lo_tn/mat/13/40.md

44 lines
3.5 KiB
Markdown

# ຂໍ້ມູນການເຊື່ອມຕໍ່:
ພຣະເຢຊູຈົບການອະທິບາຍໃຫ້ລູກສິດຂອງພຣະອົງຮູ້ກ່ຽວກັບ ຄຳອຸປະມາເລື່ອງໄຮ່ນາພ້ອມດ້ວຍເຂົ້າສາລີແລະຫຍ້າ.
# ເພາະສະນັ້ນ, ໃນຂະນະທີ່ຫຍ້າໄດ້ຖືກຮວບຮວມແລະເຜົາດ້ວຍໄຟ
ສິ່ງນີ້ສາມາດແປເປັນຮູບແບບເຄື່ອນໄຫວ. ອາດແປໄດ້ວ່າ: "ເພາະສະນັ້ນ, ໃນຂະນະທີ່ຜູ້ຄົນຮວບຮວມຫຍ້າແລະເຜົາພວກມັນດ້ວຍໄຟ" (ເບິ່ງ: [[rc://*/ta/man/translate/figs-activepassive]])
# ຈຸດ​ຈົບ​ຂອງ​ໂລກ
"ສຸດປາຍ"
# ບຸດມະນຸດຈະສົ່ງເທວະດາຂອງຕົນອອກໄປ
ນີ້ພຣະເຢຊູ ກຳລັງເວົ້າເຖິງຕົວເອງ. ອາດແປໄດ້ວ່າ: "ຂ້ອຍ, ບຸດມະນຸດ, ຈະສົ່ງເທວະດາຂອງຂ້ອຍອອກ" (ເບິ່ງ: [[rc://*/ta/man/translate/figs-123person]])
# ຜູ້ທີ່ກະທຳ ຄວາມຊົ່ວຮ້າຍ
"ຜູ້ທີ່ຜິດກົດບັນຍັດ" ຫລື "ຄົນຊົ່ວ"
# ເຕົາໄຟ
ນີ້ແມ່ນການປຽບທຽບ ສຳລັບໄຟໄຫມ້ນະຣົກ. ຖ້າຄຳ ວ່າ "ເຕົາໄຟ" ບໍ່ເປັນທີ່ຮູ້ຈັກ, "ເຕົາອົບ" ກໍ່ສາມາດໃຊ້ໄດ້. ອາດແປໄດ້ວ່າ: "ເຕົາໄຟທີ່ຮຸນແຮງ" (ເບິ່ງ: [[rc://*/ta/man/translate/figs-metaphor]])
# ຮ້ອງໄຫ້ແລະຂົບແຂ້ວ
ນີ້ສະແດງເຖິງຄວາມໂສກເສົ້າແລະຄວາມທຸກທໍຣະມານທີ່ສຸດ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 8:11.
# ສ່ອງຄ້າຍຄືແສງແດດ
ຖ້າການຈຳລອງແບບນີ້ບໍ່ສາມາດເຂົ້າໃຈໄດ້ໃນພາສາຂອງທ່ານ, ທ່ານສາມາດໃຊ້: "ເບິ່ງງ່າຍຄືກັບຕາເວັນ." (ເບິ່ງ: [[rc://*/ta/man/translate/figs-simile]])
# ພຣະບິດາ
ນີ້ແມ່ນຕຳແຫນ່ງທີ່ສຳຄັນ ສຳລັບພຣະເຈົ້າ. (ເບິ່ງ: Guidance_sonofgodprinciples)
# ລາວຜູ້ທີ່ມີຫູ
ນີ້ແມ່ນວິທີການອ້າງອີງເຖິງທຸກໆຄົນທີ່ຟັງ. ອາດແປໄດ້ວ່າ: "ທຸກໆຄົນທີ່ຟັງຂ້ອຍ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 11:13. (ເບິ່ງ: [[rc://*/ta/man/translate/figs-idiom]])
# ປ່ອຍໃຫ້ເຂົາຮັບຟັງ
ທີ່ນີ້ "ຟັງ" ຫມາຍເຖິງເອົາໃຈໃສ່. ອາດແປໄດ້ວ່າ: "ຕ້ອງເອົາໃຈໃສ່ກັບສິ່ງທີ່ຂ້ອຍເວົ້າ." ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 11:13. (ເບິ່ງ: [[rc://*/ta/man/translate/figs-metonymy]])