# ຂໍ້ມູນທົ່ວໄປ: ໃນຂໍ້ນີ້ຄຳວ່າ "ພວກເຮົາ" ຫມາຍເຖິງໂປໂລ ແລະ ບັນດາຄົນທີ່ຕໍ່ຕ້ານການທີ່ຄຣິສະຕຽນໄປເຂົ້າພິທີການຕັດ. ເຂົາອາດເຫມົາລວມໄປເຖິງຊາວຄາລາເຕຍນຳກໍ່ໄດ້. (ເບິ່ງ: [[rc://*/ta/man/translate/figs-inclusive]]) # ເພາະວ່າ "ເປັນເພາະວ່າ" # ໂດຍຄວາມເຊື່ອ, ພວກເຮົາກຳລັງລໍຄອຍຢ່າງກະຕືລືລົ້ນເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ ຄວາມຫມາຍທີ່ເປັນໄປໄດ້ຄື 1) "ພວກເຮົາກຳລັງລໍຄອຍຄວາມຫວັງທີ່ແນ່ນອນໂດຍຄວາມເຊື່ອທີ່ຈະໄດ້ເປັນຄົນຊອບທັມ" ຫລື 2) "ພວກເຮົາກຳລັງລໍຄອຍຄວາມຫວັງແຫ່ງຄວາມຊອບທັມທີ່ຈະມາໂດຍຄວາມເຊື່ອ." # ພວກເຮົາກໍ່ກຳລັງລໍຄອຍຢ່າງກະຕືລືລົ້ນເພື່ອໃຫ້ມີຄວາມຫມັ້ນໃຈໃນຄວາມຊອບທັມນັ້ນ "ພວກເຮົາກຳລັງລໍຄອຍດ້ວຍຄວາມອົດທົນ ແລະ ດ້ວຍຄວາມຕື່ນເຕັ້ນທີ່ພຣະເຈົ້າເຮັດໃຫ້ພວກເຮົາຊອບທັມຕໍ່ພຣະອົງຕະຫລອດໄປເປັນນິດ, ແລະພວກເຮົາມີຄວາມຫວັງວ່າພຣະອົງຈະກະທຳດັ່ງນັ້ນ" # ການທີ່ຈະໄດ້ຮັບພິທີຕັດຫລືບໍ່ຮັບ ນີ້ເປັນພາບປຽບເຖິງການເປັນຄົນຢິວຫລືບໍ່ເປັນຄົນຢິວ. ແປໄດ້ອີກວ່າ: "ບໍ່ວ່າຈະເປັນຄົນຢິວຫລືບໍ່ເປັນຄົນຢິວ" (ເບິ່ງ: [[rc://*/ta/man/translate/figs-metonymy]]) # ມີພຽງຄວາມເຊື່ອທີ່ກຳລັງທຳງານຜ່ານຄວາມຮັກເທົ່ານັ້ນ "ກົງກັນຂ້າມ, ພຣະເຈົ້າສົນໃຈກັບຄວາມເຊື່ອຂອງເຮົາໃນພຣະອົງ, ເຊິ່ງພວກເຮົາສະແດງອອກໂດຍການຮັກຄົນອື່ນ" # ບໍ່ມີຄວາມຫມາຍຫຍັງ ບໍ່ຄຸ້ມຄ່າ # ທ່ານກຳລັງແລ່ນແຂ່ງ "ທ່ານກຳລັງເຮັດຕາມສິ່ງທີ່ພຣະເຢຊູຊົງສອນ # ການຊັກຊວນຢ່າງນັ້ນບໍ່ໄດ້ມາຈາກພຣະອົງຜູ້ຊົງເອີ້ນທ່ານທັງຫລາຍ "ຜູ້ທີ່ຊັກຊວນທ່ານໃຫ້ເຮັດນັ້ນບໍ່ແມ່ນພຣະເຈົ້າທີ່ຊົງເອີ້ນທ່ານທັງຫລາຍ" # ຜູ້ທີ່ເອີ້ນທ່ານທັງຫລາຍ ພຣະອົງຊົງເອີ້ນໃຫ້ພວກເຂົາເຮັດບາງຢ່າງຄວນແປໃຫ້ຊັດເຈນ. ແປໄດ້ອີກວ່າ: "ພຣະອົງຜູ້ຊົງເອີ້ນທ່ານໃຫ້ເປັນຄົນຂອງພຣະອົງ" (ເບິ່ງ: [[rc://*/ta/man/translate/figs-explicit]]) # ການຊັກຊວນ ການຊັກຊວນບາງຄົນເປັນການເຮັດໃຫ້ຄົນນັ້ນປ່ຽນແປງສິ່ງທີ່ເຂົາເຊື່ອແລະການປ່ຽນການກະທຳ.