# ໃຈຍິນດີເຮັດໃຫ້ຈິດໃຈຊື່ນບານ ໃນນີ້ຄຳວ່າ "ຫົວໃຈ" ແມ່ນຕົວແທນຂອງບຸກຄົນ. ອາດແປໄດ້ອີກວ່າ: "ເມື່ອຄົນເຮົາມີຄວາມເບີກບານມ່ວນຊື່ນ, ໃບຫນ້າຂອງລາວມີຄວາມເບີກບານມ່ວນຊື່ນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]]) # ເຮັດໃຫ້ຈິດໃຈສະຫລາຍ ນັກຂຽນເວົ້າເຖິງບຸກຄົນທີ່ທໍ້ຖອຍໃຈຄືກັບວ່າຈິດໃຈຂອງຄົນນັ້ນເປັນສິ່ງທີ່ຖືກທຳລາຍ. ເບິ່ງວິທີທີ່ທ່ານແປສິ່ງນີ້ໃນ 15: 3. ອາດແປໄດ້ອີກວ່າ: "ເຮັດໃຫ້ບຸກຄົນທໍ້ຖອຍໃຈ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຫົວໃຈຂອງຄົນທີ່ມີຄວາມເຂົ້າໃຈ ນີ້ຄຳວ່າ "ຫົວໃຈ" ສະແດງເຖິງຈິດໃຈ ແລະ ຄວາມຄິດ. ອາດແປໄດ້ອີກວ່າ: "ຈິດໃຈຂອງຄົນທີ່ມີສະຕິປັນຍາ" ຫລື "ຄົນທີ່ແນມເບິ່ງ" (ເບິ່ງເພີີ່ມເຕີມ: [[rc://*/ta/man/translate/figs-metonymy]] ແລະ [[rc://*/ta/man/translate/figs-synecdoche]]) # ປາກຂອງຄົນໂງ່ກໍປ້ອນດ້ວຍຄວາມໂງ່ ໃນທີ່ນີ້ຄຳວ່າ“ ປາກ” ເປັນຕົວແທນຂອງບຸກຄົນ. ນັກຂຽນເວົ້າເຖິງຄົນໂງ່ທີ່ປາຖະຫນາ ສິ່ງທີ່ໂງ່ຄືກັບວ່າພວກເຂົາກິນສິ່ງທີ່ໂງ່. ອາດແປໄດ້ອີກວ່າ: "ຄົນໂງ່ຈ້າປາຖະຫນາ ຄວາມໂງ່ຄືກັບອາຫານທີ່ພວກເຂົາກິນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]] ແລະ [[rc://*/ta/man/translate/figs-metaphor]])