initial conversion

This commit is contained in:
Larry Versaw 2021-07-08 16:16:22 -06:00
parent 8b9a449b8e
commit fd1af9e09f
2611 changed files with 11000 additions and 0 deletions

7
col/01/01.md Normal file
View File

@ -0,0 +1,7 @@
# ໂປໂລກາຍເປັນອັກຄະສາວົກຂອງພຣະເຢຊູຄຣິດໄດ້ແນວໃດ?
ໂປໂລກາຍເປັນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າໂດຍຜ່ານທາງພຣະປະສົງຂອງພຣະເຈົ້າ.
# ໂປໂລຂຽນຈົດຫມາຍສະບັບນີ້ເຖິງໃຜ?
ໂປໂລໄດ້ຂຽນຈົດຫມາຍເຖິງຜູ້ທີ່ຖືກແຍກອອກຈາກພຣະເຈົ້າແລະພີ່ນ້ອງທີ່ສັດຊື່ຢູ່ໃນເມືອງໂກໂລຊາຍ

7
col/01/04.md Normal file
View File

@ -0,0 +1,7 @@
# ຊາວໂກໂລຊາຍໄດ້ຍິນເລື່ອງກ່ຽວກັບຄວາມຫມັ້ນໃຈຄວາມຄາດຫວັງທີ່ພວກເຂົາເຈົ້າມີໃນປະຈຸບັນນັ້ນມາຈາກໃສ?
ຊາວໂກໂລຊາຍໄດ້ຍິນກ່ຽວກັບຄວາມຫມັ້ນໃຈຄວາມຄາດຫວັງຂອງພວກເຂົາໃນພຣະຄໍາແຫ່ງຄວາມຈິງນັ້ນ,ຄືຂ່າວປະເສີດ.
# ໂປໂລເວົ້າວ່າຂ່າວປະເສີດກໍາລັງເປັນແນວໃດໃນທົ່ວໂລກ?
ໂປໂລກ່າວວ່າຂ່າວປະເສີດໄດ້ເກີດຫມາກຜົນແລະເຕີບໃຫຍ່ໃນທົ່ວໂລກ

3
col/01/07.md Normal file
View File

@ -0,0 +1,3 @@
# ໃຜເປັນຄົນທີ່ປະກາດຂ່າວປະເສີດໃຫ້ແກ່ຊາວໂກໂລຊາຍ?
ເອປາຟາຜູ້ຮັບໃຊ້ທີ່ສັດຊື່ຂອງພຣະຄຣິດ,ໄດ້ປະກາດຂ່າວປະເສີດໃຫ້ແກ່ຊາວໂກໂລຊາຍ.

7
col/01/09.md Normal file
View File

@ -0,0 +1,7 @@
# ໂປໂລໄດ້ອະທິຖານໃຫ້ຊາວໂກໂລຊາຍເຕັມລົ້ນໄປດ້ວຍຫຍັງແດ່?
ໂປໂລອະທິຖານໃຫ້ຊາວໂກໂລຊາຍເຕັມໄປດ້ວຍພຣະຄໍາຂອງພຣະເຈົ້າແລະຄວາມຮູ້ກ່ຽວກັບຄວາມປະສົງຂອງພຣະເຈົ້າໃນສະຕິປັນຍາແລະຄວາມເຂົ້າໃຈຝ່າຍຈິດວິນຍານ
# ໂປໂລໄດ້ອະທິຖານເພື່ອຊາວໂກໂລຊາຍໃນການດໍາເນີນຊີວິດແນວໃດ?
ໂປໂລອະທິຖານເພື່ອໃຫ້ຊາວໂກໂລຊາຍຈະໄດ້ດໍາເນີນຊີວິດຢ່າງສົມຄວນຕໍ່ອົງພຣະຜູ້ເປັນເຈົ້າ ແລະເກີດຜົນໃນການດີທຸກຢ່າງແລະເຕີບໃຫຍ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ

3
col/01/11.md Normal file
View File

@ -0,0 +1,3 @@
# ສໍາລັບບັນດາຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າມີຄຸນສົມບັດຫຍັງ?
ບັນດາຜູ້ທີ່ຖືກແຍກໄວ້ເພື່ອພຣະເຈົ້າມີຄຸນສົມບັດທີ່ຈະໄດ້ມີສ່ວນໃນມໍລະດົກໃນຄວາມສະຫ່ວາງ.

7
col/01/13.md Normal file
View File

@ -0,0 +1,7 @@
# ພຣະບິດາໄດ້ຊົງຊ່ວຍບັນດາຄົນທີ່ຖືກແຍກໄວ້ເພື່ອພຣະອົງໃຫ້ພົ້ນຈາກຫຍັງ?
ພຣະອົງຊົງຊ່ວຍພວກເຂົາຈາກອໍານາດຄອບຄອງຂອງຄວາມມືດແລະຍ້າຍພວກເຂົາໄປສູ່ອານາຈັກແຫ່ງພຣະບຸດຂອງພຣະອົງ.
# ໃນພຣະຄຣິດ, ພວກເຮົາໄດ້ຮັບການໄຖ່ຫຍັງແດ່?
ໃນພຣະຄຣິດພວກເຮົາໄດ້ຮັບການໄຖ່, ເຊິ່ງແມ່ນການໃຫ້ພົ້ນແລະອະໄພບາບທັງຫລາຍ.

7
col/01/15.md Normal file
View File

@ -0,0 +1,7 @@
# ພຣະບຸດເປັນຮູບລັກສະນະຂອງໃຜ?
ພຣະບຸດເປັນຮູບລັກສະນະຂອງພຣະເຈົ້າຜູ້ຊຶ່ງຕາບໍ່ເຫັນ.
# ສິ່ງທີ່ຖືກສ້າງຂື້ນມາໂດຍຜ່ານພຣະເຢຊູຄຣິດແລະເພື່ອພຣະອົງນັ້ນແມ່ນຫຍັງ?
ທຸກສິ່ງໄດ້ຖືກສ້າງຂື້ນມາໂດຍຜ່ານພຣະເຢຊູຄຣິດແລະເພື່ອພຣະອົງ.

3
col/01/18.md Normal file
View File

@ -0,0 +1,3 @@
# ພຣະເຈົ້າໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງແນວໃດ?
ພຣະເຈົ້າໃຫ້ສິ່ງສາລະພັດກັບຄືນດີກັບພຣະອົງເມື່ອພຣະອົງເຮັດໃຫ້ມີສັນຕິສຸກຜ່ານທາງເລຶອດຂອງພ​ຣະບຸດຂອງພຣະອົງ.

8
col/01/21.md Normal file
View File

@ -0,0 +1,8 @@
# ກ່ອນທີ່ຊາວໂກໂລຊາຍຈະມາເຊື່ອໃນຂ່າວປະເສີດພວກເຂົາມີຄວາມສໍາພັນແບບໃດກັບພຣະເຈົ້າ?
ກ່ອນທີ່ຈະມາເຊື່ອຂ່າວປະເສີດ ຊາວໂກໂລຊາຍເປັນຄົນ
ແປກ ຫນ້າຕໍ່ພຣະເຈົ້າແລະເປັນສັດຕູຂອງພຣະອົງ.
# ສິ່ງທີ່ຊາວໂກໂລຊາຍຕ້ອງສືບຕໍ່ເຮັດແມ່ນ​ສ​ິ່ງໃດ?
ຊາວໂກໂລຊາຍຈະຕ້ອງຕັ້ງຫມັ້ນຢູ່ໃນຄວາມເຊື່ອແລະຄວາມຫມັ້ນໃຈໃນຂ່າວປະເສີດ.

7
col/01/24.md Normal file
View File

@ -0,0 +1,7 @@
# ໂປໂລຍອມທົນທຸກເພື່ອເຫັນແກ່ໃຜແລະທ່ານມີທ່າທີແນວໃດ?
ໂປໂລຍອມທົນທຸກເພື່ອເຫັນແກ່ຄຣິສຈັກແລະທ່ານຊົມຊື່ນຍິນດີ.
# ຄວາມລຶກລັບທີ່ຖືກເຊື່ອງໄວ້ເປັນເວລາຫລາຍປີແຕ່ຕອນນີ້ໄດ້ຖືກເປິດເຜີຍແລ້ວບໍ?
ຄວາມລືກລັບທີ່ຖືກເຊື່ອງໄວ້ຫລາຍປີແຕ່ບັດນີ້ໄດ້ຖືກເປີດເຜີຍຄືການທີ່ພຣະຄຣິດຊົງສະຖິດຢູ່ໃນທ່ານ ຄວາມ ຫມັ້ນໃຈໃນລັດສະຫມີພາບ.

3
col/01/28.md Normal file
View File

@ -0,0 +1,3 @@
# ເປົ້າຫມາຍຂອງການຕັກເຕືອນແລະການສັ່ງສອນຂອງໂປໂລແມ່ນຫຍັງ?
ເປົ້າຫມາຍຂອງໂປໂລແມ່ນການຖວາຍທຸກໆຄົນໃຫ້ສົມບູນໃນພຣະຄຣິດ.

7
col/02/01.md Normal file
View File

@ -0,0 +1,7 @@
# ຄວາມລືກລັບຂອງພຣະເຈົ້າແມ່ນຫຍັງ?
ຄວາມລືກລັບຂອງພຣະເຈົ້າຄືພຣະຄຣິດ.
# ສິ່ງທີ່ຖືກເຊື່ອງໄວ້ໃນພຣະຄຣິດແມ່ນຫຍັງ?
ຊັບສົມບັດແຫ່ງສະຕິປັນຍາແລະຄວາມຮູ້ທຸກຢ່າງທີ່ຖືກເຊື່ອງໄວ້ໃນພຣະຄຣິດ.

3
col/02/04.md Normal file
View File

@ -0,0 +1,3 @@
# ໂປໂລກັງວົນຫຍັງອາດເກີດຂື້ນກັບຊາວໂກໂລຊາຍ?
ໂປໂລກັງວົນວ່າຊາວໂກໂລຊາຍອາດຖືກຫລອກລວງ ດ້ວຍຄຳລໍ້ລວງອັນໜ້າຟັງ.

3
col/02/06.md Normal file
View File

@ -0,0 +1,3 @@
# ຕອນນີ້ໂປໂລຮຽກຮ້ອງໃຫ້ຊາວໂກໂລຊາຍເຮັດຫຍັງໃນຕອນທີ່ພວກເຂົາໄດ້ຮັບພຣະເຢຊູຄຣິດ?
ໂປໂລຮຽກຮ້ອງໃຫ້ຊາວໂກໂລຊາຍດໍາເນີີນຊີວິດໃນພຣະເຢຊູຄຣິດໃນແບບດຽວກັບທີ່ພວກເຂົາໄດ້ຕ້ອນຮັບພຣະອົງ.

7
col/02/08.md Normal file
View File

@ -0,0 +1,7 @@
# ໂປໂລເປັນຫ່ວງການຫລອກລວງອັນງົມງາຍແມ່ນອີງໃສ່ຫຍັງ?
ການຫລອກລວງທີ່ບໍ່ມີຕົວຕົນແມ່ນອີງໃສ່ປະເພນີຂອງມະນຸດແລະລະບົບຄວາມເຊື່ອທີ່ຜິດບາບທັງຫລາຍຂອງໂລກນີ້.
# ແມ່ນຫຍັງທີ່ດໍາລົງຢູ່ໃນພຣະຄຣິດ?
ສະພາບຂອງພຣະເຈົ້າດຳລົງຢູ່ຢ່າງເຕັມບໍລິບູນພາຍໃນພຣະຄຣິດ.

11
col/02/10.md Normal file
View File

@ -0,0 +1,11 @@
# ໃຜເປັນຫົວຫນ້າປົກຄອງແລະສິດອໍານາດ?
ພຣະຄຣິດເປັນຫົວຫນ້າປົກຄອງແລະສິດອໍານາດ.
# ການເຂົ້າພິທີຕັດໃນພຣະຄຣິດນັ້ນເປັນການຕັດຫຍັງອອກໄປ?
ຖວາຍບາບແຫ່ງເນື້ອຫນັງໄດ້ຖືກຕັດອອກໂດຍການເຂົ້າພິທີຕັດແຫ່ງອົງພຣະເຢຊູຄຣິດ.
# ມີຫຍັງເກີດຂື້ນໃນການຮັບບັບຕິສະມາ?
ບຸກຄົນໃດຫນຶ່ງໄດ້ຖືກຝັງໄວ້ກັບພຣະຄຣິດໃນການບັບຕິສະມາ.

11
col/02/13.md Normal file
View File

@ -0,0 +1,11 @@
# ກ່ອນທີ່ພຣະຄຣິດຈະໃຫ້ຄົນນັ້ນມີຊີວິດ ພວກເຂົາຢູ່ໃນສະພາບໃດກ່ອນ?
ຄົນນັ້ນໄດ້ຕາຍແລ້ວໃນການບາບຂອງພວກເຂົາກ່ອນທີ່ພຣະຄຣິດຈະເຮັດໃຫ້ພວກເຂົາມີຊີວິດ.
# ພຣະຄຣິດໄດ້ເຮັດຫຍັງ​ເພື່ອ​ຫນີ້ທີ່ຍັງຕໍ່ຕ້ານພວກເຮົາ?
ພຣະຄຣິດໄດ້ລຶບລ້າງຫນີ້ທັງຫມົດຂອງ​ພວກ​ເຮົາແລະໄປຕອກຕິດໄວ້ທີ່ໄມ້ກາງແຂນແລ້ວ.
# ພຣະຄຣິດໄດ້ເຮັດຫຍັງກັບບັນດາຜູ້ປົກຄອງແລະອໍານາດການປົກຄອງ?
ພຣະຄຣິດປົດວິນຍານຄອບຄອງ ແລະ ວິນຍານຊົ່ວທັງຫລາຍເສຍ, ພຣະອົງໄດ້ຊົງປະຈານພວກເຂົາ, ແລະ ຊະນະພວກເຂົາໂດຍ​ທີ່​ໄມ້ກາງແຂນ.

7
col/02/16.md Normal file
View File

@ -0,0 +1,7 @@
# ໂປໂລເວົ້າຫຍັງວ່າເງົາຂອງສິ່ງທີ່ຈະມີມາເຖິງ?
ໂປໂລບອກວ່າເລື່ອງການກິນ ຫລື ການດື່ມ ຫລື ໃນເລື່ອງວັນສຳຄັນທາງສາສະໜາ ຫລື ວັນຕົ້ນເດືອນ, ຫລື ໃນເລື່ອງວັນຊະບາໂຕ ເປັນພຽງແຕ່ເງົາຂອງສິ່ງທີ່ຈະມີມາເຖິງ.
# ເງົາມືດໄດ້​ຊີ້ບອກ​ເຖິງ​ຄວາມ​ເປັນ​ຈິງ​ແນວ​ໃດ?
ເງົາມຶດໄດ້ຊີ້ໃຫ້ເຫັນເຖິງຄວາມເປັນຈິງຂອງພຣະຄຣິດ

3
col/02/18.md Normal file
View File

@ -0,0 +1,3 @@
# ຮ່າງກາຍທັງຫມົດໄດ້ຮັບການປັບປຸງແລະເຊື່ອມຕໍ່ກັນໄດ້ແນວໃດ?
ຮ່າງກາຍທັງຫມົດໄດ້ຮັບການປັບປຸງແລະເຊື່ອມຕໍ່ກັນໂດຍຫົວ,ຄືພຣະຄຣິດ.

7
col/02/20.md Normal file
View File

@ -0,0 +1,7 @@
# ຄໍາສັ່ງປະເພດໃດທີ່ໂປໂລບອກວ່າເປັນຄວາມເຊື່ອຂອງໂລກ?
ຄໍາສັ່ງຢ່າເອົາມືຈັບ, ຢ່າຊີມ,ແລະ ຢ່າແຕະຕ້ອງ ນີ້ແມ່ນສ່ວນຫນຶ່ງຂອງຄວາມເຊື່ອຂອງໂລກ.
# ກົດລະບຽບຂອງສາສະຫນາທີ່ສ້າງຂື້ນມາຈາກມະນຸດມີຄ່າຫຍັງບໍ?
ກົດລະບຽບຂອງສາສະຫນາທີ່ສ້າງຂື້ນມາຈາກມະນຸດບໍ່ມີຄ່າຫຍັງເລີຍຕໍ່ກັບຄວາມໂລບຂອງເນື້ອຫນັງ.

15
col/03/01.md Normal file
View File

@ -0,0 +1,15 @@
# ພຣະຄຣິດໄດ້ເປັນຂື້ນມາຈາກຕາຍແລ້ວປະທັບຢູ່ໃສ?
ພຣະຄຣິດໄດ້ຖືກຍົກຂື້ນມານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ.
# ຜູ້ທີ່ເຊື່ອຄວນສະແຫວງຫາສິ່ງໃດແລະພວກເຂົາບໍ່ຄວນຊອກຫາສິ່ງ​ໃດ?
ຜູ້ເຊື່ອຄວນສະແຫວງຫາສິ່ງທີ່ຢູ່ເບື້ອງເທິງ, ແລະບໍ່ແມ່ນສິ່ງຂອງ​ທີ່​ຢູ່​ແຜ່ນດິນໂລກນີ້.
# ພຣະເຈົ້າວາງຊີວິດຂອງຜູ້ທີ່ເຊື່ອຢູ່ໃສ?
ພຣະເຈົ້າໄດ້ປິດບັງຊີວິດຂອງຜູ້ທີ່ເຊື່ອໄວ້ໃນພຣະຄຣິດ.
# ເມື່ອພຣະຄຣິດມາປາກົດຈະມີຫຍັງເກີດຂື້ນກັບຜູ້ທີ່ເຊື່ອ?
ເມື່ອພຣະຄຣິດມາປາກົດ ຜູ້ທີ່ເຊື່ອກໍຈະປາກົດພ້ອມກັບພຣະອົງໃນອານຸພາບດ້ວຍ

11
col/03/05.md Normal file
View File

@ -0,0 +1,11 @@
# ຜູ້ເຊື່ອຕ້ອງໄດ້​ປະ​ຫານຫຍັງແດ່?
ຜູ້ເຊື່ອຕ້ອງປະຫານຕັນຫາທີ່ເປັນຝ່າຍໂລກນີ້
# ຈະເກີດຫຍັງຂື້ນກັບຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ?
ຄວາມໂກດຮ້າຍ ຂອງພຣະເຈົ້າຈະມາເຖິງຄົນທັງຫລາຍ ທີ່ບໍ່ເຊື່ອຟັງ.
# ໂປໂລບອກຜູ້ເຊື່ອຈະຕ້ອງກຳຈັດສິ່ງເຫລົ່ານັ້ນທັງໝົດຖິ້ມເສຍ​?
ຄວາມຄຽດຮ້າຍ, ຄວາມຂັດເຄືອງໃຈ ແລະ ການຄິດປອງຮ້າຍ, ຄຳສຽດສີ ແລະ ຄຳຊົ່ວຊ້າລາມົກ ໃຫ້ຫມົດໄປຈາກປາກ ຂອງທ່ານ.

3
col/03/09.md Normal file
View File

@ -0,0 +1,3 @@
# ສະພາບໃຫມ່ຂອງຜູ້ເຊື່ອຖືກສ້າງມາໃນຮູບແບບຂອງໃຜ?
ສະພາບມະນຸດຄົນໃໝ່ຂອງຜູ້ທີ່ເຊື່ອຖືກສ້າງຕາມພຣະສັນຍາຂອງພຣະອົງຜູ້ຊົງສ້າງ.

11
col/03/12.md Normal file
View File

@ -0,0 +1,11 @@
# ໂປໂລບອກໃຫ້ຜູ້ເຊຶ່ອຈະຕ້ອງໃສ່ເຊິ່ງເປັນສ່ວນໝຶ່ງຂອງຕົນເອງໃໝ່
ຜູ້ຈະຕ້ອງສວມໃຈເມດຕາ, ໃຈປານີ, ໃຈຖ່ອມລົງ, ໃຈອ່ອນສຸພາບ, ໃຈອົດທົນດົນນານ
# ຜູ້ເຊຶ່ອຄວນຍົກໂທດກັນເເບບໃດ?
ຜູ້ເຊຶ່ອຄວນຍົກໂທດແບບດຽວກັບທີ່ອົງພຣະຜູ້ເປັນເຈົ້າຊົງຍົກໂທດທ່ານ
# ສິ່ງໃດທີ່ຜູກພັນໄວ້ຈົນສົມບູນໃນທ່າມກາງຜູ້ເຊຶ່ອ
ຄວາມຮັກໄດ້ຜູກພັນໄວ້ຈົນສົມບູນ

11
col/03/15.md Normal file
View File

@ -0,0 +1,11 @@
# ສິ່ງໃດຄວນຄອງໃຈຂອງຜູ້ເຊຶ່ອ?
ສັນຕິສຸກຂອງພຣະຄຣິດຄວນຄອງໃຈຂອງຜູ້ເຊຶ່ອ.
# ຜູ້ເຊຶ່ອຄວນມີທ່າທີ ຮ້ອງເພລງ ວາຈາ ການກະທຳ ຕໍ່ພຣະເຈົ້າຢ່າງໃດ?
ໃນທ່າທີການຮ້ອງເພລງ ວາຈາ ແລະການກະທຳຂອງຜູ້ເຊຶ່ອຄວນເຮັດດ້ວຍການຂອບພຣະຄຸນແດ່ພຣະເຈົ້າ.
# ສິ່ງໃດທີ່ຄວນຢູ່ໃນຕົວຜູ້ເຊຶ່ອຢ່າງໝັ່ນຄົງ?
ພຣະຄຳຂອງພຣະຄຣິດຄວນຢູ່ໃນຕົວຜູ້ເຊຶ່ອຢ່າງໝັ່ນຄົງ.

15
col/03/18.md Normal file
View File

@ -0,0 +1,15 @@
# ເມຍຄວນຕອບສະໜອງຕໍ່ຜົວຂອງຕົ​ນ​ເອງແນວໃດ?
ເມຍຄວນຍອມຢູ່ໃຕ້ຜົວຂອງຕົນ​ເອງ
# ຜົວຄວນປະຕິບັດຕໍ່ເມຍຂອງ​ຕົນແນວໃດ?
ຜູ້ເປັນຜົວຄວນຮັກເມຍຂອງຕົນແລະຢ່າຂົມຂື່ນຕໍ່ນາງ.
# ເດັກນ້ອຍຄວນປະຕິບັດຕໍ່ພໍ່ແມ່ແນວໃດ?
ເດັກນ້ອຍຄວນເຊື່ອຟັງພໍ່ແມ່ຂອງລາວໃນທຸກສິ່ງ
# ຜູ້ເປັນພໍ່ບໍ່ຄວນກະ​ທຳຫຍັງກັບລູກ?
ຜູ້ເປັນພໍ່ບໍ່ຄວນກະຕຸ້ນໃຫ້ລູກບໍ່​ສະ​ບາຍ​ໃຈ

11
col/03/22.md Normal file
View File

@ -0,0 +1,11 @@
# ບໍ່ວ່າຜູ້ເຊຶ່ອຈະເຮັດສິ່ງໃດກໍ່ຕາມໃຫ້ເຮັດເພຶ່ອຜູ້ໃດ?
ຜູ້ເຊຶ່ອຈະເຮັດສິ່ງໃດກໍ່ຕາມໃຫ້ເຮັດເປັນທີ່ຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ.
# ບັນດາຄົນທີ່ເຮັດສິ່ງໃດກໍ່ຕາມເພຶ່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າຈະໄດ້ຮັບສິ່ງໃດ?
ບັນດາຄົນທີ່ເຮັດສິ່ງໃດກໍ່ຕາມເພຶ່ອຖວາຍກຽດແດ່ພຣະເຈົ້າຈະໄດ້ຮັບບຳເນັດ.
# ຄົນອະທຳຈະໄດ້ຮັບສິ່ງໃດ?
ຄົນທີ່ອະທຳຈະໄດ້ຮັບໂທດຕາມຄວາມອະທຳທີ່ເຂົາໄດ້ເຮັດມາ.

3
col/04/01.md Normal file
View File

@ -0,0 +1,3 @@
# ໂປໂລໄດ້ເຕຶອນນາຍບົນໂລກນີ້ວ່າພວກເຂົາກໍ່ມີຄວາມຜິດດ້ວຍກັນ?
ໂປໂລໄດ້ເຕຶອນນາຍບົນໂລກນີ້ວ່າພວກເຂົາກໍ່ມີນາຍອົງດຽວໃນສະຫວັນດ້ວຍກັນ.

7
col/04/02.md Normal file
View File

@ -0,0 +1,7 @@
# ໂປໂລຍາກໃຫ້ຊາວໂກໂລຊາຍກະຕືລືລົ້ນໃນເລຶ່ອງໃດ?
ໂປໂລຍາກໃຫ້ຊາວໂກໂລຊາຍກະຕືລືລົ້ນໃນການອະທິຖານ.
# ໂປໂລຢາກໃຫ້ຊາວໂກໂລຊາຍອະທິຖານເພື່ອຫຍັງ?
ໂປໂລຕ້ອງການໃຫ້ຊາວໂກໂລຊາຍອະທິຖານເພື່ອລາວມີໂອ​ກາດ​ເວົ້າຖ້ອຍ​ຄຳ, ຄວາມລຶກລັບຂອງພຣະຄຣິດ.

3
col/04/05.md Normal file
View File

@ -0,0 +1,3 @@
# ໂປໂລໄດ້ສອນຊາວໂກໂລຊາຍໃຫ້ປະຕິບັດກັບຄົນພາຍນອກຢ່າງໃດ?
ໂປໂລໄດ້ສອນພວກເຂົາໃຫ້ດຳເນີນຊີວິດໂດຍໃຊ້ສະຕິປັນຍາ ແລະເວົ້າຢ່າງມີເມດຕາຄຸນຕໍ່ຄົນພາຍນອກ.

3
col/04/07.md Normal file
View File

@ -0,0 +1,3 @@
# ໂປໂລໄດ້ມອບໝາຍງານຫຍັງໃຫ້ທິສິກັສແລະໂອເນສິມັສເຮັດ?
ໂປໂລໄດ້ມອບໝາຍໃຫ້ພວກເຂົາໄປບອກເຖິງເຫດການທັງປວງທີ່ເກີດຂຶ້ນກັບທ່ານໃຫ້ຊາວໂກໂລຊາຍໄດ້ຟັງ.

3
col/04/10.md Normal file
View File

@ -0,0 +1,3 @@
# ໂປໂລໄດ້ແນະນຳເລຶ່ອງຫຍັງກ່ຽວກັບມາລະໂກຊິ່ງເປັນລູກພີ່ລູກນ້ອງຂອງບາຮານາບັດ?
ໂປໂລໄດ້ບອກໃຫ້ຊາວໂກໂລຊາຍຕ້ອນຮັບມາລະໂກເມຶ່ອເຂົາມາຫາ.

7
col/04/12.md Normal file
View File

@ -0,0 +1,7 @@
# ເອປາຟຣັດໄດ້ອະທິຖານເພຶ່ອຫຍັງສຳຫລັບຊາວໂກໂລຊາຍ?
ທ່ານໄດ້ອະທິຖານຂໍໃຫ້ຊາວໂກໂລຊາຍຈະໄດ້ຍິນຢ່າງສົມບູນແລະເຕັມໄປດ້ວຍຄວາມໝັ່ນໃຈໃນພຣະໄທທຸກຢ່າງຂອງພຣະເຈົ້າ.
# ນາຍແພດ​ໝໍທີ່ຢູ່ກັບໂປໂລ​ນັ້ນມີຊື່ວ່າແນວໃດ?
ນາຍແພດ​ໝ​ໍທ່ານນັ້ນຊຶ່ວ່າລູກາ.

7
col/04/15.md Normal file
View File

@ -0,0 +1,7 @@
# ຄຣິດສະຈັກໃນເມຶອງລາວດີເກອາປະຊຸມໃນສະຖານທີ່ໃດ?
ຄຣິດສະຈັກໃນເມຶອງລາວດີເກອາປະຊຸມກັນໃນບ້ານ.
# ໂປໂລໄດ້ຂຽນຈົດໝາຍໄປຍັງຄຣິດສະຈັກອື່ນມີຊື່ວ່າແນວໃດ?
ໂປໂລໄດ້ຂຽນຈົດໝາຍໄປຍັງຄຣິດສະຈັກໃນເມືອງລາວດີເກອາ.

3
col/04/18.md Normal file
View File

@ -0,0 +1,3 @@
# ໂປໂລໄດ້ສະແດງໃຫ້ຮູ້ວ່າເປັນຈົດໝາຍທີ່ມາຈາກທ່ານແທ້ໆຢ່າງໃດ?
ໂປໂລໄດ້ຂຽນຊື່ຂອງທ່ານດ້ວຍລາຍມືຂອງທ່ານເອງໃນຕອນທ້າຍຂອງຈົດໝາຍ.

8
dan/01/01.md Normal file
View File

@ -0,0 +1,8 @@
# ກະສັດເນບູກາດເນັດຊາແຫ່ງເມືອງບາບີໂລນ ໄດ້ມາເມືອງເຢຣູຊາເລັມໃນເວລາໃດ ເພື່ອລ້ອມຮອບເມືອງ ແລະ ຕັດເຄື່ອງໃຊ້ທັງຫມົດແກ່ເມືອງນັ້ນ?
ເນບູກາດເນັດຊາມາຮອດເຢຣູຊາເລັມໃນປີທີສາມຂອງການປົກຄອງຂອງກະສັດເຢໂຮຍອາກິມກະສັດແຫ່ງຢູດາຍ.
# ຜູ້ໃດໄດ້ໃຫ້ເນບູກາດເນັດຊາເອົາຊະນະເຢໂຮຍອາກິມກະສັດຂອງຢູດາຍ?
ພຣະຜູ້ເປັນເຈົ້າໄດ້ໃຫ້ໄຊຊະນະເເກ່ເນບູກາດ
ເນັດຊາເຫນືອເຢໂຮຍອາກິມກະສັດແຫ່ງຢູດາຍ.

11
dan/01/03.md Normal file
View File

@ -0,0 +1,11 @@
# ກະສັດໄດ້ບອກໃຫ້ອັດສະເປນັດເຮັດຫຍັງ?
ກະສັດໄດ້ສັ່ງໃຫ້ອັດສະເປນັດນຳເອົາຄົນອິດສາ​ຣະເອນຈຳນວນຫນຶ່ງ, ທັງເຊື້ອພຣະວົງ ເເລະເຊື້ອສາຍຂຸນນາງ.
# ຊາຍຫນຸ່ມປະເພດໃດທີ່ກະສັດຕ້ອງການຈະຖືກນຳຕົວເຂົ້າໄປໃນບາບີໂລນ?
ກະສັດຕ້ອງການໃຫ້ພວກຊາຍຫນຸ່ມທີ່ປາສະຈາກຄຳຕຳຫນິ, ມີຮູບຮ່າງຫນ້າຕາດີ, ຊ່ຽວຊານທາງດ້ານສະຕິປັນຍາທັງຫມົດ, ມີຄວາມຮູ້ຄວາມເຂົ້າໃຈ ເເລະ ຄວາມສາມາດທີ່ຈະຮັບໃຊ້ໃນຣາຊວັງ.
# ຊາຍຫນຸ່ມເຫລົ່ານີ້ໄດ້ຮັບອາຫານຫຍັງ?
ພວກເຂົາຕ້ອງໄດ້ກິນອາຫານປານີດສູງ ເເລະ ເຫລົ້າອະງຸ່ນຊຶ່ງກະສັດໄດ້ດື່ມນັ້ນ.

3
dan/01/06.md Normal file
View File

@ -0,0 +1,3 @@
# ຊາຍຫນຸ່ມບາງຄົນທີ່ມາຈາກປະເທດອິດສະ ຣາເອນນີ້ຊື່ຫຍັງ ແລະ ຫົວຫນ້າເຈົ້າຫນ້າທີ່ ໄດ້ຕັ້ງຊື່ໃຫມ່ໃຫ້ພວກເຂົາວ່າແນວໃດແດ່?
ຊື່ຂອງຊາຍຫນຸ່ມຈຳນວນຫນຶ່ງ ແລະ ຊື່ທີ່ໄດ້ມອບໃຫ້ໂດຍຫົວຫນ້າເຈົ້າຫນ້າທີ່ແມ່ນ: ດານີເອນໄດ້ເອີ້ນວ່າ ເບັນເຕຊັດຊາເຣ, ຮານານີຢາເອີ້ນວ່າ ຊັດຣາກ, ມີຊາເອນເອີ້ນວ່າ ເມຊາກ, ເເລະ ອາຊາລີຢາເອີ້ນວ່າອາເບັດເນໂກ.

7
dan/01/08.md Normal file
View File

@ -0,0 +1,7 @@
# ດານີເອນຕັ້ງໃຈຫຍັງໃນຄວາມຄິດຂອງລາວ?
ດານີເອນມີຈຸດປະສົງໃນໃຈວ່າລາວຈະບໍ່ເຮັດໃຫ້ຕົນເອງເປັນມົນທິນດ້ວຍອາຫານປານີດຂອງກະສັດ ຫລືດ້ວຍເຫລົ້າອະງຸ່ນຂອງກະສັດ.
# ເຈົ້າຫນ້າທີ່ຜູ້ນີ້ໄດ້ຕອບສະຫນອງແນວໃດ ເມື່ອດານີເອນໄດ້ຂໍໃຫ້ລາວອະນຸຍາດ ບໍ່ໃຫ້ອາຫານ ແລະເຫລົ້າຂອງກະສັດເປັນມົນທິນແກ່ລາວເອງ?
ເຈົ້າຫນ້າທີ່ຜູ້ນີ້ໄດ້ບອກດານີເອນວ່າ ລາວຢ້ານກົວກະສັດ, ເມື່ອກະສັດໄດ້ສັ່ງອາຫານ ແລະ ເຄື່ອງດື່ມໃຫ້ ດານີເອນກໍຄວນໄດ້ຮັບປະທານ ແລະ ກະສັດອາດຈະຕັດຫົວຂອງ ຫົວຫນ້າເຈົ້າຫນ້າທີ່ ເມື່ອກະສັດໄດ້ເຫັນດານີເອນເບິ່ງຂີ້ຮ້າຍກວ່າບັນດາຄົນຫນຸ່ມອາຍຸລຸ້ນລາວຄາວດຽວກັນ.

3
dan/01/11.md Normal file
View File

@ -0,0 +1,3 @@
# ດານີເອນຖາມຜູ້ດູແລທີ່ໄດ້ຮັບມອບຫມາຍໃຫ້ດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາລີຢາ ຕອບແນວໃດ?
ດານີເອນໄດ້ຂໍໃຫ້ຜູ້ດູແລທົດສອບພວກເຂົາເປັນເວລາສິບວັນ ໂດຍໃຫ້ພວກເຂົາພຽງແຕ່ກິນຜັກ ແລະນ້ຳດື່ມ ແລະໃນຕອນທ້າຍສິບວັນ ເພື່ອປຽບທຽບພວກເຂົາກັບຊາຍຫນຸ່ມຄົນອື່ນໆ ທີ່ກິນອາຫານອັນປານີດຂອງກະສັດ ແລະ ຫລັງຈາກນັ້ນໃຫ້ປະຕິບັດຕໍ່ພວກເຂົາໂດຍອີງຕາມສິ່ງທີ່ລາວໄດ້ເຫັນ.

3
dan/01/14.md Normal file
View File

@ -0,0 +1,3 @@
# ຫລັງຈາກທີ່ຄົນຮັບໃຊ້ໄດ້ຕົກລົງເຫັນດີກັບການທົດສອບ, ລາວໄດ້ສັງເກດເຫັນຫຍັງຫລັງຈາກສິບວັນເມື່ອລາວປຽບທຽບກັບດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາລີຢາ ກັບຊາຍຫນຸ່ມຄົນອື່ນໆ?
ຄົນຮັບໃຊ້ໄດ້ສັງເກດເຫັນວ່າຮູບລັກສະນະຂອງດານີເອນ, ຮານານີຢາ, ມີຊາເອນ ແລະ ອາຊາລີຢາ ມີສຸຂະພາບແຂງແຮງດີ, ແລະ ພວກເຂົາກໍ່ໄດ້ຮັບການບຳລຸງລ້ຽງທີ່ດີກ່ວາຊາຍຫນຸ່ມທຸກຄົນທີ່ກິນອາຫານປານີດຂອງກະສັດ.

3
dan/01/17.md Normal file
View File

@ -0,0 +1,3 @@
# ພຣະເຈົ້າໄດ້ມອບສິ່ງໃດແກ່ດານີເອນ, ຮານານີຢາ, ມີຊາເອນ ແລະອາຊາລີຢາ?
ພຣະເຈົ້າໄດ້ປະທານຄວາມຮູ້ ເເລະ ຄວາມເຂົ້າໃຈຢ່າງຊຳນິຊຳນານທັງປວງ ເເລະ ປັນຍາ, ເເລະ ດານີເອນກໍໄດ້ສາມາດເຂົ້າໃຈນິມິດ ເເລະ ຄວາມຝັນທຸກຢ່າງ.

7
dan/01/19.md Normal file
View File

@ -0,0 +1,7 @@
# ກະສັດໄດ້ພົບເຫັນຫຍັງເມື່ອເວົ້າກັບຊາຍຫນຸ່ມທັງຫມົດ?
ກະສັດພົບວ່າບໍ່ເຫັນຈັກຄົນຫນຶ່ງທີ່ປຽບທຽບດານີເອນ, ຮານານີຢາ, ມີຊາເອນ, ເເລະ ອາຊາຮີຢາໄດ້. ໃນທຸກຄຳຖາມແຫ່ງປັນຍາ ແລະ ຄວາມເຂົ້າໃຈທີ່ກະສັດໄດ້ຖາມພວກເຂົາ, ພະອົງພົບວ່າພວກເຂົາຕອບໄດ້ດີກວ່າຜູ້ມີຄາຖາອາຄົມທັງຫມົດສິບເທົ່າ ແລະ ຜູ້ຄົນເຫລົ່ານັ້ນຊຶ່ງອ້າງວ່າ ເວົ້າກັບຄົນຕາຍໄດ້, ຜູ້ທີ່ຢູ່ໃນອານາຈັກຂອງພຣະອົງທັງຫມົດ.
# ດານີເອນຢູ່ບາບີໂລນດົນປານໃດ?
ລາວຢູ່ທີ່ນັ້ນຈົນເຖິງສະໄຫມທຳອິດຂອງກະສັດໄຊຣັດ.

7
dan/02/01.md Normal file
View File

@ -0,0 +1,7 @@
# ເມື່ອໃດເນບູກາດເນັດຊາມີຄວາມຝັນທີ່ເຮັດໃຫ້ລາວກັງວົນຈົນບໍ່ສາມາດນອນຫລັບໄດ້?
ເຫດການນີ້ເກີດຂຶ້ນໃນປີທີສອງຂອງການປົກຄອງຂອງລາວ.
# ເປັນຫຍັງກະສັດຈຶ່ງຮຽກຮ້ອງບັນດານັກວິທະຍາຄົມ , ຜູ້ຊົງມີເວດມົນຄາຖາ,​ນັກປາດ ເເລະ ຄົນເຫລົ່ານັ້ນໄດ້ອ້າງວ່າເວົ້າກັບຄົນຕາຍ?
ກະສັດຕ້ອງການໃຫ້ຜູ້ຊາຍເຫລົ່ານີ້ເລົ່າເລື່ອງຄວາມຝັນຂອງລາວ.

11
dan/02/05.md Normal file
View File

@ -0,0 +1,11 @@
# ກະສັດໄດ້ຕ້ອງການຫຍັງໂດຍສະເພາະໃຫ້ພວກຄົນນັກປາດເຮັດ?
ກະສັດຕ້ອງການໃຫ້ພວກນັກປາດເປີດເຜີຍຄວາມຝັນໃຫ້ລາວ ແລະພ້ອມທັງຕີຄວາມຝັນໃຫ້ກະສັດ.
# ກະສັດກ່າວວ່າຈະເກີດຫຍັງຂຶ້ນກັບພວກນັກປາດຖ້າພວກເຂົາບໍ່ບອກຄວາມຝັນຂອງກະສັດ ແລະຕີຄວາມຫມາຍໃຫ້ລາວ?
ກະສັດກ່າວວ່າ ຖ້າພວກເຂົາບໍ່ບອກຄວາມຝັນຂອງລາວ, ຮ່າງຂອງເຂົາຈະຖືກຈີກອອກຈາກກັນເປັນຕ່ອນ ເເລະ ບ້ານເຮືອນຂອງເຂົາຈະຖືກເຮັດໃຫ້ເປັນກອງຂີ້ເຫຍື່ອ.
# ກະສັດໄດ້ເວົ້າວ່າລາວຈະເຮັດຫຍັງສຳລັບບຸກຄົນ ຫລືຜູ້ທີ່ເປີດເຜີຍຄວາມຝັນໃຫ້ລາວ ແລະຕີຄວາມຫມາຍໄດ້?
ກະສັດກ່າວວ່າທ່ານຈະມອບຂອງຂວັນນັ້ນແກ່ບຸກຄົນ ຫລື ບຸກຄົນນັ້ນ, ເປັນລາງວັນ ແລະກຽດຕິຍົດສູງສຸດ.

3
dan/02/10.md Normal file
View File

@ -0,0 +1,3 @@
# ພວກນັກປາດເວົ້າວ່າສາມາດເຮັດສິ່ງທີ່ກະສັດຖາມກ່ຽວກັບຄວາມຝັນຂອງລາວໄດ້ແນວໃດ?
ພວກນັກປາດຈຶ່ງໄດ້ກ່າວວ່າບໍ່ມີຜູ້ໃດຢູ່ເທິງໂລກທີ່ສາມາດຕອບສະຫນອງຄວາມຕ້ອງການຂອງກະສັດໄດ້, ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດເຮັດໄດ້.

3
dan/02/12.md Normal file
View File

@ -0,0 +1,3 @@
# ຫລັງຈາກທີ່ພວກນັກປາດຕອບກັບເນບູກາດເນັດຊາ, ກະສັດໄດ້ອອກຄຳສັ່ງຫຍັງ?
ກະສັດໄດ້ອອກຄຳສັ່ງໃຫ້ຂ້າຄົນເຫລົ່ານັ້ນໃນບາບີໂລນ ຜູ້ທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດຂອງພວກເຂົາ.

11
dan/02/14.md Normal file
View File

@ -0,0 +1,11 @@
# ອາຣີໂອກແມ່ນໃຜ?
ລາວເປັນຫົວຫນ້າຣາຊອົງຄະລັກຂອງກະສັດ, ຜູ້ມາປະຫານຄົນເຫລົ່ານັ້ນໃນບາບີໂລນ ຜູ້ທີ່ມີຊື່ສຽງໃນຄວາມສະຫລຽວສະຫລາດ.
# ດານີເອນໄດ້ພົວພັນກັບອາຣີໂອກແນວໃດ, ເມື່ອລາວມາຮອດດານີເອນ?
ດານີເອນຕອບດ້ວຍຄວາມຮອບຄອບຕໍ່ອາຣີໂອກ. ລາວຖາມອາຣີໂອກວ່າເປັນຫຍັງກະສັດຈຶ່ງອອກຄຳສັ່ງຮຸນເເຮງດັ່ງນີ້.
# ດານີເອນໄດ້ຮ້ອງຂໍຫຍັງຫລັງຈາກເວົ້າກັບອາຣີໂອກ?
ດານີເອນໄດ້ເຂົ້າໄປ ແລະຂໍການນັດພົບກັບກະສັດເພື່ອໃຫ້ລາວສາມາດຕີຄວາມຫມາຍຂອງຄວາມຝັນຂອງກະສັດ.

3
dan/02/19.md Normal file
View File

@ -0,0 +1,3 @@
# ດານີເອນໄດ້ເຮັດຫຍັງຫລັງຈາກຄວາມລຶກລັບຖືກເປີດເຜີຍຕໍ່ລາວ?
ດານີເອນກໍໄດ້ຖວາຍສາທຸການເເດ່ພຣະເຈົ້າເເຫ່ງຟ້າສະຫວັນ.

3
dan/02/23.md Normal file
View File

@ -0,0 +1,3 @@
# ດານີເອນໄດ້ຂອບພຣະຄຸນພຣະເຈົ້າຂອງບັນພະບູລຸດຂອງລາວວ່າແນວໃດ?
ດານີເອນຂອບຄຸນພຣະເຈົ້າຂອງບັນພະບູລຸດຂອງລາວສຳລັບປັນຍາ ເເລະ ຣິດເດດທີ່ພຣະເຈົ້າຂອງບັນພະບູລຸດຂອງລາວໄດ້ປະທານໃຫ້ແກ່ລາວ.

7
dan/02/24.md Normal file
View File

@ -0,0 +1,7 @@
# ດານີເອນໄດ້ໄປຫາຜູ້ໃດຫລັງຈາກຄວາມລັບຖືກເປີດເຜີຍຕໍ່ລາວ?
ດານີເອນກໍໄດ້ໄປຫາອາຣີໂອກ.
# ດານີເອນໄດ້ບອກຫຍັງກັບອາຣີໂອກ?
ດານີເອນບອກອາຣີໂອກຢ່າປະຫານນັກປາດໃນບາບີໂລນ. ດານີເອນໄດ້ບອກໃຫ້ອາຣີໂອກເອົາລາວໄປເຂົ້າເຝົ້າກະສັດ ເພື່ອດານີເອນສາມາດບອກຄວາມຫມາຍຂອງຄວາມຝັນນັ້ນໃຫ້ກະສັດ.

7
dan/02/27.md Normal file
View File

@ -0,0 +1,7 @@
# ເມື່ອດານີເອນຖືກນຳໄປຫາກະສັດ, ຜູ້ທີ່ດານີເອນເວົ້າວ່າສາມາດເປີດເຜີຍຄວາມລຶກລັບ ກະສັດໄດ້ຮຽກຮ້ອງຫຍັງ?
ດານີເອນກ່າວວ່າມີພຣະເຈົ້າຜູ້ຊົງສະຖິດຢູ່ໃນສະຫວັນ, ເຊິ່ງເປີດເຜີຍຄວາມລັບ.
# ໂດຍທົ່ວໄປສິ່ງທີ່ດານີເອນເວົ້າວ່າຄວາມຝັນຂອງກະສັດແມ່ນກ່ຽວກັບຫຍັງ?
ດານີເອນກ່າວວ່າຄວາມຝັນນັ້ນແມ່ນກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນວັນຂ້າງຫນ້າ.

3
dan/02/29.md Normal file
View File

@ -0,0 +1,3 @@
# ເປັນຫຍັງຄວາມຝັນຈຶ່ງເປີດເຜີຍກັບດານີເອນ?
ຄວາມຝັນໄດ້ຖືກເປີດເຜີຍແກ່ດານີເອນ ເພື່ອວ່າກະສັດຈະເຂົ້າໃຈຄວາມຫມາຍ ແລະ ຮູ້ຄວາມຄິດທີ່ເລິກເຊິ່ງພາຍໃນຕົວເອງ.

3
dan/02/31.md Normal file
View File

@ -0,0 +1,3 @@
# ຮູບປັ້ນທີ່ກະສັດເຫັນໃນຄວາມຝັນຂອງລາວມີລັກສະນະຄືແນວໃດ?
ຮູບປັ້ນດັ່ງກ່າວມີຂະຫນາດໃຫຍ່ ແລະ ຫົວຂອງຮູບປັ້ນນີ້ໄດ້ເຮັດດ້ວຍຄຳຢ່າງດີທີ່ສຸດ. ເອິກເເລະ ເເຂນເປັນເງິນ. ສ່ວນເເອວ ເເລະກົກຂາເປັນທອງສຳຣິດ ແລະ ສ່ວນຂາໄດ້ເຮັດດ້ວຍເຫລັກ ແລະດິນຫນຽວສ່ວນຫນຶ່ງ.

7
dan/02/34.md Normal file
View File

@ -0,0 +1,7 @@
# ມີສິ່ງໃດເກີດຂຶ້ນກັບຮູບປັ້ນທີ່ກະສັດເຫັນໃນຄວາມຝັນຂອງລາວ?
ກະສັດໄດ້ເຫັນການຕັດກ້ອນຫີນ, ແຕ່ບໍ່ແມ່ນດ້ວຍມືຂອງມະນຸດ. ກ້ອນຫີນໄດ້ກະທົບຕີນຂອງຮູບປັ້ນ ແລະ ຮູບປັ້ນທັງຫມົດແຕກອອກເປັນຊິ້ນສ່ວນໄປ.
# ມີຫຍັງເກີດຂຶ້ນກັບຫີນທີ່ກະທົບຮູບປັ້ນນັ້ນ?
ກ້ອນຫີນທີ່ກະທົບຮູບປັ້ນນັ້ນໄດ້ກາຍເປັນພູເຂົາໃຫຍ່ຈົນເຕັມພິພົບ.

3
dan/02/36.md Normal file
View File

@ -0,0 +1,3 @@
# ໃຜເປັນຫົວຫນ້າທອງຄຳ?
ກະສັດເນບູກາດເນັດຊາເປັນຫົວຫນ້າທອງຄຳ.

3
dan/02/44.md Normal file
View File

@ -0,0 +1,3 @@
# ພຣະເຈົ້າແຫ່ງຟ້າສະຫວັນຈະເຮັດຫຍັງໃນວັນເວລາທີ່ອານາຈັກກາຍເປັນທາດເຫລັກ ແລະ ດິນເຜົາສ່ວນຫນຶ່ງ?
ໃນສະໄຫມນັ້ນພຣະເຈົ້າເເຫ່ງຟ້າຈະສະຖາປະນາອານາຈັກຫນຶ່ງຊຶ່ງບໍ່ມີວັນຖືກທຳລາຍ, ຫລື ຖືກເອົາຊະນະໂດຍຊົນຊາດອື່ນ.

7
dan/02/46.md Normal file
View File

@ -0,0 +1,7 @@
# ເນບູກາດເນັດຊາໄດ້ສັ່ງໃຫ້ເຮັດຫຍັງສຳລັບດານີເອນ ຫລັງຈາກລາວໄດ້ບອກຄວາມຝັນ ແລະການຕີຄວາມຂອງກະສັດສຳເລັດແລ້ວ?
ກະສັດສັ່ງໃຫ້ນຳເຄື່ອງບູຊາ ເເລະເຄື່ອງຫອມມາໃຫ້ດານີເອນ.
# ເນບູກາດເນັດຊາໄດ້ເວົ້າຫຍັງກ່ຽວກັບພຣະເຈົ້າຂອງດານີເອນ?
ເນບູກາດເນັດຊາກ່າວວ່າພຣະເຈົ້າຂອງທ່ານຊົງເປັນພຣະເຈົ້າ, ເຫນືອເທບທັງຫລາຍ ເເລະຊົງເປັນພຣະຜູ້ເປັນເຈົ້າເຫນືອກະສັດທັງປວງ, ແລະຊົງເປັນຜູ້ເປີດເຜີຍຄວາມລຶກລັບ.

3
dan/02/48.md Normal file
View File

@ -0,0 +1,3 @@
# ເນບູກາດເນັດຊາໄດ້ເຮັດຫຍັງຫລັງຈາກດານີເອນໄດ້ຮ້ອງຂໍຈາກກະສັດ?
ກະສັດໄດ້ແຕ່ງຕັ້ງຊັດຣາກ, ເມຊາກ, ເເລະ ອາເບັດເນໂກເປັນຜູ້ບໍລິຫານຢູ່ໃນເເຂວງບາບີໂລນ.

3
dan/03/01.md Normal file
View File

@ -0,0 +1,3 @@
# ຮູບປັ້ນຄຳຂອງກະສັດເນບູກາດເນັດຊາສ້າງ ແລະຕັ້ງຢູ່ເທິງພູພຽງດຸລານັ້ນມີຂະຫນາດເທົ່າໃດ?
ຮູບປັ້ນດັ່ງກ່າວມີຄວາມສູງຫົກສິບສອກ ແລະກວ້າງຫົກສອກ.

7
dan/03/03.md Normal file
View File

@ -0,0 +1,7 @@
# ຜູ້ໃດມາສະຫລອງຮູບປັ້ນທີ່ເນບູກາດເນັດຊາໄດ້ເຮັດ?
ບັນດາຜູ້ວ່າການທ້ອງຖິ່ນ, ພ້ອມດ້ວຍອົງຄະມົນຕີ, ນາຍຄັງ, ຜູ້ພິພາກສາ, ຕຸລາການ, ແລະບັນດາເຈົ້າຫນ້າທີ່ຊັ້ນສູງ ຂອງມົນທົນກໍໄດ້ເຂົ້າມາປະຊຸມງານສະຫລອງຮູບປັ້ນ.
# ເນບູກາດເນັດຊາຢາກໃຫ້ຜູ້ທີ່ເຂົ້າຮ່ວມການສະຫລອງເຮັດຫຍັງ?
ລາວຕ້ອງການໃຫ້ຜູ້ທີ່ເຂົ້າຮ່ວມງານກົ້ມຂາບລົງຂາບໄຫວ້ຮູບປັ້ນທອງເມື່ອພວກເຂົາໄດ້ຍິນສຽງແກ, ຂຸ່ຍ, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່, ປີ່ຖົງ, ເເລະເຄື່ອງດົນຕີທຸກຊະນິດ.

3
dan/03/06.md Normal file
View File

@ -0,0 +1,3 @@
# ກະສັດສັ່ງໃຫ້ເກີດຫຍັງຂຶ້ນກັບຜູ້ທີ່ບໍ່ກົ້ມກາບຂາບໄຫວ້ຮູບປັ້ນເມື່ອພວກເຂົາໄດ້ຍິນເຄື່ອງດົນຕີ ແລະເຄື່ອງດົນຕີທັງຫມົດ?
ກະສັດກ່າວວ່າ, ຜູ້ທີ່ບໍ່ກາບລົງ ແລະນະມັດສະການ, ໃນເວລານັ້ນກໍຈະຖືກໂຍນເຂົ້າ, ໄປໃນເຕົາໄຟລຸກຢູ່.

3
dan/03/08.md Normal file
View File

@ -0,0 +1,3 @@
# ໃຜໄດ້ນຳເອົາຂໍ້ກ່າວຫາຕໍ່ຊັດຣາກ, ເມຊາກ, ເເລະອາເບັດເນໂກ?
ຊາວເຄເດັຍບາງຄົນໄດ້ມາ ແລະກ່າວຫາພວກເຂົາ.

3
dan/03/11.md Normal file
View File

@ -0,0 +1,3 @@
# ຜູ້ໃດບໍ່ໄດ້ກົ້ມຂາບໄຫວ້ຮູບປັ້ນນັ້ນ?
ຊາວຢິວບາງຄົນ, ຊື່ຂອງພວກເຂົາຊື່ວ່າຊັດຣາກ, ເມຊາກ, ເເລະ ອາເບັດເນໂກ, ພວກເຂົາຈະບໍ່ກົ້ມຂາບໄຫວ້ຮູບປັ້ນນັ້ນ.

3
dan/03/16.md Normal file
View File

@ -0,0 +1,3 @@
# ຊັດຣາກ, ເມຊາກ, ເເລະ ອາເບັດເນໂກ ມີການຕອບສະຫນອງແນວໃດ ກັບກະສັດໃນເວລາທີ່ກະສັດໄດ້ສັ່ງໃຫ້ກົ້ມລົງກາບ ແລະ ບູຊາຮູບປັ້ນ, ແລະ ກ່າວເຖິງຜົນສະທ້ອນຖ້າພວກເຂົາບໍ່ປະຕິບັດຕາມຄໍາສັ່ງຂອງກະສັດຈະເປັນແນວໃດ?
ຊັດຣາກ, ເມຊາກ, ເເລະ ອາເບັດເນໂກຕອບວ່າພຣະເຈົ້າຂອງພວກເຂົາສາມາດ ແລະ ຈະຮັກສາຄວາມປອດໄພໃຫ້ພວກເຂົາ ແລະຊ່ວຍພວກເຂົາໃຫ້ພົ້ນຈາກເຕົາໄຟ. ແຕ່ເຖິງແນວໃດກໍຕາມ, ພວກເຂົາກໍ່ຈະບໍ່ນະມັດສະການພະເຈົ້າຂອງເນບູກາດເນັດຊາ ຫລື ກົ້ມຂາບຮູບປັ້ນນັ້ນ.

3
dan/03/19.md Normal file
View File

@ -0,0 +1,3 @@
# ຄຳສັ່ງເນບູກາດເນັດຊາກ່ຽວກັບຊັດຣາກ, ເມຊາກ, ເເລະ ອາເບັດເນໂກແມ່ນຫຍັງ?
ເນບູກາດເນັດຊາສັ່ງໃຫ້ເຕົາໄຟຮ້ອນຂຶ້ນກວ່າປົກກະຕິ 7 ຄັ້ງ, ແລະ ສຳລັບຊັດຣາກ, ເມຊາກ, ເເລະ ອາເບັດເນໂກຖືກມັດໄວ້ ແລະ ໂຍນເຂົ້າເຕົາໄຟ.

3
dan/03/21.md Normal file
View File

@ -0,0 +1,3 @@
# ມີຫຍັງເກີດຂຶ້ນກັບຊັດຣາກ, ເມຊາກ, ເເລະ ອາເບັດເນໂກ ແລະ ພວກຜູ້ຊາຍທີ່ເອົາພວກເຂົາໄປວາງລົງໃນເຕົາໄຟ?
ພວກຜູ້ຊາຍທີ່ຈັບຊັດຣາກ, ເມຊາກ, ເເລະ ອາເບັດເນໂກໄດ້ຖືກຂ້າຕາຍຍ້ອນແປວໄຟທີ່ຮ້ອນຫລາຍຈາກເຕົາໄຟ ແລະ ຊັດຣາກ, ເມຊາກ, ເເລະອາເບັດເນໂກໄດ້ລົ້ມລົງໃນເຕົາໄຟ.

3
dan/03/24.md Normal file
View File

@ -0,0 +1,3 @@
# ສິ່ງໃດທີ່ເຮັດໃຫ້ເນບູກາດເນັດຊາປະຫລາດໃຈ ແລະ ລຸກຢືນຂຶ້ນຢ່າງວ່ອງໄວ?
ເນບູກາດເນັດຊາໄດ້ປະຫລາດໃຈຫລາຍເພາະວ່າລາວໄດ້ເຫັນຊາຍສີ່ຄົນ, ບໍ່ຖືກມັດ, ຍ່າງອ້ອມໄຟ ແລະ ພວກເຂົາບໍ່ໄດ້ເຈັບຫຍັງເລີຍ ແລະ ຄວາມສະຫງ່າລາສີຂອງຜູ້ຊາຍຄົນທີສີ່ກໍ່ຄືກັບບຸດ ຂອງພຣະເຈົ້າ.

3
dan/03/26.md Normal file
View File

@ -0,0 +1,3 @@
# ຜູ້ທີ່ຢູ່ໃນເຫດການ ໄດ້ສັງເກດເຫັນຫຍັງກ່ຽວກັບຊັດຣາກ, ເມຊາກ, ເເລະ ອາເບັດເນໂກຫລັງຈາກພວກເຂົາອອກຈາກໄຟ.
ຜູ້ທີ່ຢູ່ໃນເຫດການ ສັງເກດເຫັນວ່າໄຟບໍ່ໄດ້ ທຳຮ້າຍຮ່າງກາຍຂອງພວກເຂົາ; ຜົມຢູ່ເທິງຫົວຂອງພວກເຂົາກໍບໍ່ງໍ; ເສື້ອຄຸມຂອງພວກເຂົາບໍ່ໄດ້ຮັບອັນຕະລາຍ; ແລະ ບໍ່ມີກິ່ນໄຟໃນໂຕຂອງພວກເຂົາ.

7
dan/03/29.md Normal file
View File

@ -0,0 +1,7 @@
# ເນບູກາດເນັດຊາອອກຄຳສັ່ງຫຍັງຫລັງຈາກເຫດການຂອງຊັດຣາກ, ເມຊາກ, ເເລະອາເບັດເນໂກ ແລະເຕົາໄຟທີ່ຖືກໄຟໄຫມ້?
ເນບູກາດເນັດຊາໄດ້ອອກຄຳສັ່ງວ່າບຸກຄົນ, ຊົນຊາດໃດ ຫລືພາສາໃດກໍ່ຕາມທີ່ເວົ້າຫຍັງຕໍ່ພຣະເຈົ້າຊັດຣາກ, ເມຊາກ, ເເລະ ອາເບັດເນໂກຈະຖືກແຍກອອກໄປ, ເຮືອນຂອງພວກເຂົາຈະຖືກເຮັດໃຫ້ເປັນເນີນພູຂອງນ້ຳ ເປື້ອນເພາະວ່າບໍ່ມີພຣະເຈົ້າອື່ນທີ່ສາມາດຊ່ວຍຊີວິດແບບນັ້ນໄດ້.
# ກະສັດໄດ້ເຮັດຫຍັງສຳລັບຊັດຣາກ, ເມຊາກ, ເເລະອາເບັດເນໂກ?
ກະສັດເນບູກາດເນັດຊາ, ໄດ້ສົ່ງເສີມຊັດຣາກ, ເມຊາກ, ເເລະອາເບັດເນໂກໃນແຂວງບາບີໂລນ.

11
dan/04/01.md Normal file
View File

@ -0,0 +1,11 @@
# ເນບູກາດເນັດຊາໄດ້ສົ່ງສານດັ່ງກ່າວໃຫ້ກັບໃຜ?
ເນບູກາດເນັດຊາໄດ້ສົ່ງສານໃຫ້ປະຊາຊົນທຸກປະເທດ ແລະ ທຸກພາສາທີ່ອາໄສຢູ່ເທິງແຜ່ນດິນໂລກ.
# ເປັນຫຍັງເນບູກາດເນັດຊາຈຶ່ງອອກສານດັ່ງກ່າວ?
ເນບູກາດເນັດຊາໄດ້ສົ່ງສານວ່າດ້ວຍການບອກທຸກຄົນກ່ຽວກັບຫມາຍສຳຄັນຕ່າງໆ ເເລະການອັດສະຈັນຕ່າງໆ.
# ເນບູກາດເນັດຊາເວົ້າຫຍັງບໍ່ກ່ຽວກັບຜູ້ສູງສຸດ?
ເນບູກາດເນັດຊາກ່າວກ່ຽວກັບພຣະເຈົ້າອົງສູງສຸດວ່າ, "ເຄື່ອງຫມາຍຂອງພຣະອົງຍິ່ງໃຫຍ່ຊໍ່າໃດ, ແລະອັດສະຈັນຂອງພຣະອົງຍິ່ງໃຫຍ່ພຽງໃດ!

7
dan/04/04.md Normal file
View File

@ -0,0 +1,7 @@
# ສິ່ງໃດທີ່ເຮັດໃຫ້ເນບູກາດເນັດຊາຢ້ານ?
ຄວາມຝັນເນບູກາດເນັດຊາໄດ້ເຮັດໃຫ້ລາວຢ້ານກົວ.
# ເປັນຫຍັງເນບູກາດເນັດຊາຈຶ່ງອອກຄຳສັ່ງທີ່ຈະນຳເອົາບັນດາຄົນສະຫລາດທັງຫມົດ ຂອງບາບີໂລນມາຫາພຣະອົງ?
ເນບູກາດເນັດຊາຕ້ອງການຜູ້ຊາຍທີ່ສະຫລາດຂອງບາບີໂລນມາ ແລະຕີຄວາມຝັນຂອງລາວຕໍ່ລາວ.

7
dan/04/07.md Normal file
View File

@ -0,0 +1,7 @@
# ຊື່ບາບີໂລນຂອງດານີເອນແມ່ນຫຍັງ ແລະ ຕຳແຫນ່ງຂອງດານີເອນໃນອານາຈັກເນບູກາດເນັດຊາແມ່ນຫຍັງ?
ຊື່ບາບີໂລນຂອງດານີເອນແມ່ນ ເບນເຕຊັດຊາເຣ ແລະ ລາວໄດ້ດຳລົງຕຳແຫນ່ງ "ຫົວຫນ້າຂອງພວກຫມໍດູຜູ້ມີປັນຍາ".
# ໃຜທີ່ເນບູກາດເນັດຊາເຊື່ອວ່າສາມາດບອກຄວາມຫມາຍຂອງຄວາມຝັນຂອງລາວ?
ເນບູກາດເນັດຊາເຊື່ອວ່າດານີເອນສາມາດຕີຄວາມຝັນຂອງລາວສຳລັບລາວ, ເພາະເນບູກາດເນັດຊາເວົ້າກ່ຽວກັບດານີເອນວ່າ "... ວິນຍານຂອງພຣະເຈົ້າທີ່ສັກສິດຢູ່ໃນຕົວທ່ານ ແລະ ບໍ່ມີຄວາມລຶກລັບຫຍັງທີ່ຍາກເກີນໄປສຳລັບທ່ານ.

3
dan/04/10.md Normal file
View File

@ -0,0 +1,3 @@
# ໃນຕອນທຳອິດຂອງຄວາມຝັນຂອງລາວເນບູກາດເນັດຊາໄດ້ເຫັນຫຍັງ?
ເນບູກາດເນັດຊາໄດ້ເຫັນຕົ້ນໄມ້ໃຫຍ່, ແຂງແຮງ, ສວຍງາມເຊິ່ງໄປເຖິງສະຫວັນ. ມັນໄດ້ໃຫ້ຮົ່ມສຳລັບສັດ ແລະ ບ່ອນອາໄສ ສຳລັບສັດປີກ. ມັນມີຫມາກໄມ້ທີ່ອຸດົມສົມບູນທີ່ລ້ຽງຊີວິດສັດທັງຫມົດ.

3
dan/04/13.md Normal file
View File

@ -0,0 +1,3 @@
# ທູດສະຫວັນຜູ້ບໍລິສຸດຈາກສະຫວັນເວົ້າໃຫ້ເຮັດຫຍັງກັບຕົ້ນໄມ້?
ທູດສະຫວັນຜູ້ບໍລິສຸດກ່າວວ່າ ໂຄ້ນຕົ້ນໄມ້ນີ້ ເເລະຕັດກິ່ງອອກເສຍ, ລິໃບອອກ ເເລະໃຫ້ຫມາກຂອງມັນກະຈາຍໄປ.

3
dan/04/15.md Normal file
View File

@ -0,0 +1,3 @@
# ຈະເຮັດຫຍັງກັບເຫງົ້າຕົ້ນໄມ້?
ເຫງົ້າໄມ້ນີ້ຈະຖືກປະໄວ້ໃນແຜ່ນດິນໂລກຜູກມັດດ້ວຍແຖບເຫລັກ ແລະ ທອງເຫລືອງ. ປ່ອຍໃຫ້ມັນຊຸ່ມດ້ວຍນ້ຳຕົກ. ປ່ອຍໃຫ້ມັນຢູ່ກັບສັດ. ໃຫ້ຈິດໃຈຂອງເຂົາເປັນສັດ ແລະ ບໍ່ແມ່ນຂອງມະນຸດເປັນເວລາເຈັດປີ.

3
dan/04/17.md Normal file
View File

@ -0,0 +1,3 @@
# ຈຸດປະສົງຂອງການເຮັດສິ່ງນີ້ກັບຕົ້ນໄມ້ໃນຄວາມຝັນຂອງເນບູກາດເນັດຊາແມ່ນຫຍັງ?
ຜູ້ທີ່ໄດ້ມີຊີວິດຢູ່ຈະໄດ້ຮູ້ວ່າພຣະອົງຜູ້ສູງສຸດຊົງປົກຄອງບັນດາຣາຊອານາຈັກຂອງປະຊາຊົນ ເເລະປະທານຣາຊອານາຈັກນັ້ນໃຫ້ແກ່ຜູ້ທີ່ພຣະອົງພໍໃຈທີ່ຈະໃຫ້ປົກຄອງພວກເຂົາ.

3
dan/04/20.md Normal file
View File

@ -0,0 +1,3 @@
# ແມ່ນໃຜເວົ້າວ່າຕົ້ນໄມ້ຢູ່ໃນຄວາມຝັນຂອງເນບູກາດເນັດຊາ?
ດານີເອນກ່າວວ່າຕົ້ນໄມ້ນັ້ນແມ່ນເນບູກາດເນັດຊາ.

7
dan/04/24.md Normal file
View File

@ -0,0 +1,7 @@
# ຈະເກີດຫຍັງຂຶ້ນກັບກະສັດເນບູກາດເນັດຊາຈົນກວ່າລາວຈະຍອມຮັບວ່າພຣະເຈົ້າອົງສູງສຸດປົກຄອງອານາຈັກຂອງປະຊາຊົນ ແລະພຣະອົງຈະປະທານຣາຊອານາຈັກນັ້ນເເກ່ຜູ້ທີ່ພຣະອົງພໍພຣະໄທ?
ເນບູກາດເນັດຊາຈະຖືກຂັບໄລ່ອອກຈາກບັນດາຜູ້ຊາຍ. ລາວຈະອາໄສຢູ່ໃນທົ່ງນາດ້ວຍສັດປ່າ ແລະກິນຫຍ້າຄືກັນກັບງົວ ແລະ ຕົວປຽກດ້ວຍນ້ຳຕົກຈາກສະຫວັນ.
# ມັນດົນປານໃດກ່ອນທີ່ ເນບູກາດເນັດຊາລາວຈະຍອມຮັບວ່າພຣະເຈົ້າອົງສູງສຸດປົກຄອງອານາຈັກຂອງປະຊາຊົນ ແລະ ພຣະອົງຈະປະທານຣາຊອານາຈັກນັ້ນເເກ່ຜູ້ທີ່ພຣະອົງພໍພຣະໄທ.
ເຈັດປີໄດ້ຜ່ານໄປຈົນກວ່າເນບູກາດເນັດຊາ ລາວຈະຍອມຮັບວ່າພຣະເຈົ້າອົງສູງສຸດປົກຄອງອານາຈັກຂອງປະຊາຊົນ ແລະ ພຣະອົງຈະປຣະທານຣາຊອານາຈັກນັ້ນເເກ່ຜູ້ທີ່ພຣະອົງພໍພຣະໄທ.

3
dan/04/26.md Normal file
View File

@ -0,0 +1,3 @@
# ຫລັງຈາກແປຄວາມຝັນ ສຳລັບເນບູກາດເນັດຊາ, ຄຳແນະນຳຂອງດານີເອນ ສຳລັບລາວແມ່ນຫຍັງ?
ດານີເອນໄດ້ແນະນຳໃຫ້ ເນບູກາດເນັດຊາຢຸດການເຮັດບາບ ແລະ ເຮັດສິ່ງທີ່ຖືກຕ້ອງ. ແລະ ຍັງໄດ້ບອກເນບູກາດເນັດຊາໃຫ້ຫັນຫນີຈາກບາບຂອງຕົນໂດຍການສະແດງຄວາມເມດຕາຕໍ່ຜູ້ທີ່ຖືກກົດຂີ່ຂົ່ມເຫັງ.

3
dan/04/28.md Normal file
View File

@ -0,0 +1,3 @@
# ມັນດົນປານໃດກ່ອນການຕີຄວາມຫມາຍຂອງຄວາມຝັນຂອງເນບູກາດເນັດຊາໄດ້ເລີ່ມຕົ້ນເກີດຂຶ້ນ?
ສິ່ງທັງຫມົດເຫລົ່ານີ້ເລີ່ມເກີດຂຶ້ນສິບສອງເດືອນຫລັງຈາກຄວາມຝັນຂອງລາວ.

3
dan/04/34.md Normal file
View File

@ -0,0 +1,3 @@
# ເນບູກາດເນັດຊາໄດ້ເຮັດຫຍັງຫລັງຈາກຄວາມປົກກະຕິຂອງລາວໄດ້ຖືກຟື້ນຟູຄືນມາສູ່ລາວ?
ເນບູກາດເນັດຊາໄດ້ຍ້ອງຍໍ ແລະ ໃຫ້ກຽດແກ່ອົງຜູ້ສູງສຸດທີ່ປົກຄອງຕະຫລອດໄປ.

7
dan/04/36.md Normal file
View File

@ -0,0 +1,7 @@
# ມີຫຍັງເກີດຂຶ້ນກັບອານາຈັກຂອງເນບູກາດເນັດຊາ?
ອານາຈັກໄດ້ຖືກມອບຄືນໃຫ້ລາວ.
# ຄຳຖະແຫລງສຸດທ້າຍຂອງກະສັດເນບູກາດເນັດຊາກ່ຽວກັບກະສັດແຫ່ງສະຫວັນແມ່ນຫຍັງ?
ຄຳຖະແຫລງຂອງລາວແມ່ນ: "ບັດນີ້ ເຮົາເອງ, ເນບູກາດເນັດຊາ, ຂໍສັນລະເສີນ, ຍົກຍ້ອງ, ແລະຖວາຍກຽດແດ່ອົງກະສັດແຫ່ງຟ້າ, ເພາະວ່າພຣະຣາຊກິດຂອງພຣະອົງຖືກຕ້ອງ, ແລະການກະທຳຂອງພຣະອົງກໍທ່ຽງທຳ. ພຣະອົງຊົງເຮັດໃຫ້ບັນດາຜູ້ດຳເນີນຢູ່ໃນຄວາມຈອງຫອງໄດ້ຖ່ອມຕົວເອງ.

7
dan/05/01.md Normal file
View File

@ -0,0 +1,7 @@
# ກະສັດເບັນຊັດຊາເຣໄດ້ຈັດງານລ້ຽງໃຫຍ່ສຳລັບໃຜ?
ພຣະອົງໄດ້ຊົງຈັດງານລ້ຽງໃຫຍ່ເເກ່ບັນດາເຊື້ອວົງຫນຶ່ງພັນຄົນ.
# ເບັນຊັດຊາເຣຜູ້ນີ້ແມ່ນຜູ້ໃດ?
ລາວເປັນລູກຊາຍຂອງເນບູກາດເນັດຊາ.

7
dan/05/03.md Normal file
View File

@ -0,0 +1,7 @@
# ພວກເຂົາໃຊ້ພາຊະນະຫຍັງໃນການດື່ມເຫລົ້າທີ່ເຮັດຈາກງານລ້ຽງນີ້?
ພວກຄົນໃຊ້ຈຶ່ງໄດ້ນຳພາຊະນະທອງຄຳຊຶ່ງຢຶດມາຈາກພຣະວິຫານ, ຄືພຣະນິເວດຂອງພຣະເຈົ້າ, ໃນນະຄອນເຢຣູຊາເລັມ.
# ຜູ້ຄົນໃນງານລ້ຽງເຮັດຫຍັງໃນຂະນະທີ່ເຂົາດື່ມເຫລົ້າອະງຸ່ນ?
ພວກເຂົາໄດ້ດື່ມເຫລົ້າອະງຸ່ນ ເເລະ ສັນລະເສີນຮູບເຄົາລົບທັງຫລາຍທີ່ເຮັດດ້ວຍທອງຄຳ, ເງິນ, ທອງສຳຣິດ ,ເຫລັກ, ໄມ້, ເເລະຫີນ.

7
dan/05/05.md Normal file
View File

@ -0,0 +1,7 @@
# ໃນຂະນະທີ່ປະຊາຊົນດື່ມເຫລົ້າອະງຸ່ນ ແລະສັນລະເສີນຮູບເຄົາລົບຂອງພວກເຂົາແມ່ນຫຍັງເກີດຂຶ້ນ?
ນິ້ວມືຂອງຄົນຫລາຍນິ້ວໄດ້ປະກົດຂຶ້ນຕໍ່ຫນ້າຂາຕັ້ງຕະກຽງ ເເລະ ໄດ້ຂຽນລົງທີ່ຝາພະຣາດຊະວັງຂອງກະສັດ.
# ກະສັດໄດ້ຕອບສະຫນອງຫຍັງທັນທີເມື່ອລາວໄດ້ເຫັນມື?
ຫນ້າຂອງກະສັດກໍຊີດໄປ, ເເລະ ພຣະອົງກໍຕົກໃຈຈົນກະທັງພຣະເພົາຊົງອ່ອນເພຍຂາກໍຊົງສັ່ນ.

3
dan/05/07.md Normal file
View File

@ -0,0 +1,3 @@
# ກະສັດໄດ້ສັນຍາຫຍັງກັບຜູ້ທີ່ສາມາດອະທິບາຍອັກສອນທີ່ຂຽນເທິງຝາຜະຫນັງປູນ ແລະ ບອກເຖິງຄວາມຫມາຍຂອງມັນໄດ້?
ກະສັດໄດ້ສັນຍາວ່າ ຜູ້ໃດກໍຕາມທີ່ອະທິບາຍສິ່ງທີ່ຂຽນໄວ້ນີ້ ແລະ ແປຄວາມຫມາຍໃຫ້ເຮົາໄດ້ ເຮົາຈະໃຫ້ຜູ້ນັ້ນສວມເສື້ອສີມ່ວງ ແລະສວມສາຍຄໍທອງຄຳຮອບຄໍເຂົາ ແລະ ເຮົາຈະຕັ້ງໃຫ້ເປັນຜູ້ມີອຳນາດສູງສຸດໃນຣາດຊະອານາຈັກ.

3
dan/05/13.md Normal file
View File

@ -0,0 +1,3 @@
# ອີງຕາມກະສັດລາວໄດ້ເວົ້າຫຍັງກ່ຽວກັບຄຸນລັກສະນະຂອງດານີເອນ?
ກະສັດບອກດານີເອນວ່າ ລາວໄດ້ຍິນວ່າດານີເອນມີພຣະວິນຍານຂອງພຣະເຈົ້າຢູ່ໃນລາວ ແລະວ່າດານີເອນມີຄວາມສະຫວ່າງ ແລະຄວາມເຂົ້າໃຈ ແລະມີປັນຍາທີ່ດີເລີດ.

3
dan/05/17.md Normal file
View File

@ -0,0 +1,3 @@
# ຄຳຕອບຂອງດານີເອນແມ່ນຫຍັງ ເມື່ອລາວຖືກບອກກ່ຽວກັບລາງວັນທີ່ລາວຈະໄດ້ຮັບໃນການອ່ານການຂຽນ ແລະ ອະທິບາຍຄວາມຫມາຍຂອງມັນ?
ດານີເອນໄດ້ທູນກະສັດວ່າ, "ຂໍຊົງເກັບຂອງພະຣາຊທານໄວ້ເປັນຂອງພະອົງເຖີດ, ແລະຂໍປະທານລາງວັນແກ່ຜູ້ອື່ນ, ສ່ວນຂ້ານ້ອຍຈະຂໍອ່ານຂໍ້ຂຽນຖວາຍ, ກະສັດ, ແລະຖວາຍຄຳແປຄວາມຫມາຍໃຫ້ພຣະອົງຊົງຮູ້."

3
dan/05/20.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນບູກາດເນັດຊາລົງຈາກບັນລັງກະສັດຂອງລາວ ແລະ ເປັນຫຍັງຄວາມສະຫງ່າລາສີຂອງລາວຖືກເອົາໄປຈາກລາວ?
ເນບູກາດເນັດຊາສູນເສຍຄວາມສະຫງ່າງາມ ແລະບັນລັງຂອງລາວເພາະວ່າລາວມີໃຈຈອງຫອງຂຶ້ນ ແລະ ໃຈແຂງກະດ້າງໂຫດຮ້າຍຈຶ່ງໄດ້ຊົງປະກອບກິດດ້ວຍຄວາມຫຶກເຫີມ.

3
dan/05/22.md Normal file
View File

@ -0,0 +1,3 @@
# ຂໍ້ກ່າວຫາຂອງດານີເອນຕໍ່ເບັນຊັດຊາເຣແມ່ນຫຍັງ?
ດານີເອນກ່າວວ່າເບັນຊັດຊາເຣບໍ່ໄດ້ຖີ້ມຫົວໃຈຂອງລາວ, ລາວໄດ້ຍົກຕົວຂຶ້ນຕໍ່ຕ້ານພຣະຜູ້ເປັນເຈົ້າຂອງສະຫວັນ ແລະ ລາວບໍ່ໄດ້ຍົກຍ້ອງພຣະເຈົ້າທີ່ຖືລົມຫາຍໃຈຢູ່ໃນມືຂອງລາວ ແລະ ຜູ້ທີ່ຮູ້ທຸກວິທີທາງຂອງລາວ.

3
dan/05/25.md Normal file
View File

@ -0,0 +1,3 @@
# ຄວາມຫມາຍຂອງການຂຽນຢູ່ເທິງຝາຜະຫນັງແມ່ນຫຍັງ?
ຄວາມຫມາຍມີດັ່ງນີ້: ພຣະເຈົ້າໄດ້ຊົງຄຳນວນວາລະສິ້ນສຸດແຫ່ງຣາຊອານາຈັກຂອງເບັນຊັດຊາເຣໄວ້ແລ້ວ. ເບັນຊັດຊາເຣໄດ້ຊັ່ງໃນຕາຊູ ແລະໄດ້ຊົງພົບວ່າຍັງຂາດຢູ່. ຣາຊອານາຈັກຂອງເບັນຊັດຊາເຣ ໄດ້ຖືກແບ່ງອອກ ແລະ ໄດ້ໃຫ້ແກ່ຄົນມີເດຍ ແລະຄົນເປີເຊຍ.

7
dan/05/29.md Normal file
View File

@ -0,0 +1,7 @@
# ມີຫຍັງເກີດຂຶ້ນໃນຄືນນັ້ນ ຫລັງຈາກທີ່ດານີເອນໄດ້ແປຄວາມຫມາຍຂອງລາວກ່ຽວກັບການຂຽນເຖິງເບັນຊັດຊາເຣ?
ຄືນນັ້ນເບັນຊັດຊາເຣ, ກະສັດແຫ່ງບາບີໂລນຖືກຂ້າຕາຍ, ແລະ ດາຣິອຸດຊາວເມເດຍໄດ້ຮັບອານາຈັກ.
# ດາຣິອຸດມີອາຍຸເທົ່າໃດ ເມື່ອທີ່ລາວໄດ້ຮັບຣາຊະອານາຈັກ?
ດາຣິອຸດຊາວເມເດຍ ມີອາຍຸປະມານຫົກສິບສອງປີເມື່ອລາວໄດ້ຮັບອານາຈັກ.

15
dan/06/01.md Normal file
View File

@ -0,0 +1,15 @@
# ດາຣິອຸດໄດ້ແຕ່ງຕັ້ງຜູ້ໃດຂຶ້ນປົກຄອງອານາຈັກ?
ທ່ານໄດ້ຊົງເເຕ່ງຕັ້ງຜູ້ວ່າຣາຊການເເຄວ້ນຈຳນວນ 120ຄົນ ໂດຍຕັ້ງສາມຄົນຢູ່ເຫນືອພວກເຂົາ.
# ໃຜເປັນຫນຶ່ງໃນສາມຜູ້ບໍລິຫານໃຫຍ່ນັ້ນ?
ດານີເອນເປັນຄົນຫນຶ່ງໃນສາມຫົວຫນ້າບໍລິຫານ.
# ເປັນຫຍັງຫົວຫນ້າຜູ້ບໍລິຫານສາມທ່ານຈຶ່ງຖືກແຕ່ງຕັ້ງ?
ພວກເຂົາຖືກແຕ່ງຕັ້ງໃຫ້ເປັນຜູ້ຊີ້ນຳບັນດາເຈົ້າແຂວງ, ເພື່ອວ່າກະສັດຈະບໍ່ປະສົບກັບຄວາມສູນເສຍ.
# ໃຜເປັນຜູ້ກະສັດວາງແຜນທີ່ຈະມອບອານາຈັກທັງຫມົດໃຫ້?
ກະສັດຊົງມີເເຜນຈະເເຕ່ງຕັ້ງໃນດານີເອນດູເເລອານາຈັກເຫລົ່ານັ້ນທັງຫມົດ.

7
dan/06/04.md Normal file
View File

@ -0,0 +1,7 @@
# ເປັນຫຍັງຫົວຫນ້າບໍລິຫານ ແລະເຈົ້າແຂວງອື່ນໆບໍ່ສາມາດພົບເຫັນການສໍ້ລາດບັງຫລວງ, ຄວາມລົ້ມເຫລວໃນຫນ້າທີ່ຂອງລາວ, ບໍ່ມີຂໍ້ຜິດພາດ ແລະບໍ່ມີຄວາມປະຫມາດໃນການເຮັດວຽກຂອງດານີເອນສຳລັບອານາຈັກດັ່ງກ່າວ?
ພວກເຂົາກໍຫາຄວາມຜິດ ຫລືຄວາມບົກຜ່ອງໃນງານຂອງເຂົາບໍ່ໄດ້ ເພາະດານີເອນເປັນຄົນຊື່ສັດ.
# ມີພື້ນທີ່ໃດຫນຶ່ງໃນຊີວິດຂອງລາວ ທີ່ຜູ້ບໍລິຫານ ແລະເຈົ້າແຂວງອື່ນໆ ຄິດວ່າພວກເຂົາອາດຈະພົບເຫັນບາງສິ່ງທີ່ຈະຮ້ອງທຸກຕໍ່ດານີເອນ?
ພວກເຂົາຄິດວ່າພວກເຂົາບໍ່ສາມາດຈະຟ້ອງດານີເອນໄດ້ ນອກຈາກຈະຫາເຫດຜົນໃນເລື່ອງກົດບັນຍັດເເຫ່ງພຣະເຈົ້າຂອງເຂົາ.

3
dan/06/06.md Normal file
View File

@ -0,0 +1,3 @@
# ເຈົ້າແຂວງ ແລະ ຫົວຫນ້າບໍລິຫານອື່ນໆແນະນຳໃຫ້ກະສັດດາຣິອຸດເຮັດແນວໃດ?
ພວກເຂົາໄດ້ແນະນຳໃຫ້ດາຣິອຸດຄວນຈະມີກົດຫມາຍ ແລະ ອອກຄຳສັ່ງ ແລະໃຫ້ມີຜົນໃຊ້ບັງຄັບທັນທີວ່າໃນສາມສິບວັນນີ້ ຢ່າໃຫ້ຜູ້ໃດພາວັນນາອະຖານພະໃດ ຫລືມະນຸດນອກເຫນືອຈາກກະສັດດາຣິອຸດເປັນເວລາສາມສິບວັນ, ຄົນນັ້ນຕ້ອງຖືກໂຍນລົງໄປໃນຖ້ຳສິງໂຕ.

3
dan/06/10.md Normal file
View File

@ -0,0 +1,3 @@
# ດານີເອນໄດ້ເຮັດຫຍັງຫລັງຈາກລາວຮູ້ວ່າດຳລັດໄດ້ຖືກສົ່ງອອກ ແລະ ເອກະສານໄດ້ເຊັ່ນເປັນກົດຫມາຍແລ້ວ?
ດານີເອນໄດ້ເຂົ້າໄປໃນເຮືອນຂອງລາວ, ຄຸເຂົ່າລົງເຂົາພາວະນາອະທິຖານວັນລະສາມຄັ້ງ ຂອບພຣະຄຸນພຣະເຈົ້າ, ຢ່າງທີ່ເຂົາໄດ້ເຄີຍເຮັດກ່ອນຫນ້ານີ້.

7
dan/06/13.md Normal file
View File

@ -0,0 +1,7 @@
# ຜູ້ຊາຍທີ່ວາງແຜນຕ້ານດານີເອນໄດ້ເຮັດຫຍັງ ເມື່ອເຫັນດານີເອນຮ້ອງຂໍ ແລະຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ?
ຄົນເຫລົ່ານັ້ນໄດ້ໄປຫາກະສັດ ແລະ ບອກລາວວ່າດານີເອນບໍ່ເອົາໃຈໃສ່ກະສັດ ຫລືລັດຖະບັນຍັດຂອງລາວ ແລະດານີເອນໄດ້ອະທິຖານຫາພຣະເຈົ້າສາມເທື່ອຕໍ່ມື້.
# ເມື່ອກະສັດໄດ້ຍິນວ່າດານີເອນບໍ່ເຊື່ອຟັງຄຳສັ່ງຂອງຕົນ ກະສັດໄດ້ເຮັດຫຍັງ?
ກະສັດຮູ້ສຶກກັງວົນໃຈຫລາຍ ແລະ ລາວຕັ້ງໃຈຂອງລາວເພື່ອຊ່ວຍດານີເອນຈາກລອດຈາກກົດຫມາຍນີ້ຂອງລາວ.

3
dan/06/17.md Normal file
View File

@ -0,0 +1,3 @@
# ຫລັງຈາກດານີເອນຖືກໂຍນລົງໃນຖ້ຳສິງ, ກະສັດໄດ້ເຮັດຫຍັງ?
ກະສັດກໍໄດ້ຊົງປະທັບກາຂອງພຣະອົງ ແລະດ້ວຍກາຂອງແຫວນບັນດາເຊື້ອພຣະອົງ. ແລ້ວກະສັດກໍໄດ້ກັບຣາຊວັງຂອງພຣະອົງ ແລະ ໄດ້ຊົງອົດອາຫານຕະຫລອດຄືນນັ້ນ ແລະ ບໍ່ຫລັບນອນ.

3
dan/06/19.md Normal file
View File

@ -0,0 +1,3 @@
# ໃນມື້ຕໍ່ມາຫລັງຈາກດານີເອນຖືກໂຍນລົງໄປໃນຖໍ້າສິງໂຕ, ເມື່ອກະສັດໄປທີ່ຖໍ້າ, ກະສັດໄດ້ຖາມດານີເອນວ່າແນວໃດ?
ກະສັດໄດ້ຖາມດານີເອນວ່າ ພຣະເຈົ້າທີ່ດານີເອນໄດ້ຮັບໃຊ້ມາຕະຫລອດນັ້ນຊົງສາມາດຊ່ວຍລາວຈາກສິງໂຕໄດ້.

Some files were not shown because too many files have changed in this diff Show More