# "ເຈົ້າໄດ້ເຮັດຫຍັງໂຫດຮ້າຍເຊັ່ນນີ້? ພຣະເຈົ້າໃຊ້ ຄຳຖາມທີ່ບໍ່ຫວັງຄຳຕອບເພື່ອກ່າວຮ້າຍຕໍ່ກາອິນ. ນີ້ສາມາດແປເປັນຄຳຕອບໂຕ້. ອາດແປໄດ້ອີກວ່າ: "ສິ່ງທີ່ເຈົ້າໄດ້ເຮັດແມ່ນຫນ້າກຽດຊັງ!" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-rquestion]]) # ເລືອດຂອງນ້ອງຊາຍເຈົ້າຈາກພື້ນດິນຟ້ອງເຖິງເຮົາ ເລືອດຂອງ ອາເບັນແມ່ນຟ້ອງສຳລັບການຕາຍຂອງລາວ, ຄືກັບວ່າເປັນບຸກຄົນທີ່ຮ້ອງຫາພຣະເຈົ້າໃຫ້ລົງໂທດກາອີນ. ອາດແປໄດ້ອີກວ່າ: "ເລືອດຂອງນ້ອງຂອງເຈົ້າແມ່ນຄືກັບຄົນທີ່ຮ້ອງຫາຂ້ອຍເພື່ອລົງໂທດຜູ້ທີ່ຂ້າລາວ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]]) # ບັດນີ້ເຈົ້າ ໄດ້ຖືກສາບແຊ່ງຈາກແຜ່ນດິນ ນີ້ສາມາດຖືກລະບຸໃນຮູບແບບກິລິຍາ. ອາດແປໄດ້ອີກວ່າ: "ຂ້ອຍກຳລັງສາບແຊ່ງເຈົ້າ ເພື່ອເຈົ້າຈະບໍ່ສາມາດປູກອາຫານຈາກພື້ນດິນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-activepassive]]) # ຊຶ່ງອ້າປາກຮັບເລືອດນ້ອງຊາຍຂອງເຈົ້າ ພຣະເຈົ້າກ່າວເຖິງແຜ່ນດິນໂລກຄືກັບວ່າມັນເປັນຄົນທີ່ສາມາດດື່ມເລືອດຂອງອາເບນ. ອາດຈະແປໄດ້ອີກວ່າ: "ເຊິ່ງແຊ່ດ້ວຍເລືອດຂອງນ້ອງຊາຍເຈົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]]) # ຈາກມືຂອງເຈົ້າ ພຣະເຈົ້າກ່າວເຖິງມືຂອງກາອີນ ຄືກັບວ່າມັນໄດ້ຖອກເລືອດຂອງອາເບນໃສ່ "ປາກ." ພື້ນດິນ. ອາດແປໄດ້ອີກວ່າ: "ພົ້ງກະຈາຍເມື່ອເຈົ້າໄດ້ຂ້າລາວ" ຫຼື "ຈາກທ່ານ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-synecdoche]]) # ໄຖພວນດິນປູກຝັງ ນີ້ຫມາຍຄວາມວ່າໃຫ້ເຮັດທຸກຢ່າງທີ່ຈຳເປັນ ເພື່ອເຮັດໃຫ້ພືດເຕີບໃຫຍ່ດີ. ເບິ່ງວິທີການແປ "ການປູກຝັງ" ຖືກແປໃນຂໍ້ 2:4. # ໄຖພວນດິນປູກຝັງຈະບໍ່ເກີດຜົນຫຍັງ ຫນ້າດິນມີລັກສະນະຄືກັບວ່າ ມັນເປັນຄົນທີ່ສູນເສຍກຳລັງ. ອາດແປໄດ້ອີກວ່າ: "ພື້ນດິນຈະບໍ່ຜະລິດອາຫານໃຫ້ເຈົ້າຫລາຍ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-personification]]) # ເປັນຜູ້ທີ່ຫລົບຫນີ ແລະ ພະເນຈອນ ທ່ານສາມາດເຊື່ອມຄຳເຫລົ່ານີ້ເຂົ້ານຳກັນ. ອາດແປໄດ້ອີກວ່າ: "ຄົນພະເນຈອນບໍ່ມີທີ່ຢູ່ອາໃສ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-hendiadys]])