# ໂລໂປໄດ້ທູນຂໍອະທິຖານເພື່ອໃຜ? ໂປໂລໄດ້ທູນຂໍ, ອະທິຖານ, ວິ້ງວອນ ແລະ ຂອບພຣະຄຸນເພື່ອຄົນທັງປວງ, ເພື່ອກະສັດທັງຫລາຍ ແລະ ທຸກຄົນທີ່ມີອຳນາດ. # ຊີວິດແບບໃດທີ່ໂປໂລປາດຖະໜາຢາກໃຫ້ຄຣິສຕຽນດຳລົງຊີວິດ? ໂປໂລປາດຖະໜາຢາກໃຫ້ຄຣິສຕຽນດຳລົງຊີວິດຢ່າງສັນຕິສຸກ ແລະ ມີຄວາມສະຫງົບທ່າມກາງຄົນທີ່ດຳເນີນໃນທາງຂອງພຣະເຈົ້າ ແລະ ຄົນທີ່ມີກຽດ. # ພຣະເຈົ້າປາດຖະໜາສິ່ງອັນໃດສຳລັບທຸກໆຄົນ? ພຣະອົງຊົງປະສົງໃຫ້ທຸກຄົນໄດ້ຮັບຄວາມລອດພົ້ນ ແລະ ໃຫ້ໄດ້ມີຄວາມຮູ້ໃນຄວາມຈິງນັ້ນ.