# ຜູ້ຊາຍ "ມະນຸດໂລກ" ຫລື "ອາດາມ" # ສົມສູ່ ພາສາຂອງທ່ານ ອາດຈະມີຄຳທີ່ສຸພາບສຳລັບຄຳນີ້. ບາງສະບັບເກົ່າກວ່າໄດ້ໃຊ້ຄຳວ່າ "ໄດ້ຮູ້ຈັກ." (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-euphemism]]) # ເກີດລູກຊາຍຜູ້ຫນຶ່ງ ຄຳສັບສຳລັບ “ຜູ້ຊາຍ” ໂດຍປົກກະຕິຈະພັນລະນາເຖິງຊາຍຜູ້ໃຫຍ່, ຫລາຍກວ່າເດັກແດງ ຫລື ເດັກນ້ອຍ. ຖ້າວ່າມັນຈະເຮັດໃຫ້ເກີດຄວາມສັບສົນ, ມັນສາມາດຖືກແປເປັນ "ເດັກຊາຍ" ຫລື "ເດັກຜູ້ຊາຍ" ຫລື "ເດັກແດງຜູ້ຊາຍ"ຫລື "ລູກຊາຍ". # ກາອິນ ນັກແປອາດຈະຕ້ອງການໃສ່ຫມາຍເຫດອະທິບາຍທີ່ເວົ້າວ່າ "ຊື່ກາອິນຟັງຄືກັບຄຳໃນພາສາຢິວທີ່ມີຄວາມຫມາຍວ່າ 'ເກີດຜົນ." ເອວາຕັ້ງຊື່ໃຫ້ລາວວ່າກາອິນ ເພາະວ່ານາງໄດ້ກຳເນີດລາວ. " (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-explicit]]) # ຈາກນັ້ນນາງກໍໄດ້ລູກ ພວກເຮົາບໍ່ຮູ້ໄລຍະຫ່າງລະຫວ່າງການເກີດຂອງກາອິນ ແລະ ອາເບນ. ພວກເຂົາອາດຈະເປັນຄູ່ແຝດ, ຫຼື ອາເບນກໍ່ອາດຈະເກີດຫລັງຈາກທີ່ເອວາຖືພາອີກເທື່ອຫນຶ່ງ. ຖ້າເປັນໄປໄດ້ໃຫ້ໃຊ້ ສຳນວນທີ່ບໍ່ບອກໄລຍະເວລາຜ່ານໄປເທົ່າໃດ. # ປູກພືດຜັກ ນີ້ຫມາຍຄວາມວ່າລາວໄດ້ເຮັດທຸກສິ່ງທີ່ຈຳເປັນຕ້ອງເຮັດເພື່ອໃຫ້ພືດເຕີບໃຫຍ່ດີ. ເບິ່ງວິທີການ "ການປູກຝັງ" ຖືກແປໃນຂໍ້ 2:4.