lo_tq/1pe/01/03.md

20 lines
1.7 KiB
Markdown
Raw Normal View History

2021-07-08 22:15:12 +00:00
# ເປໂຕຕ້ອງການຜູ້​ເຊື່ອ​ທັງ​ຫລາຍ​ໃຫ້​ມີຫຍັງ?
ເປໂຕຕ້ອງການໃຫ້ພວກເຂົາມີພຣະຄຸນ ແລະ ສັນຕິພາບ​ທະ​ວີ​ຂື້ນ.
# ເປໂຕຕ້ອງການໃຫ້ໃຜໄດ້ພຣະພອນ?
ເປໂຕຕ້ອງການໃຫ້ພຣະເຈົ້າ ແລະພຣະບິດາ​ເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງ​ພວກ​ເຂົາໄດ້ຮັບພະພອນ.
# ພຣະເຈົ້າໄດ້ໃຫ້ການເກີດໃຫມ່ຂອງພວກເຂົາແນວໃດ?
ພຣະເຈົ້າໄດ້ໃຫ້ການເກີດໃຫມ່ຂອງພວກເຂົາ ໃນພຣະເມດຕາ​ອັນ​ຫ​ຍິ່ງ​ໃຫ​ຍ່ຂອງພຣະອົງ.
# ​ມໍຣະດົກຈະບໍ່ຈິບຫາຍ, ປາສະຈາກມົນທິນ ຫລື ເສື່ອມຫາຍໄປຍ້ອນຫຍັງ?
ເພາະວ່າ ມໍຣະດົກຈະໄດ້ຖືກສະຫງວນໄວ້ໃນສະຫວັນສຳລັບພວກເຂົາ.
# ພວກເຂົາໄດ້​ຖືກປົກປ້ອງ​ໂດຍອຳນາດຂອງພຣະເຈົ້າ​ວິ​ທີ​ໃດ?
ພວກເຂົາໄດ້ຮັບການປົກປ້ອງໂດຍຜ່ານທາງຄວາມເຊື່ອ​​ທີ່ໃຫ້ຄວາມພົ້ນຊຶ່ງພ້ອມຈະປາກົດໃນວັນສຸດທ້າຍ.