2.6 KiB
ຂໍ້ມູນທົ່ວໄປ:
ເອລີຮູ ສືບຕໍ່ເວົ້າກັບໂຢບ.
ເປັນຫຍັງທ່ານຕ້ອງລໍາບາກໃນການຕໍ່ສູ້ກັບພຣະອົງຫລື?
ເອລີຮູ ໃຊ້ຄຳຖາມນີ້ເພື່ອເອົາປຽບວ່າໂຢບບໍ່ຄວນຕໍ່ສູ້ກັບພຣະເຈົ້າ. ຄຳ ຖາມນີ້ສາມາດຂຽນເປັນຄຳຖະແຫລງການ. ອາດຈະແປໄດ້ອີກວ່າ: "ທ່ານບໍ່ຄວນຕໍ່ສູ້ກັບພຣະເຈົ້າ" ຫລື "ທ່ານບໍ່ຄວນພະຍາຍາມໂຕ້ຖຽງກັບພຣະເຈົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)
ພຣະອົງບໍ່ໄດ້ຊົງລາຍງານສິ່ງໃດໆ ທີ່ພຣະອົງເຮັດເລີຍ
"ລາວບໍ່ຈຳເປັນຕ້ອງອະທິບາຍຫຍັງກັບພວກເຮົາທີ່ລາວເຮັດ"
ພຣະເຈົ້າຊົງກ່າວເທື່ອຫນຶ່ງ-ແມ່ນ, ສອງເທື່ອ
ນີ້ແມ່ນສຳນວນ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າເວົ້າອີກຄັ້ງໃນຫລາຍວິທີທາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)
ໃນຄວາມຝັນຫນຶ່ງ... ໃນນິມິດຫນຶ່ງຍາມກາງຄືນ
ວະລີເຫລົ່ານີ້ມີຄວາມຫມາຍດຽວກັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)
ເມື່ອມະນຸດນອນຫລັບສະນິດ, ສະຫງົບຢູ່ເທິງບ່ອນນອນນັ້ນ
ສິ່ງນີ້ເວົ້າເຖິງຄົນທີ່ກຳລັງນອນຫລັບຢ່າງເລິກເຊິ່ງຄືກັບວ່າການນອນຫລັບສະນິດ ຫລື ເອົາຊະນະພວກເຂົາໄດ້. ອາດຈະແປໄດ້ອີກວ່າ: "ເມື່ອຄົນນອນຫລັບສະນິດຢູ່ເທິງຕຽງຂອງພວກເຂົາຢ່າງເຕັມທີ່" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)