lo_tn/deu/03/03.md

20 lines
2.3 KiB
Markdown

# ປະຊາຊົນທັງຫມົດຂອງເຂົາຖືກວາງໄວ້ພາຍໃຕ້ການຄວບຄຸມຂອງພວກເຮົາ
ໃນນີ້ສາມາດຖືກເຈາະຈົງໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ແລະພຣະຢາເວໄດ້ເຮັດໃຫ້ປະຊາຊົນທັງຫມົດຂອງໂອກຢູ່ພາຍໃຕ້ການຄວບຄຸມຂອງພວກເຮົາ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]])
# ບໍ່ມີເເມ່ນເເຕ່ຄົນດຽວໃນທ່າມກາງປະຊາຊົນຂອງເຂົາທີ່ຫລົງເຫລືອຢູ່
ນີ້ແມ່ນຄຳເວົ້າເກີນຈິງທີ່ໃຊ້ເພື່ອເນັ້ນຫນັກວ່າຊາວອິດສະຣາເອນບໍ່ໄດ້ປ່ອຍໃຫ້ຜູ້ໃດມີຊີວິດ. ອາດແປໄດ້ອີກວ່າ: "ປະຊາຊົນຂອງເຂົາທັງຫມົດໄດ້ຕາຍລົງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-litotes]])
# ບໍ່ມີເເມ່ນເເຕ່ເມືອງດຽວທີ່ເຮົາບໍ່ໄດ້ຢຶດຄອງມາຈາກພວກເຂົາ
ນີ້ຄືຄຳກ່າວດ້ານລົບເປັນສອງເທົ່າທີ່ເນັ້ນຫນັກວ່າພວກເຂົາໄດ້ຍຶດເອົາທັງຫມົດ 60 ເມືອງ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ຍຶດເອົາທຸກໆເມືອງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-doublenegatives]])
# ຫົກສິບເມືອງ
"60 ເມືອງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-numbers]])
# ຄືທຸກພາກຂອງອັກໂກບ
ນີ້ແມ່ນຊື່ຂອງຂົງເຂດພາກພື້ນຫນຶ່ງທີ່ຢູ່ໃນເມືອງບາຊານ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]])