# ເຮັດໃຫ້ຜູ້ຊາຍນອນຫລັບສະຫນິດ "ເຮັດໃຫ້ຊາຍຄົນນັ້ນນອນຫລັບສະຫນິດ." ການນອນຫລັບເລິກແມ່ນຊ່ວງເວລາຂອງການນອນ ຊຶ່ງຄົນເຮົາບໍ່ໄດ້ລົບກວນ ຫລື ຕື່ນງ່າຍ. # ດ້ວຍດູກຂ້າງ...... ພຣະເຈົ້າໄດ້ຊົງສ້າງຜູ້ຍິງ "ດ້ວຍດູກຂ້າງ...... ພຣະເຈົ້າໄດ້ຊົງສ້າງຜູ້ຍິງ." ກະດູກຂ້າງເປັນອຸປະກອນທີ່ພຣະເຈົ້າຊົງໃຊ້ເພື່ອສ້າງເປັນຜູ້ຍິງ. # ນີ້ແຫລະ ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ "ໃນທີ່ສຸດ, ນີ້ຄືກະດູກຂອງກະດູກຂອງເຮົາ, ແລະ ເນື້ອຫນັງຈາກເນື້ອຫນັງຂອງເຮົາ." ຫລັງຈາກຊອກຫາໃນບັນດາສັດທັງຫມົດ ເພື່ອທີ່ຈະມາເປັນຄູ່ຮ່ວມຊີວິດ ແລະ ບໍ່ພົບຄູ່ທີ່ເຫມາະສົມ, ໃນທີ່ສຸດລາວໄດ້ເຫັນຄົນທີ່ເປັນຄືລາວ ແລະ ສາມາດເປັນຄູ່ຮ່ວມຊີວິດຂອງລາວ. ຊາຍຄົນນັ້ນອາດສະແດງຄວາມຮູ້ສຶກສະບາຍໃຈ ແລະ ມີຄວາມສຸກ. # ເນື້ອຫນັງ ນີ້ຫມາຍເຖີງພາກສ່ວນທີ່ອ່ອນໃນຮ່າງກາຍ ເຊັ່ນຫນັງ ແລະ ກ້າມຊີ້ນ. # ເຂົາຈະຖືກເອີ້ນວ່າ. 'ຜູ້ຍິງ,' ເພາະວ່າເຂົາຖືກນຳອອກມາຈາກຜູ້ຊາຍ ນາຍແປພາສາອາດຈະຕ້ອງຂຽນຫມາຍເຫດວ່າ "ຄຳພາສາເຮັບເຣີ ສຳລັບ 'ຜູ້ຍິງ' ຟັງຄືຄຳພາສາເຮັບເຣີ ສຳລັບ 'ຜູ້ຊາຍ.'