# ຕີໂມທຽວເຮັດຫຍັງຢູ່? ລາວເຮັດວຽກຂອງອົງພຣະຜູ້ເປັນເຈົ້າຄືກັບໂປໂລ. # ໂປໂລສັ່ງໃຫ້ຄຣິສຕະຈັກໃນເມືອງໂກຮິນໂທເຮັດຫຍັງກ່ຽວກັບຕີໂມທຽວ? ຢ່າໃຫ້ຄົນດູຫມິ່ນລາວ. ຈົ່ງຊ່ວຍລາວໃຫ້ເດີນທາງໄປໂດຍສັນຕິສຸກ, ເພື່ອລາວຈະກັບມາຫາໂປໂລເພາະໂປໂລກຳລັງລໍຖ້າລາວກັບພວກພີ່ນ້ອງຢູ່. # ໂປໂລໄດ້ຊູໃຈຢ່າງແຂງແຮງໃຫ້ອາໂປໂລເຮັດຫຍັງ? ໂປໂລໄດ້ຊູໃຈລາວໃຫ້ໄປຢ້ຽມຢາມທ່ານທັງຫລາຍ ພ້ອມກັບພວກພີ່ນ້ອງ. ແຕ່ລາວຍັງບໍ່ຕ້ອງການໄປໃນເວລານີ້. ເຖິງຢ່າງໃດກໍ່ຕາມ, ລາວຈະໄປເມື່ອຮອດເວລາທີ່ເຫມາະສົມ.