# ຂໍ້ມູນທົ່ວໄປ: ຂໍ້ມູນໃນຂໍ້ 4:17 ໄດ້ມີການຈັດແຈງຄືນໃຫມ່ເພື່ອໃຫ້ຄວາມຫມາຍເຂົ້າໃຈງ່າຍຂຶ້ນ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-versebridge]]) # ເອັດຊະຣາ...ເຢເທ...ເມເຣດ...ເອເຟ...ຢາໂລນ...ມີຣີອາມ...ຊາມມາຍ...ອິຊະບາ...ເອຊະເຕມົວ...ເຢເຣັດ..ເກໂດເຣ...ໂສໂກ...ເຢກູທີເອນ...ຊາໂນອາ. ຊື່ເຫລົ່ານັ້ນແມ່ນຊື່ຂອງຜູ້ຊາຍ (ເບິ່ງເພີ່ມເຕີມ: [[rc://*/ta/man/translate/translate-names]]) # ຄົນເຫລົ່ານີ້ແມ່ນລູກຊາຍຂອງບີທີຢາ ຄຳວ່າ "ເຫລົ່ານີ້" ຫມາຍເຖິງ ມີຣີອາມ, ຊາມມາຍ, ແລະ ອິຊະບາ. ພວກເຂົາເປັນລູກຊາຍທີ່ບີທີຢາໄດ້ເກີດໃຫ້ແກ່ຜົວຂອງນາງ ຊື່ເມເຣດ. # ບີທີຢາ ແມ່ນຊື່ຂອງຜູ້ຍິງ # ເມຍຄົນຢູດາຂອງເມເຣດ ຂໍ້ຄວາມພາສາເຮັບເຣີກ່າວວ່າ "ເມຍຊາວຢູດາຂອງລາວ", ແຕ່ວ່າຫລາຍສະບັບສ່ວນໃຫຍ່ເຂົ້າໃຈ "ລາວ" ເພື່ອຫມາຍເຖິງເມເຣດ. ນີ້ຫມາຍເຖິງເມຍທີ່ແຕກຕ່າງກັນຂອງ ເມເຣດ, ນອກເຫນືອໄປຈາກບີທີຢາ.