3.9 KiB
ຖ້າພວກເຈົ້າປະຕິບັດດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ ສັດຊື່ຕໍ່ ເຢຣຸບບາອານ ແລະຄອບຄົວຂອງເພິ່ນ
ໂຢທາມໄດ້ສະເຫນີຄວາມເປັນໄປໄດ້ວ່າ ສິ່ງທີ່ພວກເຂົາເຮັດໄດ້ດີ, ແຕ່ໂຢທາມບໍ່ເຊື່ອວ່າສິ່ງທີ່ພວກເຂົາເຮັດແມ່ນສິ່ງທີ່ດີ. ອາດແປໄດ້ອີກວ່າ: "ຖ້າທ່ານປະຕິບັດຕໍ່ ເຢຣຸບບາອານ ແລະຄອບຄົວຂອງລາວຕາມທີ່ພວກເຂົາສົມຄວນໄດ້ຮັບການປະຕິບັດ" (ເບິ່ງ: rc://*/ta/man/translate/figs-hypo)
ເຢຣຸບບາອານ
ແມ່ນອີກຊື່ຫນຶ່ງສຳລັບກີເດໂອນ. ມັນຫມາຍຄວາມວ່າ "ປ່ອຍໃຫ້ບາອານປ້ອງກັນຕົວເອງ." ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 6:31.
ຄອບຄົວຂອງເພິ່ນ
“ເຮືອນ” ຫມາຍເຖິງຄອບຄົວ. ອາດແປໄດ້ອີກວ່າ: "ຄອບຄົວຂອງລາວ" (ເບິ່ງ: rc://*/ta/man/translate/figs-metonymy)
ແຕ່ຖ້າບໍ່ເປັນດ່ັງນັ້ນ
ໂຢທາມໄດ້ສະເຫນີຄວາມເປັນໄປໄດ້ ໃນທາງກົງກັນຂ້າມວ່າສິ່ງທີ່ພວກເຂົາເຮັດນັ້ນມັນຊົ່ວຮ້າຍ ແລະໃຊ້ຄຳສາບແຊ່ງ. ໂຢທາມເຊື່ອໃນສິ່ງທີ່ພວກເຂົາເຮັດແມ່ນຊົ່ວ. ອາດແປໄດ້ອີກວ່າ: "ແຕ່ຖ້າທ່ານປະຕິບັດຕໍ່ ເຢຣຸບບາອານ ແລະຄອບຄົວຂອງລາວເພາະພວກເຂົາສົມບໍ່ຄວນໄດ້ຮັບການປະຕິບັດ" (ເບິ່ງ: rc://*/ta/man/translate/figs-hypo)
ຈົ່ງປ່ອຍໃຫ້ໄຟ ອອກກມາຈາກອາບີເມເຫລັກ ແລະເຜົາຜານຊາວຊີເຄມ
ໂຢທາມກໍາລັງເວົ້າຄໍາສາບແຊ່ງ. ລາວເວົ້າກ່ຽວກັບອາບີເມເຫລັກທີ່ທຳ ລາຍປະຊາຊົນຂອງຊີເຄມຄືກັບວ່າລາວຈະເຜົາພວກເຂົາດ້ວຍໄຟ. (ເບິ່ງ: rc://*/ta/man/translate/figs-metaphor)
ຈົ່ງປ່ອຍໃຫ້ໄຟ ອອກກມາຈາກອາບີເມເຫລັກ ແລະເຜົາຜານຊາວຊີເຄມກັບຊາວເບັດມິນໂລ, ເຜົາຜານອາບີເມເຫລັກເຊັ່ນດຽວກັນເຖີ້ນ
ໂຢທາມກໍາລັງເວົ້າຄໍາສາບແຊ່ງ. ລາວເວົ້າເຖິງປະຊາຊົນໃນເມືອງຊີເຄມແລະເບັດມິນໂລ ທຳລາຍອາບີເມເຫລັກຄືກັບວ່າພວກເຂົາຈະຈູດເຜົາລາວດ້ວຍໄຟ. (ເບິ່ງ: rc://*/ta/man/translate/figs-metaphor)
ເບັດມິນໂລ
ແມ່ນຊື່ຂອງສະຖານທີ່. ແບບດຽວກັນນີ້ທີ່ທ່ານໄດ້ແປໃນ 9:5.
ເບເອ
ແມ່ນຊື່ຂອງເມືອງ. (ເບິ່ງ: rc://*/ta/man/translate/translate-names)