# ຄົນທັງຫລາຍທີ່ມີປັນຍາຈະໄດ້ກຽດເປັນສົມບັດ ນັກຂຽນເວົ້າເຖິງຄົນທີ່ມີປັນຍາໄດ້ຮັບຊື່ສຽງກຽດຕິຍົດຄືກັບວ່າພວກເຂົາໄດ້ສືບທອດກຽດຕິຍົດເປັນມໍລະດົກຖາວອນ. ອາດແປໄດ້ອີກວ່າ: "ຄົນສະຫລາດຈະໄດ້ຮັບກຽດຕິຍົດ" ຫລື "ຄົນສະຫລາດຈະໄດ້ຮັບຊື່ສຽງທີ່ມີກຽດ" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]]) # ເຫລົ່າຄົນໂງ່ຈະໄດ້ຄວາມອັບປະຍົດຂອງພວກເຂົາ ນັກຂຽນເວົ້າເຖິງເລື່ອງພຣະຢາເວ ເຮັດໃຫ້ຄວາມອາຍຂອງຄົນໂງ່ເຫັນໄດ້ຊັດເຈນຕໍ່ທຸກຄົນຄືກັບວ່າພຣະຢາເວ ກຳລັງຍົກຄົນໂງ່ຂຶ້ນເພື່ອໃຫ້ທຸກຄົນເຫັນເຂົາ. ນີ້ສາມາດຖືກລະບຸໄວ້ໃນຮູບແບບປະໂຫຍກກົງ. ອາດແປໄດ້ອີກວ່າ: "ພຣະຢາເວ ຈະເຮັດໃຫ້ທຸກຄົນເຫັນຄວາມອັບອາຍຂອງຄົນໂງ່" (ເບິ່ງເພີ່ມເຕີມ: [[rc://*/ta/man/translate/figs-metaphor]] ແລະ [[rc://*/ta/man/translate/figs-activepassive]])