initial conversion

This commit is contained in:
Larry Versaw 2021-07-08 16:18:51 -06:00
parent 230527418c
commit 133377f28d
2604 changed files with 12722 additions and 3 deletions

View File

@ -1,3 +1 @@
# lo_tq
Lao Translation Questions
# Lao Translation Questions

3
nam/01/01.md Normal file
View File

@ -0,0 +1,3 @@
# ບໍ່ມີຄຳຖາມ
ບໍ່ມີຄຳຖາມ

11
nam/01/02.md Normal file
View File

@ -0,0 +1,11 @@
# ພຣະຢາເວຊົງເຕັມໄປດ້ວຍຫຍັງ?
ພຣະຢາເວຊົງເຕັມໄປດ້ວຍຄວາມໂກດຮ້າຍ.
# ພຣະຢາເວຊົງຈະແກ້ແຄ້ນຜູ້ໃດ?
ພຣະຢາເວຊົງແກ້ແຄ້ນ​ພວກ​ສັດ­ຕູ​ຂອງ​ພຣະ­ອົງ.
# ພຣະຢາເວຊົງເຮັດວິທີການຂອງພຣະອົງຢູ່ໃສ?
ພຣະຢາເວຊົງດຳເນີນໃນພາຍຸລົມຫມູນ ແລະ ພາຍຸ.

7
nam/01/04.md Normal file
View File

@ -0,0 +1,7 @@
# ມີຫຍັງເກີດຂື້ນກັບດອກໄມ້ແຫ່ງເລບານອນ?
ດອກ­ໄມ້​ຢູ່​ເທິງ​ພູ​ເລ­ບາ­ນອນ​ກໍ​ຫ່ຽວ­ແຫ້ງ​ໄປ.
# ມີຫຍັງເກີດຂື້ນກັບແຜ່ນດິນໂລກຢູ່ໃນທີ່ປະທັບຂອງພຣະຢາເວ?
ແຜ່ນ­ດິນ​ກໍພັງທະລາຍລົງ​ຕໍ່​ພຣະ­ພັກ​ພຣະ­ອົງ

3
nam/01/06.md Normal file
View File

@ -0,0 +1,3 @@
# ບໍ່ມີຄຳຖາມ
ບໍ່ມີຄຳຖາມ

7
nam/01/07.md Normal file
View File

@ -0,0 +1,7 @@
# ພວກເຮົາຈະປຽບທຽບສິ່ງໃດກັບພຣະຢາເວໃນມື້ທີ່ມີຍາກລຳບາກ?
ພຣະຢາເວຊົງເປັນ​ບ່ອນ​ກຳ​ບັງ​ອັນ​ເຂັ້ມ­ແຂງ​ໃນ​ວັນ­ທີ່​ຍາກ​ລຳບາກ.
# ພຣະຢາເວຊົງໄລ່ຕາມສັດຕູຂອງພຣະອົງໃນສິ່ງໃດ?
ພຣະອົງໄລ່ພວກເຂົາເຂົ້າໄປໃນຄວາມມືດ.

3
nam/01/09.md Normal file
View File

@ -0,0 +1,3 @@
# ບໍ່ມີຄຳຖາມ
ບໍ່ມີຄຳຖາມ

3
nam/01/12.md Normal file
View File

@ -0,0 +1,3 @@
# ພຣະຢາເວຈະເຮັດຫຍັງຕໍ່ກັບແອກຂອງປະຊາຊາດນີ້?
ພຣະອົງ​ຈະທຳລາຍ​ແອກ​ຂອງ​ປະຊາຊົນ​ອອກ­ຈາກ​ພວກເຂົາ.

7
nam/01/15.md Normal file
View File

@ -0,0 +1,7 @@
# ຕີນຂອງຜູ້ນຳຂ່າວດີຢູ່ໃສ?
ເທິງພູເຂົາມີ​ຕີນຂອງ​ຜູ້­ນຳ​ຂ່າວ­ດີ​ມາ.
# ເປັນຫຍັງຢູດາຄວນສະຫລອງເທດສະການຕ່າງໆ ແລະຮັກສາຄຳສາບານຂອງຕົນ?
ຢູ­ດາ​ຄວາມຈັດງານສະຫລອງ​ເທດ­ສະ­ການ​ ແລະ ຮັກສາຄຳສາບານຂອງຕົນ, ເພາະ​ຄົນ​ຊົ່ວ​ຈະ​ບໍ່​ມາ​ຫາ​ພວກເຂົາອີກ.

3
nam/02/01.md Normal file
View File

@ -0,0 +1,3 @@
# ພຣະຢາເວຊົງຟື້ນຟູຫຍັງ?
​ພຣະຢາເວຟື້ນຟູຄວາມຮຸ່ງເຮືອງຂອງ­​ຢາ­ໂຄບ.

7
nam/02/03.md Normal file
View File

@ -0,0 +1,7 @@
# ໂລ່ຂອງທະຫານຂອງເຂົາແມ່ນສີຫຍັງ?
ໂລ່ຂອງທະຫານຂອງເຂົາເປັນ​ສີ­ແດງ.
# ແມ່ນຫຍັງທີ່ຜ່ານຖະໜົນຢ່າງໄວວາ?
ລົດມ້າ­ຮົບ​ແລ່ນ​ໄປ​ຕາມ​ຖະ­ຫນົນ​ຢ່າງໄວວາ.

3
nam/02/05.md Normal file
View File

@ -0,0 +1,3 @@
# ບໍ່ມີຄຳຖາມ
ບໍ່ມີຄຳຖາມ

3
nam/02/06.md Normal file
View File

@ -0,0 +1,3 @@
# ມີການອອກຄຳສັ່ງຫຍັງ?
ໄດ້ມີການອອກຄຳສັ່ງວ່າ: ຣາຊະນີຖືກລັກ ແລະ ນຳຕົວໄປ; ສາວ​ໃຊ້​ຂອງ​ນາງ​ຮ້ອງໄຫ້​ຄວນຄາງ​ຄື​ສຽງ​ນົກ­ກາງແກ, ​ກຳລັງ​ຕີ​ເອິກ​ຂອງ​ພວກ­ເຂົາເອງ.

3
nam/02/08.md Normal file
View File

@ -0,0 +1,3 @@
# ຊາວນີເນເວຈະເຮັດຫຍັງ?
ຜູ້ຄົນຕ່າງຫນີໄປເຫມືອນນໍ້າພຸພັງອອກມາ.

7
nam/02/11.md Normal file
View File

@ -0,0 +1,7 @@
# ສິງໂຕມີຄວາມຢ້ານກົວຫຍັງ?
ພວກມັນບໍ່ຢ້ານສິ່ງໃດ.
# ສິງໂຕໄດ້ເຮັດໃຫ້ຖໍ້າຂອງມັນເຕັມໄປດ້ວຍຫຍັງ?
​ສິງໂຕສະ­ສົມ​ຊີ້ນ​ໄວ້ຈົນເຕັມຖໍ້າຂອງມັນ, ໃນຖໍ້າຂອງມັນມີຊາກສັດທິ່ຈີກຂາດເປັນຕ່ອນໆ.

3
nam/02/13.md Normal file
View File

@ -0,0 +1,3 @@
# ພຣະຢາເວຈະຊົງເຮັດຫຍັງໃຫ້ແກ່ນີເນເວ?
ພຣະຢາເວຈະ​ເຜົາ​ລົດມ້າ­ຮົບ​ຂອງ​ເຈົ້າ​ໃຫ້­ເປັນ​ຄວັນ​ໄຟ, ແລະ​ຄົມດາບ​ຈະ​ສັງ­ຫານ​ສິງຫນຸ່ມ​ຂອງ​ເຈົ້າ. ພຣະອົງຈະ​ຕັດເຫຍື່ອ​ຂອງເຈົ້າຈາກແຜ່ນດິນ.

3
nam/03/01.md Normal file
View File

@ -0,0 +1,3 @@
# ເມືອງເຕັມໄປດ້ວຍຫຍັງ?
ເມືອງ​ທີ່​ເຕັມໄປດ້ວຍ​ເລືອດ, ແລະຊັບສົມບັດທິ່ປຸ້ນມາທັງສິ້ນ.

7
nam/03/03.md Normal file
View File

@ -0,0 +1,7 @@
# ຄົນຂີ່ມ້າທີ່ພ້ອມໂຈມຕີຖືກຂ້າມີຈັກຄົນ?
ຈະມີຊາກສົບກອງສູງຂຶ້ນຫລາຍມະຫາສານ, ແລະ​ຮ່າງ​ຄົນ​ຕາຍ​ບໍ່​ຮູ້­ຈັກ​ຫມົດ.
# ເປັນຫຍັງເຫດການເຫລົ່ານີ້ເກີດຂື້ນ?
ສິ່ງນີ້ເກີດຂຶ້ນ ເພາະການກະທຳທີ່ເຕັມໄປດ້ວຍລາຄະຕັນຫາຂອງຍິງໂສເພນີທີ່ສວຍງາມນັ້ນ.

3
nam/03/05.md Normal file
View File

@ -0,0 +1,3 @@
# ພຣະຢາເວຈອມໂຍທາຈະເຮັດແນວໃດຕໍ່ຍິງໂສເພນີ ເພາະວ່າພຣະອົງຕໍ່ຕ້ານນາງນັ້ນ?
ພຣະຢາເວຈະຮື້ກະໂປ່ງຂອງນາງຄຸມຫນ້າຂອງນາງ ແລະ ໃຫ້ບັນດາປະຊາຊາດໄດ້ເຫັນ​ຄວາມ​​ເປືອຍກາຍ​ຂອງ​ນາງ, ແລະ​ ໃຫ້​ຣາຊ­ອາ­ນາ­ຈັກ​ທັງ­ຫລາຍ​ເຫັນ​ຄວາມ​ອັບ­ອາຍ​ຂອງ​ນາງ. ພຣະອົງຈະ​ໂຍນສິ່ງ​ເປິ­ເປື້ອນອັນຫນ້າລັງກຽດ​ໃສ່​ນາງ, ແລະ​ເຮັດໃຫ້ນາງຊົ່ວຊ້າ. ພຣະອົງຈະເຮັດໃຫ້ນາງຖືກຄົນປະຈານ.

3
nam/03/08.md Normal file
View File

@ -0,0 +1,3 @@
# ທະເລເປັນກຳແພງຂອງໃຜ?
ທະ­ເລ​ເປັນ​ກຳ­ແພງ​ເມືອງ​ເທ​ເບັດ​.

3
nam/03/10.md Normal file
View File

@ -0,0 +1,3 @@
# ແມ່ນໃຜຈະຈັບສະຫລາກໃຫ້ຜູ້ຊາຍທີ່ມີກຽດຂອງເທເບັດ?
ສັດຕູຂອງນາງ​ຈັບ­ສະ­ຫລາກ​ຖືກ​ຜູ້​ທີ່​ມີ​ກຽດ​ໃນ​ເມືອງ​ນີ້

3
nam/03/12.md Normal file
View File

@ -0,0 +1,3 @@
# ຖ້າກຳແພງເມືອງຂອງນີເນເວຖືກສັ່ນ, ຈະມີຫຍັງເກີດຂື້ນ?
ຖ້າ​ກຳແພງເມືອງຂອງນີເນເວຖືກສັ່ນ, ພວກມັນຈະ​ຕົກ­ລົງ​ໄປ​ໃນ​ປາກ​ຂອງ​ຜູ້​ທີ່​ກິນ.

3
nam/03/14.md Normal file
View File

@ -0,0 +1,3 @@
# ບໍ່ມີຄຳຖາມ
ບໍ່ມີຄຳຖາມ

3
nam/03/16.md Normal file
View File

@ -0,0 +1,3 @@
# ມີຜູ້ປົກຄອງຈັກຄົນ?
ພວກຜູ້ປົກຄອງມີຫລາຍ​ເຫມືອນ​ຕັກ­ແຕກ.

3
nam/03/18.md Normal file
View File

@ -0,0 +1,3 @@
# ທຸກຄົນທີ່ໄດ້ຍິນຂ່າວກ່ຽວກັບເຈົ້າຈະເຮັດຫຍັງ?
ຄົນ​ທັງ­ປວງ​ທີ່​ໄດ້­ຍິນ​ຂ່າວກ່ຽວກັບ​ເຈົ້າ ຈະ​ຕົບ­ມື​ເຍາະ­ເຍີ້ຍ​ເຈົ້າ.

7
neh/01/01.md Normal file
View File

@ -0,0 +1,7 @@
# ໃຜເປັນຜູ້ທີ່ຂຽນປຶ້ມຂອງເນເຫມີຢາ?
ເນເຫມີຢາຜູ້ເປັນລູກຊາຍຂອງຮາກາລີຢາ ຊຶ່ງໄດ້ຂຽນປຶ້ມຂອງເນເຫມີຢາ.
# ເມື່ອໃດທີ່ເນເຫມີຢາໄດ້ຖາມຮາກາລີຢາ ແລະບາງຄົນຈາກຢູດາກ່ຽວກັບຊາວຢິວຜູ້ທີ່ໄດ້ຫນີ, ຊາວຢິວທີ່ເຫລືອຢູ່ທີ່ນັ້ນ ແລະ ກ່ຽວກັບເມືອງເຢຣູຊາເລັມ?
ລາວຖາມພວກເຂົາໃນເດືອນກິດຊະເຫລັບ, ຂອງປີທີຊາວ.

3
neh/01/03.md Normal file
View File

@ -0,0 +1,3 @@
# ຮັນນານີ ແລະບາງຄົນຈາກຢູດາຕອບຫຍັງ?
ພວກເຂົາຕອບວ່າ ຜູ້ທີ່ຢູ່ໃນເມືອງນັ້ນທີ່ລອດຊີວິດຈາກການຕົກເປັນຊະເລີຍ ມີຄວາມລຳບາກ ເເລະ ຄວາມອັບອາຍຫລາຍເພາະກຳເເພງເມືອງເຢຣູຊາເລັມໄດ້ຖືກທຳລາຍລົງ, ເເລະ ປະຕູຕ່າງໆກໍຖືກໄຟເຜົາ.

7
neh/01/04.md Normal file
View File

@ -0,0 +1,7 @@
# ເນເຫມີຢາໄດ້ເຮັດຫຍັງເມື່ອໄດ້ຍິນກ່ຽວກັບສະພາບຂອງເຢຣູຊາເລັມ?
ລາວໄດ້ນັ່ງຮ້ອງໄຫ້ ແລະ ຮ້ອງໄຫ້, ແລະເປັນເວລາຫລາຍມື້ລາວໄດ້ສືບຕໍ່ທຸກໂສກ ແລະ ອົດອາຫານ ແລະອະທິຖານ.
# ເນເຫມີຢາໄດ້ຮ້ອງຂໍຫຍັງໃນຂະນະທີ່ອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ?
ລາວໄດ້ຮຽກຮ້ອງໃຫ້ພຣະຢາເວຊົງຮັບຟັງຄຳອະທິຖານຂອງລາວ; ວ່າພຣະຢາເວຈະລະນຶກເຖິງຖ້ອຍຄຳທີ່ພຣະອົງໄດ້ສັ່ງໂມເຊ, ໂດຍສັນຍາວ່າຈະເຕົ້າໂຮມຊົນຊາດອິດສະຣາເອນ ທີ່ກະແຈກກະຈາຍຖ້າພວກເຂົາກັບມາພຣະອົງ ແລະ ເຊື່ອຟັງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ, ແລະວ່າພຣະຢາເວຈະຊົງປະທານຜົນສຳເລັດ ແລະ ໃຫ້ຄວາມເມດຕາຕໍ່ລາວ.

3
neh/01/06.md Normal file
View File

@ -0,0 +1,3 @@
# ເນເຫມີຢາໄດ້ສາລະພາບຫຍັງໃນຂະນະທີ່ອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ?
ເນເຫມີຢາໄດ້ສາລະພາບບາບຂອງຊາວອິດສະຣາເອນ ແລະບາບຂອງຕົນເອງ ແລະ ບາບຂອງຄອບຄົວຂອງລາວ. ເນເຫມີຢາໄດ້ກ່າວວ່າ ພວກເຂົາໄດ້ກະທຳທີ່ຊົ່ວຮ້າຍຕໍ່ພຣະຢາເວ ແລະ ບໍ່ໄດ້ຮັກສາບັນຍັດ, ກົດຫມາຍ, ແລະ ດຳລັດທີ່ພຣະຢາເວສັ່ງໄວ້ກັບໂມເຊ.

3
neh/01/10.md Normal file
View File

@ -0,0 +1,3 @@
# ເນເຫມີຢາໄດ້ເຮັດຫນ້າທີ່ຖືຈອກເຫລົ້າອະງຸ່ນໃຫ້ກັບໃຜ?
ເນເຫມີໄດ້ເຮັດຫນ້າທີ່ຖືຈອກເຫລົ້າອະງຸ່ນໃຫ້ກັບກະສັດ.

3
neh/02/01.md Normal file
View File

@ -0,0 +1,3 @@
# ໃນມື້ໃດທີ່ເນເຫມີຢາໄດ້ຊົງເຮັດສິ່ງນີ້, ຄືໃນເວລາທີ່ລາວເສົ້າໃຈ, ລາວໄດ້ເອົາເຫລົ້າອະງຸ່ນໃຫ້ກະສັດ?
ເພີ່ນໄດ້ເຫລົ້າອະງຸ່ນ ມອບມັນໃຫ້ກະສັດໃນເດືອນຂອງນີຊານ, ໃນປີທີຊາວຂອງກະສັດ ອາກຕາເຊເຊັດ.

3
neh/02/03.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈຶ່ງເສົ້າໃຈ?
ລາວມີຄວາມເສົ້າສະຫລົດໃຈ ເພາະເມືອງ, ອັນເປັນທີ່ຝັງສົບຂອງບັນດາບັນພະບູລຸດຂອງລາວໄດ້ຖືກທຳລາຍ ເເລະ ປະຕູເມືອງກໍຖືກໄຟເຜົາຈົນຫມົດ.

7
neh/02/04.md Normal file
View File

@ -0,0 +1,7 @@
# ເມື່ອກະສັດຖາມວ່າເນເຫມີຢາຕ້ອງການໃຫ້ລາວເຮັດຫຍັງ, ເນເຫມີຢາໄດ້ເຮັດຫຍັງ?
ເນເຫມີຢາໄດ້ອະທິຖານຫາພຣະເຈົ້າແຫ່ງສະຫວັນ.
# ເນເຫມີຢາຕ້ອງການໃຫ້ກະສັດອະນຸຍາດໃຫ້ລາວເຮັດຫຍັງ?
ເນເຫມີຢາຕ້ອງການໄດ້ຮັບອະນຸຍາດຈາກກະສັດໄປຢູດາ ເພື່ອສ້າງເມືອງຂຶ້ນໃຫມ່.

3
neh/02/09.md Normal file
View File

@ -0,0 +1,3 @@
# ເມື່ອກະສັດໄດ້ສົ່ງເນເຫມີຢາກັບນາຍທະຫານ ແລະ ທະຫານມ້າ, ເປັນຫຍັງສານບັນລັດ ແລະ ໂຕບີຢາຈຶ່ງບໍ່ພໍໃຈ?
ພວກເຂົາບໍ່ພໍໃຈ ທີ່ມີໃຜບາງຄົນມາຊອກຫາຫົນທາງເພື່ອຊ່ວຍເຫລືອປະຊາຊົນຂອງອິດສະຣາເອນ.

3
neh/02/11.md Normal file
View File

@ -0,0 +1,3 @@
# ໃນເວລາທີ່ເນເຫມີຢາໄດ້ລຸກຂຶ້ນໃນຕອນກາງຄືນ, ລາວໄດ້ບອກຜູ້ໃດໃນສິ່ງທີ່ພຣະເຈົ້າຊົງບັນດານໃຈຂອງລາວເຮັດສຳລັບນະຄອນເຢຣູຊາເລັມ?
ເນເຫມີຢາບໍ່ໄດ້ບອກຜູ້ໃດເຖິງສິ່ງທີ່ພຣະເຈົ້າຂອງລາວໄດ້ຊົງບັນດານໃຈຂອງລາວເພື່ອເຮັດສຳລັບເຢຣູຊາເລັມ.

3
neh/02/17.md Normal file
View File

@ -0,0 +1,3 @@
# ເມື່ອເນເຫມີຢາໄດ້ບອກກັບຜູ້ປົກຄອງ, ຊາວຢິວ, ພວກປະໂລຫິດ, ບັນດາຄົນຊັ້ນສູງ, ສ່ວນທີ່ເຫລືອຢູ່ ທີ່ເຮັດວຽກທີ່ພຣະຫັດຂອງພຣະເຈົ້າຂອງລາວມີຕໍ່ລາວ ແລະ ກ່ຽວກັບຖ້ອຍຄຳທີ່ກະສັດໄດ້ເວົ້າກັບລາວ, ພວກເຂົາເວົ້າ ແລະ ເຮັດຫຍັງ?
ພວກເຂົາກ່າວວ່າພວກເຂົາຈະລຸກຂຶ້ນ ແລະ ກໍ່ສ້າງ, ແລະພວກເຂົາຈຶ່ງໄດ້ໄປເສີມກຳລັງມືຂອງພວກເຂົາໃຫ້ເຂັ້ມເເຂງເພື່ອເຮັດການດີນີ້.

3
neh/02/19.md Normal file
View File

@ -0,0 +1,3 @@
# ເນເຫມີໄດ້ຕອບສະຫນອງຕໍ່ສານບັນລັດ, ໂຕບີຢາ, ແລະ ເກເຊມ ແນວໃດເມື່ອພວກເຂົາໄດ້ຍິນກ່ຽວກັບວຽກງານດັ່ງກ່າວ, ແລະ ເຍາະເຍີ້ຍຄົນທີ່ກຳລັງເຮັດວຽກ?
ເນເຫມີຢາຕອບໂດຍກ່າວວ່າພຣະເຈົ້າຈະປະທານຄວາມສຳເລັດໃຫ້ພວກເຂົາ, ວ່າພວກເຂົາແມ່ນຜູ້ຮັບໃຊ້ຂອງພຣະເຈົ້າ, ແລະ ວ່າສານບັນລັດ, ໂຕບີຢາ, ແລະ ເກເຊມບໍ່ມີສ່ວນແບ່ງ, ບໍ່ມີສິດ, ແລະບໍ່ໄດ້ຮັບການລະລຶກເຖິງໃນເຢຣູຊາເລັມ.

3
neh/03/01.md Normal file
View File

@ -0,0 +1,3 @@
# ໃຜເປັນຜູ້ສ້າງປະຕູແກະ ແລະ ໄດ້ເຮັດພິທີຊຳລະໃຫ້ບໍຣິສຸດ?
ເອລີອາຊິບກັບປະໂລຫິດນ້ອງຊາຍຂອງລາວໄດ້ສ້າງປະຕູແກະ.

7
neh/03/03.md Normal file
View File

@ -0,0 +1,7 @@
# ໃຜເປັນຜູ້ສ້າງປະຕູປາ?
ພວກລູກຊາຍຂອງຮັດເສນາຢາກໍ່ສ້າງປະຕູປາ.
# ຜູ້ນຳກຸ່ມໃດປະຕິເສດທີ່ຈະເຮັດວຽກຕາມການຊີ້ນຳຂອງພວກເຂົາ?
ບັນດາຜູ້ນຳຂອງຊາວເຕກົວໄດ້ປະຕິເສດທີ່ຈະເຮັດວຽກງານນີ້.

3
neh/03/06.md Normal file
View File

@ -0,0 +1,3 @@
# ໃຜເປັນຜູ້ສ້ອມແປງປະຕູເກົ່າ?
ໂຢອີອາດາ ແລະ ເມຊຸນລຳ ໄດ້ສ້ອມແປງປະຕູເກົ່າ.

3
neh/03/08.md Normal file
View File

@ -0,0 +1,3 @@
# ແມ່ນໃຜເປັນຜູ້ສ້ອມແປງເມືອງເຢຣູຊາເລັມຈົນເຖິງບໍລິເວນປະຕູກຳແພງກວ້າງ?
ອຸດຊີເອນ ແລະ ຮາອີຢາ ໄດ້ສ້ອມແປງສ່ວນນັ້ນຂອງເຢຣູຊາເລັມ.

7
neh/03/11.md Normal file
View File

@ -0,0 +1,7 @@
# ມີຜູ້ໃດໄດ້ສ້ອມແປງສ່ວນອື່ນພ້ອມກັບຫໍຄອຍເຕົາອົບ?
ມັນກີຢາ ລູກຊາຍຂອງຮາຣິມ ແລະ ຮາຊຸບ ໄດ້ສ້າງສ່ວນຕໍ່ໄປພ້ອມກັບຫໍຄອຍເຕົາອົບ.
# ໃຜຊ່ວຍຊານລູມສ້ອມແປງຝາ?
ລູກສາວຂອງລາວໄດ້ຊ່ວຍລາວ.

3
neh/03/13.md Normal file
View File

@ -0,0 +1,3 @@
# ແມ່ນໃຜເປັນຜູ້ໄດ້ສ້ອມເເປງປະຕູຮ່ອມພູຈົນຮອດປະຕູກອງຂີ້ເຫຍື້ອ?
ຮານູນ ເເລະ ຜູ້ອາໄສໃນເມືອງຊາໂນອາໄດ້ສ້ອມເເປງປະຕູຮ່ອມພູຈົນຮອດປະຕູກອງຂີ້ເຫຍື້ອ.

7
neh/03/14.md Normal file
View File

@ -0,0 +1,7 @@
# ໃຜເປັນຜູ້ໄດ້ສ້ອມເເປງປະຕູບ່ອນຖອກກອງຂີ້ເຫຍື່ອ?
ມັນກີຢາລູກຂອງເຣກາບໄດ້ສ້ອມແປງປະຕູກອງຂີ້ເຫຍື່ອ.
# ໃຜເປັນຜູ້ສ້ອມແປງປະຕູນ້ຳພຸ ແລະ ກຳແພງຂອງສະລອຍນໍ້າເຊລາ?
ຊານລູມໄດ້ສ້ອມແປງປະຕູນ້ຳພຸ ແລະ ກຳແພງຂອງສະລອຍນໍ້າເຊລາ.

3
neh/03/16.md Normal file
View File

@ -0,0 +1,3 @@
# ມີຜູ້ໃດໄດ້ສ້ອມແປງຈາກສະຖານທີ່ຂ້າມຈາກບ່ອນກົງກັນຂ້າມອູບໂມງຝັງສົບຂອງດາວິດ ຍາວໄປຈົນຮອດຄ້າຍຂອງນັກຮົບ?
ເນເຫມີຢາລູກຂອງອາຊາບຸກໄດ້ສ້ອມແປງສ່ວນນັ້ນ.

3
neh/03/20.md Normal file
View File

@ -0,0 +1,3 @@
# ຜູ້ໃດໄດ້ສ້ອມແປງຢ່າງແຂງແຮງຈາກຫົວມຸມຂອງກຳເເພງຈົນໄປຮອດປະຕູບ້ານຂອງເອເລອາຊິບມະຫາປະໂລຫິດ?
ບາຣຸກໄດ້ສ້ອມແປງມັນຢ່າງແຂງແຮງ.

3
neh/03/22.md Normal file
View File

@ -0,0 +1,3 @@
# ເບັນຢາມິນ ເເລະຮັດຊຸບໄດ້ສ້ອມເເປງສ່ວນໃດຂອງກຳແພງ?
ພວກເຂົາໄດ້ສ້ອມແປງສ່ວນທີ່ກົງກັນຂ້າມກັບເຮືອນຂອງຕົນເອງ.

3
neh/03/28.md Normal file
View File

@ -0,0 +1,3 @@
# ຜູ້ໃດໄດ້ສ້ອມແປງທາງດ້ານເຫນືອປະຕູມ້າ?
ພວກປະໂລຫິດໄດ້ສ້ອມແປງສ່ວນນັ້ນ, ແຕ່ລະຄົນກໍສ້ອມແປງທີ່ກົງກັນຂ້າມກັບເຮືອນຂອງຕົນເອງ.

3
neh/03/31.md Normal file
View File

@ -0,0 +1,3 @@
# ໃຜເປັນຜູ້ສ້ອມແປງກຳແພງລະຫວ່າງການປ່ຽນແປງດ້ານເທິງຂອງມຸມ ແລະ ປະຕູແກະ?
ບັນດາຊ່າງຕີຄຳ ແລະພວກພໍ່ຄ້າໄດ້ສ້ອມແປງພາກສ່ວນນັ້ນ.

3
neh/04/01.md Normal file
View File

@ -0,0 +1,3 @@
# ມີໃຜເຢາະເຢີ້ຍພວກຢິວເມື່ອໄດ້ຍິນຊາວຢິວກຳລັງສ້າງກຳແພງ?
ສານບັນລັດ ແລະ ໂຕບີໄດ້ເຢາະເຢີ້ຍຊາວຢິວ.

3
neh/04/04.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈິ່ງບໍ່ຂໍໃຫ້ພຣະເຈົ້າປົກປິດຄວາມຊົ່ວຮ້າຍຂອງສັນບັນລັດ ແລະ ໂຕບີຢາ?
ເນເຫມີຢາໄດ້ຂໍຮ້ອງໃຫ້ພຣະເຈົ້າຢ່າປົກປິດຄວາມຊົ່ວຮ້າຍຂອງພວກເຂົາ ເພາະວ່າພວກເຂົາດູຫມິ່ນຊາວຢິວ ແລະ ເຮັດໃຫ້ຜູ້ກໍ່ສ້າງໂກດຮ້າຍ.

3
neh/04/07.md Normal file
View File

@ -0,0 +1,3 @@
# ໃນເວລາທີ່ສັນບັນລັດ, ໂຕບີຢາ, ຄົນອາຣັບ, ຄົນອຳໂມນ, ແລະຄົນອາຊະໂດດ ມາຕໍ່ສູ້ກັບເຢຣູຊາເລັມ, ຜູ້ກໍ່ສ້າງ ແລະຜູ້ຄົນໄດ້ເຮັດຫຍັງ?
ພວກເຂົາໄດ້ອະທິຖານຫາພຣະເຈົ້າຂອງພວກເຂົາ ແລະ ຕັ້ງຜູ້ປົກປ້ອງເປັນຜູ້ປົກປ້ອງ.

3
neh/04/12.md Normal file
View File

@ -0,0 +1,3 @@
# ເນເຫມີຢາໄດ້ເຮັດຫຍັງຫລັງຈາກຊາວຢິວໄດ້ເຕືອນລາວກ່ຽວກັບແຜນການທີ່ພວກເຂົາກຳລັງເຮັດກັບພວກເຂົາ?
ຫລັງຈາກເນເຫມີຢາໄດ້ຮຽນຮູ້ເຖິງແຜນການຕ່າງໆຕໍ່ພວກເຂົາ, ລາວຈຶ່ງກຳນົດໃຫ້ປະຊາຊົນທີ່ຢູ່ສ່ວນທີ່ຕໍ່າທີ່ສຸດຂອງກຳແພງໃນບໍລິເວນທີ່ກຳລັງເປີດຢູ່ນັ້ນ. ລາວວາງອາວຸດໃຫ້ແຕ່ລະຄອບຄົວ. ເນເຫມີຢາໄດ້ບອກໃຫ້ປະຊາຊົນຢ່າຢ້ານສັດຕູຂອງພວກເຂົາ, ຈື່ຈຳພຣະຜູ້ເປັນເຈົ້າຜູ້ຍິ່ງໃຫຍ່ ແລະ ຫນ້າຢ້ານກົວ, ແລະຕໍ່ສູ້ເພື່ອຄອບຄົວ ແລະ ບ້ານເຮືອນຂອງພວກເຂົາ.

7
neh/04/15.md Normal file
View File

@ -0,0 +1,7 @@
# ເປັນຫຍັງແຜນການຂອງສັດຕູຈຶ່ງເປັນທີ່ຮູ້ຈັກຂອງຄົນງານ?
ແຜນການໄດ້ກາຍເປັນທີ່ຮູ້ຈັກ ພຣະເຈົ້າໄດ້ຊົງທຳລາຍແຜນການຂອງພວກເຂົາ.
# ເນເຫມີຢາໄດ້ໃຫ້ຜູ້ຮັບໃຊ້ຂອງລາວເຮັດຫຍັງ?
ເນເຫມີຢາໄດ້ໃຫ້ຜູ້ຮັບໃຊ້ເຄິ່ງຫນຶ່ງຂອງລາວເຮັດວຽກກໍ່ສ້າງກຳແພງ ແລະ ອີກເຄິ່ງຫນຶ່ງຖືອາວຸດ ແລະ ໃສ່ເສື້ອເກາະ.

3
neh/04/19.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈຶ່ງບອກປະຊາຊົນວ່າພວກເຂົາຕ້ອງຟ້າວໄປບ່ອນທີ່ພວກເຂົາໄດ້ຍິນສຽງແກ ແລະ ສຽງປະຊຸມຢູ່ທີ່ນັ້ນ?
ເນເຫມີຢາໄດ້ບອກປະຊາຊົນວ່າ ເພາະວ່າກຳມະກອນຖືກແຍກກັນໄປຢູ່ເທິງກຳແພງທີ່ຫ່າງຈາກກັນ.

3
neh/04/21.md Normal file
View File

@ -0,0 +1,3 @@
# ເປັນຫຍັງປະຊາຊົນບໍ່ໄປເຮືອນຂອງພວກເຂົາເພື່ອນອນຫລັບ ຫລື ປ່ຽນເສື້ອຜ້າ?
ພວກເຂົາບໍ່ໄດ້ໄປເຮືອນຂອງພວກເຂົາ ຫລື ປ່ຽນເຄື່ອງນຸ່ງເພື່ອພວກເຂົາຈະໄດ້ນອນຄ້າງຄືນໃນກາງເມືອງເຢຣູຊາເລັມ, ເປັນຄົນເຝົ້າຍາມໃນຍາມກາງຄືນ ແລະ ເປັນຄົນເຮັດວຽກໃນຕອນກາງເວັນ.

7
neh/05/06.md Normal file
View File

@ -0,0 +1,7 @@
# ເປັນຫຍັງຊາຍ ແລະ ຍິງຈຶ່ງໄດ້ຮ້ອງໄຫ້ຕໍ່ສູ້ບັນດາພີ່ນ້ອງຂອງຊາວຢິວ?
ພວກເຂົາຍົກສູງການຮ້ອງຟ້ອງ ເພາະວ່າພວກເຂົາຕ້ອງໄດ້ເຊົ່າຊັບສິນຂອງພວກເຂົາ ແລະ ຂາຍລູກຂອງພວກເຂົາເພື່ອເປັນອາຫານ, ແຕ່ພວກເຈົ້າຫນ້າທີ່ສູງສຸດ ແລະ ເຈົ້ານາຍກໍ່ໄດ້ຮັບຄວາມສົນໃຈຈາກພວກເຂົາ.
# ເຖິງແມ່ນວ່າຊາຍ ແລະ ຍິງໄດ້ຊື້ຄືນຈາກການເປັນຂ້າທາດອ້າຍນ້ອງຊາວຍິວຂອງພວກເຂົາທີ່ຖືກຂາຍໄປສູ່ປະຊາຊາດ, ແຕ່ພວກເຈົ້າຫນ້າທີ່ສູງສຸດ ແລະ ເຈົ້ານາຍໄດ້ເຮັດຫຍັງ?
ພວກເຂົາກຳລັງຂາຍອ້າຍເອື້ອຍນ້ອງຂອງພວກເຂົາ, ເພື່ອພວກເຂົາຈະຖືກຂາຍໃຫ້ກັບພີ່ນ້ອງຊາວຢິວອີກຄົນອື່ນອີກ.

3
neh/05/09.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈຶ່ງບັນຊາພວກຫົວຫນ້າ, ເຈົ້າຫນ້າທີ່ແລະ ປະໂລຫິດໃຫ້ຄືນສິ່ງທີ່ພວກເຂົາໄດ້ຢຶດມາຈາກປະຊາຊົນ?
ພຣະອົງໄດ້ສັ່ງພວກເຂົາໃຫ້ເຮັດແນວນັ້ນ ເພາະວ່າພວກເຂົາກຳລັງເຮັດສິ່ງທີ່ບໍ່ດີ, ແລະພວກເຂົາກໍ່ໃຫ້ພວກປະເທດທີ່ເປັນສັດຕູຂອງພວກເຂົາ ດູຖູກພວກເຂົາ.

3
neh/05/12.md Normal file
View File

@ -0,0 +1,3 @@
# ບັນດາຜູ້ມີກຽດ, ເຈົ້າຫນ້າທີ່ ແລະ ປະໂລຫິດໄດ້ຕອບສະຫນອງຕໍ່ຄຳສັ່ງຂອງເນເຫມີຢາແນວໃດ?
ພວກເຂົາເວົ້າວ່າພວກເຂົາຈະເຮັດຕາມທີ່ເພິ່ນໄດ້ສັ່ງ, ໂດຍກ່າວວ່າ "ອາແມນ," ແລະຍ້ອງຍໍສັນລະເສີນພຣະຢາເວ.

3
neh/05/14.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາ ຫລືພີ່ນ້ອງຂອງຂ້ານ້ອຍບໍ່ໄດ້ກິນເຂົ້າທີ່ໄດ້ຈັດຕຽມໄວ້ສຳລັບຂ້ານ້ອຍໃນຖານະຜູ້ປົກຄອງເປັນໄລຍະເວລາ 12 ປີທີ່ລາວເປັນຜູ້ປົກຄອງຢູດາ?
ລາວບໍ່ໄດ້ເຮັດແນວນັ້ນເພາະວ່າຜູ້ປົກຄອງຄົນກ່ອນຫລາຍຄົນ ກ່ອນຫນ້າລາວໄດ້ວາງພາລະຫນັກເທິງປະຊາຊົນ, ແຕ່ເພາະລາວມີຄວາມຢຳເກງໃນພຣະເຈົ້າ.

3
neh/05/16.md Normal file
View File

@ -0,0 +1,3 @@
# ໃຜກິນເຂົ້າຢູ່ໂຕະຂອງເນເຫມີຢາ?
ຜູ້ທີ່ໄດ້ຮັບປະທານອາຫານຢູ່ໂຕະຂອງເນເຫມີຢາ ແມ່ນຊາວຢິວ ແລະ ເຈົ້າຫນ້າທີ່, ຜູ້ຊາຍ 150 ຄົນ, ແລະ ຜູ້ທີ່ມາຮອດເນເຫມີຢາ ຈາກບັນດາປະເທດທີ່ຢູ່ອ້ອມຮອບພວກເຂົາ.

3
neh/05/18.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈຶ່ງຂໍໃຫ້ພຣະເຈົ້າຂໍຊົງລະລຶກເຖິງລາວເພື່ອໃຫ້ເກີດຜົນດີ?
ລາວໄດ້ຂໍໃຫ້ພຣະເຈົ້າເຮັດສິ່ງນີ້ ເພາະວ່າທຸກໆສິ່ງທີ່ເນເຫມີຢາໄດ້ເຮັດທຸກສິ່ງເພື່ອປະຊາຊົນ.

3
neh/06/01.md Normal file
View File

@ -0,0 +1,3 @@
# ໃນເວລາທີ່ສານບັນລັດ, ໂຕບີຢາ, ແລະ ເກເຊມຖາມເນເຫມີຢາເພື່ອພົບກັບພວກເຂົາຢູ່ໃນທົ່ງພຽງຂອງໂອໂນ, ຈຸດປະສົງຂອງພວກເຂົາແມ່ນຫຍັງ?
ສານບັນລັດ, ໂຕບີຢາ, ແລະ ເກເຊມມີຈຸດປະສົງທີ່ຈະທໍາຮ້າຍເນເຫມີຢາບໍ?

3
neh/06/03.md Normal file
View File

@ -0,0 +1,3 @@
# ເນເຫມີຢາຕອບສະຫນອງແນວໃດຕໍ່ຄຳຮຽກຮ້ອງຂອງສັດຕູຂອງພວກເຂົາ?
ເນເຫມີຢາໄດ້ສົ່ງຜູ້ສົ່ງຂ່າວໄປຫາພວກເຂົາວ່າ, "ຂ້ານ້ອຍກຳລັງເຮັດວຽກທີ່ຍິ່ງໃຫຍ່, ເເລະ ຂ້ານ້ອຍບໍ່ສາມາດລົງມາໄດ້. ເປັນຫຍັງຕ້ອງໃຫ້ວຽກຢຸດ ໃນຂະນະທີ່ຂ້ານ້ອຍຖິ້ມງານ ເເລະລົງມາຫາພວກທ່ານ?"

7
neh/06/05.md Normal file
View File

@ -0,0 +1,7 @@
# ສານບັນລັດໄດ້ເວົ້າຫຍັງໃນຂ່າວສານເທື່ອທີຫ້າຂອງລາວ?
ທ່ານກ່າວວ່າທຸກໆປະເທດໄດ້ລາຍງານວ່າເນເຫມີຢາ ແລະ ຊາວຢິວກຳລັງວາງແຜນທີ່ຈະກະບົດ, ແລະ ກະສັດຈະໄດ້ຍິນຂ່າວເຫລົ່ານີ້ຢ່າງແນ່ນອນ.
# ເນເຫມີບໍ່ຕອບສະຫນອງຕໍ່ຂ່າວສານທີ່ຫ້າຂອງສານບັນລັດຄືແນວໃດ?
ເນເຫມີຢາໄດ້ຕອບໂດຍກ່າວວ່າສານບັນລັດໄດ້ສ້າງບົດລາຍງານໃນຫົວໃຈຂອງລາວ.

7
neh/06/08.md Normal file
View File

@ -0,0 +1,7 @@
# ເນເຫມີຢາຕອບສະຫນອງຕໍ່ຂ່າວສານທີ່ຫ້າຂອງສານບັນລັດແນວໃດ?
ເນເຫມີຢາໄດ້ຕອບໂດຍກ່າວວ່າເພາະໃນໃຈຂອງສານບັນລັດເເຕ່ງມັນຂຶ້ນມາເອງທັງນັ້ນ.
# ເນເຫມີຢາໄດ້ອະທິຖານຫຍັງເມື່ອລາວຮູ້ວ່າສັດຕູຂອງສານບັນລັດ ແລະ ຊາວຢິວພະຍາຍາມທີ່ຈະເຮັດໃຫ້ວຽກງານຢຸດ ແລະ ຊາວຢິວຢ້ານ?
ເນເຫມີຢາໄດ້ອະທິຖານຂໍໃຫ້ພຣະເຈົ້າເສີມກຳລັງມືຂອງລາວ.

3
neh/06/10.md Normal file
View File

@ -0,0 +1,3 @@
# ເປັນຫຍັງເນເຫມີຢາຈຶ່ງປະຕິເສດທີ່ຈະພົບກັບເຊມາອີຢາ ລູກຊາຍຂອງ ເດລາອີຢາ ລູກຂອງເມເຮຕາເບນໃນພຣະວິຫານ?
ເນເຫມີຢາປະຕິເສດ ເພາະລາວຄິດວ່າຜູ້ຊາຍຄືກັບຕົວເອງບໍ່ຄວນແລ່ນຫນີ ເພື່ອຊ່ວຍຊີວິດຂອງຕົນເອງ.

7
neh/06/12.md Normal file
View File

@ -0,0 +1,7 @@
# ຈະມີຫຍັງເກີດຂື້ນຖ້າເນເຫມີຢາໄດ້ເຂົ້າໄປໃນວິຫານ?
ລາວຈະໄດ້ເຮັດບາບ, ແລະຈາກນັ້ນທາບີບີ ແລະ ຊານບາໂລລາດກໍ່ໄດ້ຕັ້ງຊື່ໃຫ້ເນເຫມີຢາເພື່ອເຮັດໃຫ້ລາວອັບອາຍ.
# ເນເຫມີໄດ້ອະທິຖານຫຍັງເປັນເທື່ອທີສອງ?
ລາວໄດ້ອະທິຖານວ່າຂໍຊົງລະລຶກເຖິງໂຕບີຢາ, ແລະ ສານບັນລັດ, ຜູ້ເຜີຍພຣະວັດຈະນະຍິງໂນອາດີຢາ, ແລະ ຜູ້ເຜີຍພຣະວັດຈະນະຄົນອື່ນໆ, ແລະ ຜູ້ທີ່ພະຍາຍາມເຮັດໃຫ້ຂ້ານ້ອຍຢ້ານ.

3
neh/06/15.md Normal file
View File

@ -0,0 +1,3 @@
# ເປັນຫຍັງສັດຕູຂອງເນເຫມີຢາຈຶ່ງຢ້ານກົວ ແລະ ຕົກຢູ່ໃນຄວາມນັບຖືຕໍ່ຕົນເອງເມື່ອກຳແພງສ້າງສຳເລັດ?
ພວກເຂົາຮູ້ສຶກຢ້ານເພາະຮູ້ວ່າວຽກຂອງພວກເຂົາຖືກເຮັດດ້ວຍຄວາມຊ່ວຍເຫລືອຂອງພຣະເຈົ້າຂອງຊາວຢິວ.

7
neh/07/01.md Normal file
View File

@ -0,0 +1,7 @@
# ໃນເວລາທີ່ເນເຫມີຢາໄດ້ໃຫ້ນ້ອງຊາຍຂອງລາວຮັບປົກຄອງເຫນືອເຢຣູຊາເລັມ?
ເນເຫມີຢາໄດ້ມອບຫມາຍໃຫ້ ຮານີນາຮັບຜິດຊອບຫລັງຈາກລາວໄດ້ກໍ່ສ້າງກຳແພງແລ້ວ, ຕັ້ງປະຕູ, ແລະແຕ່ງຕັ້ງຜູ້ເຝົ້າປະຕູ, ນັກຮ້ອງ, ແລະ ເລວີ.
# ເປັນຫຍັງເນເຫມີຢາຈຶ່ງແຕ່ງຕັ້ງຮານານີ?
ເນເຫມີໄດ້ເຮັດເຊັ່ນນັ້ນເພາະວ່າ ຮານານີ ເປັນຄົນສັດຊື່ ແລະຢ້ານຢຳພຣະເຈົ້າຫລາຍກວ່າຄົນອື່ນໆ.

7
neh/07/03.md Normal file
View File

@ -0,0 +1,7 @@
# ເມື່ອໃດທີ່ປະຕູຮົ້ວຂອງເຢຣູຊາເລັມຄວນຈະເປີດ?
ປະຕູໂຂງກຳນົດໃຫ້ເປີດເມື່ອແດດຮ້ອນ.
# ເຖິງແມ່ນວ່າເມືອງກວ້າງ ແລະ ໃຫຍ່ຂຶ້ນຫລາຍ, ມີຄົນ ແລະເຮືອນຢູ່ພາຍໃນບໍ?
ຢູ່ໃນຕົວເມືອງມີຄົນຢູ່ບໍ່ຫນ້ອຍ ແລະບໍ່ມີບ້ານເຮືອນ.

3
neh/07/05.md Normal file
View File

@ -0,0 +1,3 @@
# ພຣະເຈົ້າຊົງບັນດານໃຈຂອງເນເຫມີຢາເພື່ອເຮັດຫຍັງ?
ພຣະເຈົ້າຂອງຂ້ານ້ອຍຊົງບັນດານໃຈໃຫ້ເນເຫມີຢາລວບລວມບັນດາຂຸນນາງ, ເຈົ້າຫນ້າທີ່ຣາຊການ, ເເລະ ປະຊາຊົນທັງຫລາຍໃຫ້ລົງທະບຽນຕາມຄອບຄົວຂອງພວກເຂົາ.

7
neh/07/64.md Normal file
View File

@ -0,0 +1,7 @@
# ສິ່ງທີ່ເຮັດກ່ຽວກັບປະໂລຫິດຜູ້ທີ່ບໍ່ສາມາດຊອກຫາບັນທຶກເຜົ່າພັນຂອງພວກເຂົາແລະ ຜູ້ວ່າການໄດ້ຈຳກັດພວກເຂົາບໍ່ໃຫ້ເຮັດຫຍັງ?
ພວກປະໂລຫິດທີ່ບໍ່ສາມາດຊອກຫາບັນທຶກເຜົ່າພັນຂອງພວກເຂົາໄດ້ ຖືກຍົກເວັ້ນຈາກຖານະປະໂລຫິດ ແລະ ຜູ້ວ່າການກ່າວວ່າພວກເຂົາ ພວກເຂົາບໍ່ສົມຄວນໄດ້ຮັບອະນຸຍາດໃຫ້ກິນອາຫານທີ່ມາຈາກເເທ່ນບູຊາ ຮ່ວມກັບບັນດາປະໂລຫິດ.
# ເມື່ອປະໂລຫິດຜູ້ທີ່ບໍ່ສາມາດພິສູດເຊື້ອວົງຕະກຸນຂອງເຂົາເຈົ້າຈະຖືກລວມເຂົ້າໃນຖານະປະໂລຫິດອີກຄັ້ງໃດ?
ພວກເຂົາຈະຖືກຮ່ວມກັບບັນດາປະໂລຫິດຈົນກວ່າປະໂລຫິດຄົນຫນຶ່ງຈະຍົກເລື່ອງນີ້ຂຶ້ນໂດຍທາງອູຣິມ ເເລະ ທູມມິມ.

3
neh/07/66.md Normal file
View File

@ -0,0 +1,3 @@
# ມີຈັກຄົນທີ່ຖືກນັບເຂົ້າໃນການລົງທະບຽນເຂົ້າປະຊຸມ?
ການຊຸມນຸມລວມທັງຫມົດໄດ້ຖືກນັບວ່າມີປະມານ 42,360 ຄົນ.

3
neh/07/70.md Normal file
View File

@ -0,0 +1,3 @@
# ໃຜໃຫ້ຂອງຂວັນສຳລັບວຽກງານ?
ຫົວຫນ້າຄອບຄົວເຈົ້າກົກເຈົ້າເຫລົ່າ ໄດ້ຈ່າຍຄ່າສຳລັບງານ, ດັ່ງທີ່ເຮັດກັບຄົນອື່ນໆທັງຫມົດ.

3
neh/07/73.md Normal file
View File

@ -0,0 +1,3 @@
# ພວກປະໂລຫິດ, ເລວີ, ຜູ້ເຝົ້າປະຕູ, ນັກຮ້ອງ, ຜູ້ຮັບໃຊ້ໃນພຣະວິຫານ, ແລະ ຜູ້ຄົນອາໄສຢູ່ໃນເມືອງຂອງພວກເຂົາເມື່ອໃດ?
ພວກເຂົາໄດ້ຕັ້ງຖິ່ນຖານໃນເມືອງພວກເຂົາເປັນເວລາເຈັດເດືອນ.

3
neh/08/01.md Normal file
View File

@ -0,0 +1,3 @@
# ໃຜໄດ້ມາເຕົ້າໂຮມກັນເພື່ອຟັງຫນັງສືແຫ່ງພຣະບັນຍັດ?
ຜູ້ຊາຍ ແລະ ຜູ້ຍິງ, ແລະ ຜູ້ທີ່ສາມາດເຂົ້າໃຈ ໄດ້ມາລວມຕົວກັນເພື່ອຟັງຫນັງສືແຫ່ງພຣະບັນຍັດ.

3
neh/08/04.md Normal file
View File

@ -0,0 +1,3 @@
# ມີໃຜອ່ານຫນັງສືແຫ່ງພຣະບັນຍັດຂອງພຣະເຈົ້າ?
ເອຊະຣາ, ຄົນອື່ນໆທີ່ຢູ່ຂ້າງລາວ, ແລະພວກເລວີອ່ານມັນ.

3
neh/08/06.md Normal file
View File

@ -0,0 +1,3 @@
# ເປັນຫຍັງເອຊະຣາ, ຄົນອື່ນທີ່ຢູ່ຂ້າງລາວ, ແລະຄົນເລວີຕ້ອງຕີຄວາມ ແລະ ໃຫ້ຄວາມຫມາຍຂອງຫນັງນັ້ນ?
ພວກເຂົາຕ້ອງເຮັດໃຫ້ຊັດເຈນໂດຍການແປ ແລະ ຕີຄວາມຫມາຍ ດັ່ງນັ້ນປະຊາຊົນຈຶ່ງເຂົ້າໃຈສິ່ງທີ່ໄດ້ອ່ານໄປ.

3
neh/08/09.md Normal file
View File

@ -0,0 +1,3 @@
# ເປັນຫຍັງປະຊາຊົນທຸກຄົນຖືກສັ່ງໂດຍເນເຫມີຢາ, ເອເຊຣາ, ແລະ ພວກເລວີໃຫ້ສະຫລອງດ້ວຍຄວາມຊື່ນຊົມຍິນດີ ແລະ ບໍ່ຄວນຮ້ອງໄຫ້ ຫລື ທຸກໂສກ?
ພວກເຂົາໄດ້ຮັບຄຳສັ່ງໃຫ້ສະເຫລີມສະຫລອງແທນທີ່ຈະເປັນທຸກ ຫລື ຮ້ອງໄຫ້ເພາະວ່າ ວັນນີ້ເປັນວັນບໍຣິສຸດແດ່ພຣະຢາເວພຣະເຈົ້າຂອງພວກເຂົາ ແລະ ຄວາມສຸກຂອງພຣະຢາເວແມ່ນກຳລັງຂອງພວກເຂົາ.

3
neh/08/13.md Normal file
View File

@ -0,0 +1,3 @@
# ພວກຜູ້ນຳຂອງເຊື້ອສາຍຂອງບັນພະບູລຸດ, ປະໂລຫິດ ແລະພວກເລວີໄດ້ຮັບຄວາມເຂົ້າໃຈຫຍັງ ເມື່ອພວກເຂົາມາເຕົ້າໂຮມກັນເພື່ອຮຽນຮູ້ຈາກເອຊະຣາ?
ພວກເຂົາພົບຂໍ້ຂຽນໃນພຣະບັນຍັດເຖິງເລື່ອງທີ່ພຣະຢາເວໄດ້ຊົງບັນຊາຜ່ານທາງໂມເຊ ວ່າປະຊາຊົນອິດສະຣາເອນຄວນຢູ່ໃນເຕັນໃນເດືອນທີເຈັດ.

7
neh/08/16.md Normal file
View File

@ -0,0 +1,7 @@
# ປະຊາຊົນຕັ້ງຫໍເຕັນເພື່ອສະຫລອງວັນບຸນຢູ່ໃສ?
ປະຊາຊົນໄດ້ຕັ້ງຜ້າເຕັ້ນຂອງພວກເຂົາຢູ່ຕາມຫລັງຄາບ້ານຂອງຕົນ, ຕາມລານບ້ານຂອງຕົນ, ຕາມລານພຣະວິຫານຂອງພຣະເຈົ້າ, ຕາມພື້ນທີ່ໂລ່ງຕໍ່ຫນ້າປະຕູນ້ຳ, ແລະ ໃນລານຈະຕຸລັດທີ່ປະຕູເອຟຣາອິມ.
# ຄັ້ງສຸດທ້າຍທີ່ປະຊາຊົນອິດສະຣາເອນໄດ້ເຊື່ອຟັງຄໍາສັ່ງຂອງ ພຣະຢາເວໃນການສະເຫລີມສະຫລອງເທດສະການນີ້ແມ່ນເມື່ອໃດ?
ຄັ້ງສຸດທ້າຍຂອງງານບຸນແມ່ນຕັ້ງແຕ່ສະໄຫມຂອງໂຢຊວຍ ລູກຊາຍຂອງນູນ.

3
neh/08/18.md Normal file
View File

@ -0,0 +1,3 @@
# ເປັນຫຍັງປະຊາຊົນຈຶ່ງມາເຕົ້າໂຮມກັນຕັ້ງແຕ່ມື້ທຳອິດຂອງເດືອນເຈັດຕະຫລອດທ້າຍເດືອນ?
ປະຊາຊົນໄດ້ມາເຕົ້າໂຮມກັນເພື່ອຟັງຫນັງສືແຫ່ງພຣະບັນຍັດຂອງພຣະເຈົ້າ.

3
neh/09/01.md Normal file
View File

@ -0,0 +1,3 @@
# ໂດຍທົ່ວໄປ, ຊາວອິດສະລາເອນໄດ້ເຮັດຫຍັງ ໃນຂະນະທີ່ພວກເຂົາມາເຕົ້າໂຮມກັນໃນວັນທີຊາວສີ່ຂອງເດືອນດຽວກັນ?
ປະຊາຊົນອິດສະຣາເອນໄດ້ຖືສິນອົດອາຫານ, ແລະ ນຸ່ງຜ້າກະສອບ, ແລະ ເອົາຂີ້ດິນໃສ່ຫົວຂອງພວກເຂົາ. ເຊື້ອສາຍຂອງອິດສະຣາເອນໄດ້ແຍກພວກຂອງຕົນອອກຈາກຊົນຊາດທັງຫມົດ. ພວກເຂົາໄດ້ຢືນຂຶ້ນສາລະພາບບາບຂອງຕົນ ແລະການກະທຳອັນຊົ່ວຮ້າຍ ຂອງບັນພະບູລຸດພວກຂອງເຂົາ.

3
neh/09/05.md Normal file
View File

@ -0,0 +1,3 @@
# ປະຊາຊົນເວົ້າຫຍັງກ່ຽວກັບພຣະຢາເວ?
ປະຊາຊົນກ່າວວ່າພຣະອົງຄືພຣະຢາເວ. ພຣະອົງອົງດຽວ. ທີ່ໄດ້ຊົງສ້າງຟ້າສະຫວັນ, ຟ້າສະຫວັນອັນສູງສຸດ, ພ້ອມກັບບໍລິວານທັງຫມົດຂອງຟ້າສະຫວັນນັ້ນ, ແຜ່ນດິນໂລກ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນທະເລ ແລະ ບັນດາທຸກສິ່ງທີ່ຢູ່ໃນນັ້ນ.

3
neh/09/07.md Normal file
View File

@ -0,0 +1,3 @@
# ປະຊາຊົນໄດ້ເວົ້າຫຍັງອີກແດ່ກ່ຽວກັບເລື່ອງພຣະຢາເວກ່ຽວຂ້ອງກັບອັບຣາຮາມ?
ປະຊາຊົນກ່າວວ່າ, ພຣະເຈົ້າຜູ້ຊົງເລືອກອັບຣາມ, ແລະ ຊົງນຳເຂົາອອກມາຈາກເມືອງອູເຣໃນເຄເດັຍ, ແລະ ປະທານນາມວ່າອັບຣາຮາມ. ເພາະອົງຊົງເຫັນວ່າໃຈຂອງເຂົາຊື່ສັດຕໍ່ພຣະອົງເພື່ອທີ່ຈະປະທານແຜ່ນດິນໃຫ້ລູກຫລານຂອງລາວ.

3
neh/09/09.md Normal file
View File

@ -0,0 +1,3 @@
# ປະຊາຊົນເວົ້າແນວໃດວ່າພຣະຢາເວຮັກສາຄຳສັນຍາຂອງພຣະອົງກັບພວກເຂົາ?
ປະຊາຊົນໄດ້ບອກວິທີທີ່ພຣະຢາເວໄດ້ນຳບັນພະບຸລຸດຂອງພວກເຂົາອອກຈາກປະເທດເອຢິບ, ໄດ້ສະແດງເຄື່ອງຫມາຍສຳຄັນ ແລະ ການອັດສະຈັນຕໍ່ຕ້ານກະສັດຟາ​ໂຣ ແລະປະຊາຊົນຂອງລາວ, ແລະໄດ້ຊ່ວຍບັນພະບຸລຸດຂອງພວກເຂົາຢູ່ທີ່ທະເລແດງ.

3
neh/09/11.md Normal file
View File

@ -0,0 +1,3 @@
# ປະຊາຊົນເວົ້າແນວໃດວ່າພຣະຢາເວໄດ້ເຮັດເພື່ອຊົນອິດສະຣາເອນຢູ່ທະເລແດງ?
ພຣະອົງໄດ້ຊົງແຍກທະເລ ຕໍ່ຫນ້າພວກເຂົາ, ເພື່ອພວກເຂົາ ໄດ້ຍ່າງໄປກາງທະເລເທິງດິນແຫ້ງ; ແລະ ພຣະອົງແກວ່ງພວກທີ່ໄລ່ນຳພວກເຂົາລົງໄປໃນທະເລເລິກ ຄືກັບກ້ອນຫີນທີ່ຈົມລົງໄປນໍ້າເລິກ.

3
neh/09/12.md Normal file
View File

@ -0,0 +1,3 @@
# ມີຫຍັງອີກທີ່ພວກເຂົາເວົ້າວ່າພຣະຢາເວດູແລຊາວອິດສະຣາເອນ?
ພຣະອົງຊົງນຳພວກເຂົາໃຫ້ພວກເຂົາຍ່າງໄປໃນຕອນເຊົ້າດ້ວຍເສົາເມກ, ແລະໃນກາງຄືນດ້ວຍເສົາໄຟ, ພຣະອົງຊົງສະເດັດມາເທິງພູເຂົາຊີນາຍ ແລະ ປະທານກົດຫມາຍອັນຊອບທຳ.

3
neh/09/14.md Normal file
View File

@ -0,0 +1,3 @@
# ປະຊາຊົນເວົ້າຫຍັງອີກແດ່ທີ່ພຣະຢາເວສະຫນອງໃຫ້ບັນພະບຸລຸດຂອງພວກເຂົາ?
ພຣະຢາເວໃຫ້ວັນສະບາໂຕບໍຣິສຸດຂອງພຣະອົງເປັນທີ່ຮູ້ຈັກ, ປະທານອາຫານແກ່ພວກເຂົາຈາກຟ້າສະຫວັນ, ປະທານນ້ຳທີ່ອອກມາຈາກຫີນ, ແລະຊົງກ່າວຕໍ່ພວກເຂົາໃຫ້ເຂົາໄປຢຶດແຜ່ນດິນຊຶ່ງພຣະອົງຊົງສັນຍາວ່າຈະປະທານໃຫ້ພວກເຂົາ.

7
neh/09/16.md Normal file
View File

@ -0,0 +1,7 @@
# ຊາວອິດສະຣາເອນ ແລະ ບັນພະບຸລຸດຂອງພວກເຂົາໄດ້ກະທຳແນວໃດຕໍ່ພຣະເຈົ້າ?
ຊາວອິດສະລາແອນບໍ່ເຄົາລົບນັບຖື, ແຂງກະດ້າງ, ບໍ່ຍອມຟັງ, ກະບົດ, ແລະ ໄດ້ແຕ່ງຕັ້ງຜູ້ນຳໃຫ້ກັບຄືນໄປສູ່ຄວາມເປັນຂ້າທາດຂອງພວກເຂົາ.
# ເປັນຫຍັງພຣະເຈົ້າບໍ່ປະຖິ້ມຊາວອິດສະຣາເອນໃນເວລາທີ່ພວກເຂົາບໍ່ນັບຖື, ແຂງກະດ້າງ, ກະບົດແລະບໍ່ເຊື່ອຟັງ?
ພຣະເຈົ້າບໍ່ໄດ້ປະຖິ້ມຊາວອິດສະຣາເອນເພາະວ່າພຣະອົງຊົງເຕັມໄປດ້ວຍການອະໄພໂທດ, ພຣະຄຸນ, ແລະພຣະກາລຸນາ, ຊົງໂມໂຫຊ້າ, ແລະ ຊົງອຸດົມໄປດ້ວຍຄວາມຮັກຫມັ້ນຄົງ.

3
neh/09/20.md Normal file
View File

@ -0,0 +1,3 @@
# ຜູ້ຄົນເວົ້າແນວໃດວ່າພຣະເຈົ້າປະທານຫນັງແກ່ບັນພະບຸລຸດຂອງພວກເຂົາຕະຫລອດສີ່ສິບປີໃນຖິ່ນກັນດານ?
ພຣະຢາເວປະທານພຣະວິນຍານອັນປະເສີດໃຫ້ສັ່ງສອນພວກເຂົາ, ອາຫານ ແລະ ນໍ້າ; ເສື້ອຜ້າຂອງພວກເຂົາບໍ່ຂາດ ເເລະຕີນຂອງພວກເຂົາກໍບໍໄດ້ບວມ.

3
neh/09/23.md Normal file
View File

@ -0,0 +1,3 @@
# ປະຊາຊົນເວົ້າວ່າມີຫຍັງໄດ້ເກີດຂື້ນຫລັງຈາກບັນພະບຸລຸດຂອງພວກເຂົາຢູ່ໃນຖິ່ນກັນດານ?
ປະຊາຊົນກ່າວວ່າ, ພຣະຢາເວໄດ້ລ້ຽງດູຄອບຄົວຂອງພວກເຂົາ, ໄດ້ບອກພວກເຂົາໃຫ້ເຂົ້າໄປ ແລະ ຄອບຄອງທີ່ດິນທີ່ລາວໄດ້ສັນຍາໄວ້, ແລະປາບປາມຊາວການາອານ.

3
neh/09/25.md Normal file
View File

@ -0,0 +1,3 @@
# ຊາວອິດສະຣາເອນມີຊີວິດຢູ່ໄດ້ແນວໃດຫລັງຈາກຍຶດເອົາແຜ່ນດິນ ທີ່ພຣະເຈົ້າໄດ້ສັນຍາໄວ້ກັບພວກເຂົາ?
ຊາວອິດສະຣາເອນໄດ້ເຂົ້າຍຶດເອົາດິນແດນ ແລະ ສິ່ງທັງຫມົດ ທີ່ຢູ່ໃນນັ້ນດ້ວຍຕົນເອງ ແລະ ປິຕິຍິນດີໃນພຣະຄຸນຂອງພຣະອົງ.

7
neh/09/26.md Normal file
View File

@ -0,0 +1,7 @@
# ປະຊາຊົນເວົ້າຫຍັງແດ່ວ່າພຣະຢາເວໄດ້ເຮັດກັບບັນພະບຸລຸດແລະ ບັນພະບຸລຸດຂອງພວກເຂົາຫລັງຈາກພວກເຂົາບໍ່ເຊື່ອຟັງ ແລະ ກະບົດຕໍ່ພຣະອົງ?
ພຣະຢາເວໄດ້ມອບພວກເຂົາໃຫ້ແກ່ສັດຕູຂອງພວກເຂົາ, ຜູ້ທີ່ເຮັດໃຫ້ພວກເຂົາປະສົບຄວາມຫຍຸ້ງຍາກ.
# ເມື່ອຊາວອິດສະຣາເອນຮ້ອງຫາພຣະເຈົ້າ, ພຣະເຈົ້າໄດ້ເຮັດຫຍັງເພື່ອພວກເຂົາຍ້ອນຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ?
ພຣະເຈົ້າໄດ້ຊ່ວຍພວກເຂົາໃຫ້ພົ້ນຈາກສັດຕູຂອງພວກເຂົາຫລາຍເທື່ອ.

7
neh/09/36.md Normal file
View File

@ -0,0 +1,7 @@
# ເປັນຫຍັງຜົນຜະລິດທີ່ອຸດົມສົມບູນຈາກແຜ່ນດິນອິດສະຣາເອນຈຶ່ງຕົກຢູ່ກຳມືຂອງຫາກະສັດ ທີ່ພະເຈົ້າຕັ້ງໄວ້ໃຫ້ປົກຄອງເຫນືອພວກເຂົາ?
ຜົນຜະລິດທີ່ອຸດົມສົມບູນຈາກເເຜ່ນດິນຂອງຂ້ານ້ອຍ ເຖິງກະສັດ ເພາະບາບຂອງຂ້ານ້ອຍທັງຫລາຍຂອງຊາວອິດສະລາເອນ.
# ເປັນຫຍັງຊາວອິດສະຣາເອນຈຶ່ງປະສົບກັບຄວາມຫຍຸ້ງຍາກຫລາຍ?
ຊາວອິດສະຣາເອນປະສົບກັບຄວາມຫຍຸ້ງຍາກຫລາຍ ເພາະກະສັດຂອງພວກເຂົາປົກຄອງຮ່າງກາຍ ແລະ ສັດລ້ຽງຂອງພວກເຂົາຕາມທີ່ກະສັດພໍໃຈ.

7
neh/09/38.md Normal file
View File

@ -0,0 +1,7 @@
# ຊາວອິດສະຣາເອນໄດ້ເຮັດຫຍັງຍ້ອນຄວາມທຸກທໍລະມານຢ່າງຫລວງຫລາຍ?
ຊາວອິດສະຣາເອນໄດ້ເຮັດຈຶ່ງເຮັດພັນທະສັນຍາໄວ້ເພື່ອເປັນອັກສອນກັບພຣະຢາເວ.
# ຊື່ຂອງໃຜໄດ້ຖືກຂຽນໄວ້ໃນພັນທະສັນຍາທີ່ຖືກທີ່ປະທັບຕາ?
ບັນດາຊື່ຂອງບັນດາກະສັດ, ຊາວເລວີ ແລະ ປະໂລຫິດຂອງຊາວອິດສະຣາເອນໄດ້ຖືກຂຽນໄວ້ໃນຫນັງສືພັນທະສັນຍາທີ່ຖືກປະທັບຕາໄວ້. "

3
neh/10/28.md Normal file
View File

@ -0,0 +1,3 @@
# ຜູ້ໃດໃຫ້ຄຳຫມັ້ນສັນຍາຕໍ່ພຣະພັນຍັດຂອງພຣະເຈົ້າທີ່ຖືກມອບໃຫ້ໂມເຊ?
ຜູ້ທີ່ໃຫ້ຄຳຫມັ້ນສັນຍາກັບຕົວເອງ ແມ່ນຄົນທີ່ເຫລືອຢູ່ເປັນປະໂລຫິດ, ເລວີ, ຜູ້ຮັກສາປະຕູ, ນັກຮ້ອງ, ຜູ້ຮັບໃຊ້ໃນພຣະວິຫານ, ແລະຄົນອື່ນໆທີ່ຜູກມັດຕົນເອງຕໍ່ກົດບັນຍັດຂອງພຣະເຈົ້າ.

3
neh/10/30.md Normal file
View File

@ -0,0 +1,3 @@
# ພວກເຂົາໄດ້ສັນຍາຫຍັງກັບພຣະເຈົ້າ?
ພວກເຂົາໄດ້ສັນຍາວ່າເຮົາຈະບໍ່ຍົກລູກຜູ້ຍິງຂອງເຮົາໃຫ້ເເກ່ຄົນໃນເເຜ່ນດິນນັ້ນ ຫລື ບໍ່ຮັບລູກຜູ້ຍິງຂອງພວກເຂົາມາໃຫ້ລູກຊາຍຂອງເຮົາ. ເຮົາສັນຍາດ້ວຍວ່າ ຖ້າຄົນຂອງເເຜ່ນດິນນັ້ນນຳສິນຄ້າ ຫລືເມັດເຂົ້າໃດໆ ມາຂາຍໃນວັນສະບາໂຕ, ເຮົາຈະບໍ່ຊື້ຈາກພວກເຂົາໃນວັນສະບາໂຕ ຫລືວັນບໍຣິສຸດອື່ນໆ. ເຮົາຈະໃຫ້ທົ່ງນາໄດ້ຢຸດພັກທຸກປີທີເຈັດ.

3
neh/10/32.md Normal file
View File

@ -0,0 +1,3 @@
# ພວກເຂົາຍອມຮັບຄຳສັ່ງຫຍັງ?
ພວກເຂົາຈະໃຫ້ເງິນ, ເຂົ້າຈີ່, ເມັດພືດ, ແລະຈັດຫາເຄື່ອງຖວາຍ ແລະ ຈັດງານລ້ຽງທຸກຢ່າງໃນແຕ່ລະປີ ເພື່ອງານທຸກຢ່າງໃນພຣະວິຫານຂອງພຣະເຈົ້າ.

Some files were not shown because too many files have changed in this diff Show More