# ໃນອົງພຣະຜູ້ເປັນເຈົ້າວ່າເຈົ້າທັງຫລາຍ ຈະບໍ່ມີຄວາມຄິດຢ່າງອື່ນ "ທ່ານຈະບໍ່ເຊື່ອຫຍັງທີ່ແຕກຕ່າງຈາກສິ່ງທີ່ຂ້າພະເຈົ້າໄດ້ບອກທ່ານໄປແລ້ວ" # ແຕ່ຝ່າຍຜູ້ທີ່ມາກໍ່ກວນ ຈະໄດ້ຮັບໂທດຂອງຕົນເອງ "ພຣະເຈົ້າຈະລົງໂທດຄົນທີ່ມາລົບກວນພວກທ່ານ" # ທີ່ມາກໍ່ກວນ "ເປັນເຫດເຮັດໃຫ້ທ່ານບໍ່ຫມັ້ນໃຈວ່າອັນໃດເປັນຄວາມຈິງ" ຫລື "ສ້າງຄວາມວຸ້ນວາຍໃນພວກທ່ານ" # ແມ່ນແຕ່ພວກເຂົາຈະເປັນຜູ້ໃດກໍຕາມ. ຄວາມຫມາຍທີ່ເປັນໄປໄດ້ຄື 1) ໂປໂລບໍ່ຮູ້ຈັກຊື່ຄົນທີ່ມາບອກຊາວຄາລາເຕຍວ່າພວກເຂົາຈະຕ້ອງເຮັດຕາມກົດບັນຍັດຂອງໂມເຊ ຫລື 2) ໂປໂລບໍ່ໄດ້ຕ້ອງການໃຫ້ຊາວຄາລາເຕຍໄປສົນໃຈບໍ່ວ່າຄົນທີ່ສ້າງ "ຄວາມສັບສົນ" ໃນພວກເຂົາຈະເປັນຄົນລວຍ ຫລືຈົນ ຫລືມີຊື່ສຽງ ຫລືຄົນເລັກນ້ອຍ ເຄັ່ງສາສະຫນາຫລືບໍ່ເຄັ່ງກໍ່ຕາມ