເຂົາ ເພິ່ນຈະບໍ່ໄດ້ເປັນທຸກໂສກໂດຍຄົນເຫລົ່ານັ້ນ ຜູ້ທີ່ຄວນຈະເຮັດໃຫ້ເພິ່ນມີຄວາມຊື່ນຊົມຍິນດີ. # ເມື່ອໂປໂລຂຽນຈົດໝາຍເຖິງເມືອງໂກຣິນໂທກ່ອນໜ້ານັ້ນສະພາບຈິດໃຈຂອງເພິ່ນເປັນແນວໃດ? ເພິ່ນຕົກຢູ່ໃນຄວາມທຸກຍາກລຳບາກ ແລະດ້ວຍຫົວໃຈທີ່ເຈັບປວດ. # ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍສະບັບນີ້ໄປທີ່ຄຣິສຕະຈັກເມືອງໂກຣິນໂທ? ເພິ່ນໄດ້ຂຽນຈົດໝາຍສະບັບນີ້​ໄປຫາພວກເຂົາເພື່ອພວກເຂົາຈະຮູ້ເຖິງຄວາມຮັກອັນເລິກເຊິ່ງທີ່ເພິ່ນມີຕໍ່ພວກເຂົາ.