# ພວກເຂົານອນບໍ່ຫລັບຈົນກວ່າພວກເຂົາຈະເຮັດຊົ່ວ ນັກຂຽນໃຊ້ການເວົ້າເກີນຈິງເພື່ອສະແດງຄວາມປາຖະຫນາຂອງຄົນຊົ່ວໃນການກະທຳ ທີ່ຊົ່ວ. (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-hyperbole]]) # ພວກເຂົາຈະຂົ່ມຕາຫລັບບໍ່ລົງ ນັກຂຽນເວົ້າເຖິງຄົນທີ່ນອນບໍ່ຫລັບຄືກັບວ່າການນອນຫລັບແມ່ນວັດຖຸທີ່ຄົນຫນຶ່ງໄດ້ລັກໄປຈາກພວກເຂົາ. ອາດແປໄດ້ອີກວ່າ: "ພວກເຂົານອນຫລັບບໍ່ໄດ້" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ຈົນກວ່າໄດ້ເຮັດໃຫ້ຄົນສະດຸດ ນັກຂຽນເວົ້າເຖິງການກໍ່ຄວາມອັນຕະລາຍຕໍ່ບຸກຄົນອື່ນຄືກັບວ່າມັນເຮັດໃຫ້ຄົນນັ້ນສະດຸດ. ອາດແປໄດ້ອີກວ່າ: "ຈົນກວ່າພວກເຂົາຈະທຳຮ້າຍຜູ້ໃດຜູ້ຫນຶ່ງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ພວກເຂົາກິນອາຫານແຫ່ງຄວາມຊົ່ວຮ້າຍ ແລະ ດື່ມເຫລົ້າອະງຸ່ນແຫ່ງຄວາມທາລຸນ ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) ນີ້ແມ່ນການປຽບທຽບເຊິ່ງນັກຂຽນເວົ້າກ່ຽວກັບຄົນເຫລົ່ານີ້ປະຕິບັດຄວາມຊົ່ວຮ້າຍ ແລະ ຄວາມຮຸນແຮງຢ່າງບໍ່ຢຸດຢັ້ງຄືກັບວ່າພວກເຂົາໄດ້ກິນ ແລະ ດື່ມພວກມັນຄືກັນກັບຄົນຫນຶ່ງ ຈະດື່ມເຂົ້າຈີ່ ແລະ ເຫລົ້າ. ອາດແປໄດ້ອີກວ່າ: "ຄວາມຊົ່ວຮ້າຍຄືກັບເຂົ້າຈີ່ທີ່ພວກເຂົາກິນ ແລະ ຄວາມຮຸນແຮງຄືກັນກັບເຫລົ້າທີ່ພວກເຂົາດື່ມ" ຫລື 2) ຄົນເຫລົ່ານີ້ໄດ້ຮັບອາຫານ ແລະ ເຄື່ອງດື່ມໂດຍການກະທໍາຄວາມຊົ່ວ ແລະ ຄວາມຮຸນແຮງ. ອາດແປໄດ້ອີກວ່າ: "ພວກເຂົາກິນເຂົ້າຈີ່ທີ່ພວກເຂົາໄດ້ຮັບໂດຍການເຮັດສິ່ງທີ່ຊົ່ວ ແລະ ດື່ມເຫລົ້າທີ່ພວກເຂົາໄດ້ຮັບໂດຍການໃຊ້ຄວາມຮຸນແຮງ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]])