# ໃນນ້ຳຈົ່ງເຕັມໄປດ້ວຍສິ່ງມີຊີວິດຈຳນວນຫລາຍ ນີ້ແມ່ນຄຳສັ່ງ. ໂດຍການບັນຊາວ່າສິ່ງມີຊີວິດຄວນເຕັມໃນນໍ້າ, ພຣະເຈົ້າໄດ້ສ້າງພວກມັນໃຫ້ມີຊີວິດ. ບາງພາສາອາດຈະມີຄຳຫນຶ່ງປະໂຫຍກ ຊຶ່ງຫມາຍເຖິງປາ ແລະ ສັດທະເລທຸກປະເພດ. ອາດແປໄດ້ອີກວ່າ: "ຈົ່ງໃຫ້ນໍ້າເຕັມໄປດ້ວຍສິ່ງມີຊີວິດຫຼາຍໆຢ່າງ" ຫລື "ຈົ່ງໃຫ້ສັດຈຳນວນຫລາຍລອຍໄປມາຢູ່ໃນມະຫາສະຫມຸດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]]) # ໃຫ້ນົກທັງຫລາຍບິນ ນີ້ແມ່ນຄຳສັ່ງ. ໂດຍການບັນຊາໃຫ້ນົກບິນໄປມາ, ພຣະເຈົ້າໄດ້ເຮັດໃຫ້ພວກມັນສາມາດບິນໄດ້. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-imperative]]) # ນົກ "ສັດທີ່ສາມາດບິນໄດ້" ຫລື "ສິ່ງທີ່ບິນ" # ໃນພາກພື້ນແຫ່ງທ້ອງຟ້າ "ທີ່ໂລ່ງຂອງທ້ອງຟ້າ" ຫລື "ທ້ອງຟ້າ" # ພຣະເຈົ້າຊົງສ້າງ "ໃນວິທີນີ້ທີ່ພຣະເຈົ້າໄດ້ສ້າງ" # ສັດທະເລຂະຫນາດໃຫຍ່ "ສັດທະເລຂະຫນາດໃຫຍ່ ທີ່ອາໃສຢູ່ທະເລ" # ຕາມຊະນິດຂອງພວກມັນ ສິ່ງມີຊີວິດດຽວກັນກັບ “ຊະນິດ” ແມ່ນຄ້າຍຄືກັບສິ່ງທີ່ພວກມັນມາຈາກ. ເບິ່ງວິທີທີ່ທ່ານແປ "ຊະນິດ" ໃນຂໍ້ 1:11. # ນົກທີ່ບິນທັງຫລາຍ "ທຸກໆສິ່ງທີ່ມີປີກບິນ." ຖ້າຄຳສັບສຳລັບນົກຖືກນຳໃຊ້, ມັນອາດຈະມີທຳມະຊາດຫລາຍຂື້ນ ໃນບາງພາສາທີ່ເວົ້າແບບງ່າຍໆ ວ່າ "ນົກທຸກໆ ໂຕ", ເພາະວ່ານົກທັງຫມົດມີປີກ. # ພຣະເຈົ້າຊົງເຫັນວ່າດີ ຢູ່ທີ່ນີ້ "ມັນ" ຫມາຍເຖິງນົກ ແລະ ປາຊະນິດຕ່າງໆ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 3.