# ຈົ່ງໃສ່ໃຈ "ຟັງຢ່າງລະມັດລະວັງ" # ຈົ່ງອ່ຽງຫູຂອງເຈົ້າເຂົ້າຫາຄຳເວົ້າຂອງເຮົາ ຢູ່ນີ້ ຄຳວ່າ "ຫູ" ແມ່ນຕົວແທນຂອງຜູ້ທີ່ກຳ ລັງຟັງ. ນັກຂຽນເວົ້າເຖິງການຟັງຢ່າງລະມັດລະວັງຕໍ່ຜູ້ໃດຜູ້ຫນຶ່ງ ຄືກັບວ່າມັນ ກຳລັງກ້າວຫນ້າ ເພື່ອວ່າຫູຈະໃກ້ຊິດກັບຄົນເວົ້າ. ຄຳວ່າ "ຄຳເວົ້າ" ສາມາດແປເປັນຄຳກິລິຍາໄດ້. ອາດແປໄດ້ອີກວ່າ: "ຟັງດ້ວຍຄວາມເອົາໃຈໃສ່ກັບສິ່ງທີ່ຂ້ອຍ ກຳລັງເວົ້າ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-synecdoche]] ແລະ [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-abstractnouns]]) # ຢ່າໃຫ້ມັນພາດສາຍຕາຂອງເຈົ້າ ນັກຂຽນເວົ້າເຖິງການຄິດກ່ຽວກັບບາງສິ່ງບາງຢ່າງຄືກັບວ່າມັນກຳລັງຮັກສາມັນໄວ້ບ່ອນທີ່ຄົນຫນຶ່ງສາມາດເຫັນມັນໄດ້. ອາດແປໄດ້ອີກວ່າ: "ຢ່າຢຸດຄິດກ່ຽວກັບພວກມັນ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຈົ່ງຮັກສາມັນໄວ້ພາຍໃນໃຈຂອງເຈົ້າ ນັກຂຽນເວົ້າເຖິງການຈື່ບາງສິ່ງບາງຢ່າງຄືກັບວ່າມັນ ກຳລັງເກັບໄວ້ຢູ່ໃນໃຈຂອງຄົນເຮົາ. ອາດແປໄດ້ອີກວ່າ: "ຈື່ພວກເຂົາຢູ່ສະເຫມີ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])